8 ແລ້ວອັບຣາມກໍເວົ້າກັບໂລດວ່າ, “ເຮົາທັງສອງເປັນພີ່ນ້ອງກັນ ຂໍຢ່າໃຫ້ຄົນຂອງເຈົ້າ ແລະຄົນຂອງຂ້ອຍຕ້ອງຜິດຖຽງກັນເລີຍ.
ສະນັ້ນ ໃຫ້ພວກເຮົາແຍກທາງກັນເສຍ. ຈົ່ງເລືອກເອົາທີ່ດິນທີ່ເຈົ້າຕ້ອງການ. ຖ້າເຈົ້າໄປທາງຊ້າຍ ຂ້ອຍກໍຈະໄປທາງຂວາ ຖ້າເຈົ້າໄປທາງຂວາ ຂ້ອຍກໍຈະໄປທາງຊ້າຍ.”
ເມື່ອອັບຣາມໄດ້ຍິນວ່າ ຫລານຊາຍຂອງຕົນຖືກຈັບໄປ; ເພິ່ນຈຶ່ງລະດົມເອົານັກຮົບຈຳນວນ 318 ຄົນ ໃນຄ້າຍພັກຂອງຕົນ ແລະໄລ່ຕິດຕາມກະສັດທັງສີ່ໄປຈົນເຖິງເມືອງດານ.
ເພິ່ນໄປສົ່ງພວກອ້າຍນ້ອງອອກເດີນທາງກັບເມືອ ແລະສັ່ງພວກເຂົາວ່າ, “ຢ່າຜິດຖຽງກັນເດີ ເມື່ອເວລາເດີນທາງກັບໄປ.”
ໃຫ້ພວກເຈົ້າຕອບວ່າ, ພວກເຈົ້າລ້ຽງສັດເປັນອາຊີບເໝືອນດັ່ງບັນພະບຸລຸດຂອງພວກເຮົາ. ໂດຍວິທີນີ້ກະສັດກໍຈະອະນຸຍາດໃຫ້ພວກເຈົ້າອາໄສຢູ່ໃນເຂດໂກເຊັນໄດ້.” ໂຢເຊັບແນະນຳເຊັ່ນນີ້ ເພາະຊາວເອຢິບບໍ່ມັກພວກລ້ຽງແກະ.
ເປັນການດີແທ້ໆ ຊ່າງສຸກໃຈອີຫລີ ທີ່ປະຊາຊົນຂອງພຣະເຈົ້າຢູ່ຮ່ວມກັນ ດ້ວຍຄວາມເປັນນໍ້າໜຶ່ງໃຈດຽວກັນ
ມື້ຕໍ່ມາ ໂມເຊໄດ້ກັບໄປບ່ອນນັ້ນອີກ ແລະເທື່ອນີ້ລາວເຫັນຄົນເຮັບເຣີສອງຄົນກຳລັງຕີກັນຢູ່. ລາວຈຶ່ງໄດ້ຖາມຜູ້ເປັນຝ່າຍຜິດນັ້ນວ່າ, “ເປັນຫຍັງຈຶ່ງຕີຄົນຊາດດຽວກັນ?”
ຄຳຕອບອັນອ່ອນຫວານລະງັບຄວາມໂກດໄວ້, ແຕ່ຄຳເວົ້າຫຍາບຊ້າຍົວະໃຫ້ໂມໂຫ.
ຄົນໃຈຮ້ອນເຮັດໃຫ້ເກີດຜິດຖຽງກັນ, ແຕ່ຄວາມອົດທົນພາກພຽນນຳເອົາສັນຕິສຸກມາໃຫ້.
ຫລີກໜີຈາກການຜິດຖຽງກັນພາໃຫ້ມີກຽດ ມີແຕ່ຄົນໂງ່ຈ້າເທົ່ານັ້ນທີ່ມັກຜິດຖຽງກັນ.
ຜູ້ໃດສ້າງຄວາມສະຫງົບສຸກກໍເປັນສຸກ, ເພາະວ່າພຣະເຈົ້າຈະຊົງເອີ້ນຜູ້ນັ້ນວ່າ ເປັນບຸດ
ໃນວັນຕໍ່ມາ ເພິ່ນໄດ້ເຫັນຄົນອິດສະຣາເອນສອງຄົນກຳລັງຕີກັນ ແລະເພິ່ນກໍພະຍາຍາມໃຫ້ພວກເຂົາຄືນດີກັນ ເພິ່ນກ່າວວ່າ, ‘ຊາຍເອີຍ ພວກເຈົ້າເປັນພີ່ນ້ອງກັນ ເປັນຫຍັງຈຶ່ງຕີກັນເຊັ່ນນີ້?’
ຈົ່ງຮັກຊຶ່ງກັນແລະກັນເໝືອນສັນພີ່ນ້ອງ ສ່ວນການໃຫ້ກຽດຊຶ່ງກັນແລະກັນນັ້ນ ຈົ່ງຖືວ່າຜູ້ອື່ນດີກວ່າຕົນ.
ຈົ່ງເຮັດທຸກສິ່ງໂດຍບໍ່ມີການຈົ່ມແລະການຖົກຖຽງກັນ,
ສ່ວນເລື່ອງການຮັກພີ່ນ້ອງທັງຫລາຍນັ້ນ ເຮົາບໍ່ຈຳເປັນຈະຂຽນຝາກມາໃຫ້ພວກເຈົ້າ ເພາະເຈົ້າເອງກໍໄດ້ຮັບການຊົງສັ່ງສອນຈາກພຣະເຈົ້າແລ້ວວ່າ ໃຫ້ຮັກກັນແລະກັນ.
ຈົ່ງພະຍາຍາມທີ່ຈະຢູ່ກັບທຸກຄົນຢ່າງສະຫງົບສຸກ ແລະຈົ່ງພະຍາຍາມທີ່ຈະມີໃຈບໍຣິສຸດ ເພາະຖ້າໃຈບໍ່ບໍຣິສຸດ ກໍຈະບໍ່ມີຜູ້ໃດໄດ້ເຫັນອົງພຣະຜູ້ເປັນເຈົ້າ.
ຈົ່ງໃຫ້ຄວາມຮັກຢ່າງພີ່ນ້ອງ ມີຢູ່ຕໍ່ກັນສະເໝີໄປ.
ທີ່ເຈົ້າທັງຫລາຍໄດ້ຊຳລະຈິດໃຈຂອງຕົນ ໃຫ້ບໍຣິສຸດດ້ວຍຄວາມເຊື່ອຟັງຄວາມຈິງ ຈົນມີຄວາມຮັກພວກພີ່ນ້ອງຢ່າງຈິງໃຈ ພວກເຈົ້າຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ.
ຈົ່ງໃຫ້ກຽດແກ່ທຸກໆຄົນ ຈົ່ງຮັກບັນດາພີ່ນ້ອງໃນຄວາມເຊື່ອດຽວກັນ ຈົ່ງຢຳເກງພຣະເຈົ້າ ແລະຈົ່ງເຄົາຣົບນັບຖືຜູ້ທີ່ມີອຳນາດສູງສຸດ.
ໃນທີ່ສຸດນີ້ ຂໍໃຫ້ພວກເຈົ້າທຸກຄົນຈົ່ງເປັນນໍ້າໜຶ່ງໃຈດຽວກັນ, ຈົ່ງເຫັນອົກເຫັນໃຈກັນ, ຈົ່ງຮັກກັນເໝືອນພີ່ນ້ອງຮ່ວມທ້ອງ, ຈົ່ງມີຈິດໃຈເມດຕາ ແລະອ່ອນນ້ອມຖ່ອມຕົວລົງ.
ທີ່ສຳຄັນກວ່າສິ່ງອື່ນໃດໝົດ ຈົ່ງຮັກຊຶ່ງກັນແລະກັນດ້ວຍເຕັມໃຈ ເພາະຄວາມຮັກກໍປິດບັງຄວາມຜິດບາບໄວ້ຢ່າງຫລວງຫລາຍ.
ເອົາຄວາມຮັກພີ່ນ້ອງເພີ່ມຄວາມເຫຼື້ອມໃສໃນພຣະເຈົ້າ ແລະເອົາຄວາມຮັກຄົນທົ່ວໄປເພີ່ມຄວາມຮັກພີ່ນ້ອງ.
ເພື່ອນທີ່ຮັກທັງຫລາຍເອີຍ, ໃຫ້ພວກເຮົາຮັກຊຶ່ງກັນແລະກັນ ເພາະວ່າຄວາມຮັກມາຈາກພຣະເຈົ້າ. ທຸກຄົນທີ່ຮັກກໍບັງເກີດມາຈາກພຣະເຈົ້າ ແລະຮູ້ຈັກພຣະເຈົ້າ.
ຕໍ່ມາ ກາອານ ລູກຊາຍຂອງເອເບັດ ແລະອ້າຍນ້ອງຂອງລາວກໍເດີນທາງມາທີ່ຊີເຄມ. ຊາວຊີເຄມຈຶ່ງໄວ້ເນື້ອເຊື່ອໃຈລາວ.