9 ສະນັ້ນ ໃຫ້ພວກເຮົາແຍກທາງກັນເສຍ. ຈົ່ງເລືອກເອົາທີ່ດິນທີ່ເຈົ້າຕ້ອງການ. ຖ້າເຈົ້າໄປທາງຊ້າຍ ຂ້ອຍກໍຈະໄປທາງຂວາ ຖ້າເຈົ້າໄປທາງຂວາ ຂ້ອຍກໍຈະໄປທາງຊ້າຍ.”
ໂລດຫລຽວໄປຮອບໆຈຶ່ງເຫັນວ່າ ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ຈົນເຖິງເມືອງໂຊອາ ມີນໍ້າຫລາຍເໝືອນດັ່ງສວນຂອງພຣະເຈົ້າຢາເວ ຫລືດິນແດນຂອງປະເທດເອຢິບ. (ກ່ອນທີ່ພຣະເຈົ້າຢາເວໄດ້ທຳລາຍເມືອງໂຊໂດມກັບເມືອງໂກໂມຣາ ທົ່ງຮາບພຽງນີ້ອຸດົມສົມບູນຫລາຍ.)
ແລ້ວອັບຣາມກໍເວົ້າກັບໂລດວ່າ, “ເຮົາທັງສອງເປັນພີ່ນ້ອງກັນ ຂໍຢ່າໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍຕ້ອງຜິດຖຽງກັນເລີຍ.
ເຈົ້າອາບີເມເຫຼັກເວົ້າກັບອັບຣາຮາມວ່າ, “ທີ່ນີ້ເປັນດິນແດນຂອງເຮົາທັງໝົດ; ເຈົ້າຢູ່ບ່ອນໃດກໍໄດ້ຕາມທີ່ເຈົ້າຕ້ອງການ.”
ແລ້ວພວກເຈົ້າກໍສາມາດຢູ່ໃນດິນແດນຂອງພວກເຮົານີ້ນຳກັນ; ພວກເຈົ້າຈະຢູ່ບ່ອນໃດກໍໄດ້ ຈະຄ້າຂາຍແລະມີທີ່ດິນເປັນຂອງຕົນເອງໄດ້ຕາມໃຈມັກ.”
ເມື່ອເອີ່ຍປາກເວົ້າເຖິງຄວາມສະຫງົບສຸກ ພວກເຂົາກໍເອີ່ຍວາຈາເຖິງເສິກສົງຄາມທັນທີ.
ບັດນີ້ ຂ້ອຍຈະແກ້ໂສ້ທີ່ລ່າມເຈົ້າອອກ ແລະປົດປ່ອຍເຈົ້າໃຫ້ເປັນອິດສະຫລະ. ຖ້າເຈົ້າຢາກໄປບາບີໂລນນຳຂ້ອຍ ເຈົ້າກໍໄປໄດ້ ແລະຂ້ອຍຈະເບິ່ງແຍງເຈົ້າ. ແຕ່ຖ້າເຈົ້າບໍ່ຢາກໄປ ກໍບໍ່ຈຳເປັນຕ້ອງໄປ. ເຈົ້າເລືອກໄປທີ່ໃດກໍໄດ້ໃນທົ່ວດິນແດນນີ້ ແລະເຈົ້າໄປທີ່ໃດກໍໄດ້ຕາມທີ່ເຈົ້າຕ້ອງການ.”
ຖ້າເປັນໄປໄດ້ ໃນເລື່ອງທີ່ຂຶ້ນຢູ່ກັບພວກເຈົ້ານັ້ນ ຈົ່ງຢູ່ຢ່າງສະຫງົບສຸກກັບທຸກໆຄົນ.
ທີ່ເຈົ້າທັງຫລາຍມີຄະດີກ່ຽວຂ້ອງກັນແລະກັນນັ້ນ ກໍເປັນການຂາດສິນທຳແທ້. ເປັນຫຍັງພວກເຈົ້າຈຶ່ງບໍ່ທົນເອົາ ເມື່ອພວກເຂົາເຮັດຮ້າຍແກ່ຕົນ ເປັນຫຍັງຈຶ່ງບໍ່ຍອມໃຫ້ພວກເຂົາໂກງຕົນເອງກໍດີກວ່າ?
ຈົ່ງພະຍາຍາມທີ່ຈະຢູ່ກັບທຸກຄົນຢ່າງສະຫງົບສຸກ ແລະຈົ່ງພະຍາຍາມທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະຜູ້ເປັນເຈົ້າ.