7 ເມື່ອເປັນເຊັ່ນນັ້ນ ຄົນລ້ຽງສັດຂອງອັບຣາມ ແລະໂລດຈຶ່ງຜິດຖຽງກັນ. (ຊາວການາອານ ແລະຊາວເປຣີຊີກໍຍັງຢູ່ໃນດິນແດນນັ້ນ.)
ຈົນເຂດແດນຂອງພວກເຂົາ ແຕ່ຊີໂດນທາງພາກໃຕ້ໄປເຖິງເມືອງເກຣາກ, ກາຊາ; ແລະໃນພາກຕາເວັນອອກໄປຈົນເຖິງເມືອງໂຊໂດມ, ໂກໂມຣາ, ອັດມາ ແລະເມືອງເຊບົວອິມ ທີ່ຢູ່ໃກ້ກັບເມືອງລາຊາ.
ອັບຣາມໄດ້ເດີນທາງຜ່ານປະເທດໄປຕໍ່ ຈົນຮອດຕົ້ນໄມ້ສັກສິດທີ່ໂມເຣ ຊຶ່ງເປັນບ່ອນສັກສິດຂອງເມືອງຊີເຄມ. (ໃນຄາວນັ້ນ ຊາວການາອານຍັງອາໄສຢູ່ໃນດິນແດນນີ້.)
ອັບຣາຮາມຮ້ອງຂໍຕໍ່ເຈົ້າອາບີເມເຫຼັກເຖິງເລື່ອງນໍ້າສ້າງ ທີ່ຂ້າຣາຊການຂອງເພິ່ນໄດ້ຢຶດເອົາໄປນັ້ນ.
ຄົນລ້ຽງສັດຂອງຊາວເມືອງເກຣາກຈຶ່ງມາຖົກຖຽງກັນກັບຄົນລ້ຽງສັດຂອງອີຊາກວ່າ, “ບໍ່ນໍ້ານີ້ເປັນຂອງພວກເຮົາ.” ດັ່ງນັ້ນ ອີຊາກຈຶ່ງໃສ່ຊື່ບໍ່ນໍ້ານີ້ວ່າ, “ທະເລາະວິວາດ.”
ຢາໂຄບຈຶ່ງເວົ້າກັບຊີເມໂອນແລະເລວີວ່າ, “ພວກເຈົ້າກໍ່ເລື່ອງເດືອດຮ້ອນມາໃຫ້ຂ້ອຍແລ້ວ; ບັດນີ້ ຊາວການາອານ, ຊາວເປຣີຊີ ແລະປະຊາຊົນທຸກຄົນໃນດິນແດນນີ້ຈະກຽດຊັງຂ້ອຍ. ຖ້າປະຊາຊົນເຫຼົ່ານີ້ພ້ອມໃຈກັນມາໂຈມຕີ ຄອບຄົວພວກເຮົາກໍຈະຖືກທຳລາຍຖິ້ມໝົດ ເພາະຄົນຂອງພວກເຮົາມີບໍ່ຫລາຍ.”
ໃຫ້ພວກເຈົ້າຕອບວ່າ, ພວກເຈົ້າລ້ຽງສັດເປັນອາຊີບເໝືອນດັ່ງບັນພະບຸລຸດຂອງພວກເຮົາ. ໂດຍວິທີນີ້ກະສັດກໍຈະອະນຸຍາດໃຫ້ພວກເຈົ້າອາໄສຢູ່ໃນເຂດໂກເຊັນໄດ້.” ໂຢເຊັບແນະນຳເຊັ່ນນີ້ ເພາະຊາວເອຢິບບໍ່ມັກພວກລ້ຽງແກະ.
ແລ້ວຂ້າພະເຈົ້າກໍເວົ້າວ່າ, “ສິ່ງທີ່ພວກທ່ານເຮັດໄປນັ້ນບໍ່ຖືກຕ້ອງ ພວກທ່ານຕ້ອງຢຳເກງພຣະເຈົ້າຂອງພວກເຮົາ ແລະເຮັດໃນສິ່ງທີ່ຖືກຕ້ອງ. ແລ້ວຄົນຕ່າງຊາດທີ່ເປັນສັດຕູຂອງພວກເຮົາ ກໍຈະບໍ່ໄດ້ຫົວເຍາະເຍີ້ຍພວກເຮົາ.
ແຕ່ມີຄົນລ້ຽງແກະບາງພວກໄດ້ມາໄລ່ໃຫ້ພວກນາງໜີໄປ. ໂມເຊໄດ້ເຂົ້າໄປຊ່ວຍເຫລືອ ແລະທັງໄດ້ຕັກນໍ້າໃຫ້ຝູງສັດຂອງພວກນາງກິນດ້ວຍ.
ຫລີກໜີຈາກການຜິດຖຽງກັນພາໃຫ້ມີກຽດ ມີແຕ່ຄົນໂງ່ຈ້າເທົ່ານັ້ນທີ່ມັກຜິດຖຽງກັນ.
ແລະຖ້າຄົນໃນຄອບຄົວໃດເກີດແຕກແຍກກັນ ຄອບຄົວນັ້ນກໍຈະຕັ້ງໝັ້ນຢູ່ບໍ່ໄດ້.
ເພາະວ່າ ພວກເຈົ້າຍັງຢູ່ຝ່າຍມະນຸດທຳມະດາ, ພວກເຈົ້າຍັງອິດສາກັນ ແລະຜິດຂ້ອງຕ້ອງຖຽງກັນຢູ່ ພວກເຈົ້າຢູ່ຝ່າຍມະນຸດທຳມະດາ ແລະບໍ່ດຳເນີນຊີວິດຕາມມະນຸດທຳມະດາບໍ?
ການຂາບໄຫວ້ຮູບເຄົາຣົບ, ການເຊື່ອເວດມົນຄາຖາ, ການເປັນສັດຕູກັນ, ການວິວາດຜິດຖຽງກັນ, ການເຫິງສາກັນ, ການຄຽດແຄ້ນກັນ ແລະ ການມັກໃຫຍ່ໃຝ່ສູງຕໍ່ກັນ, ການແຕກແຍກກັນ, ການຖືພັກຖືພວກ,
ຈົ່ງປະຕິບັດຕໍ່ຄົນພາຍນອກດ້ວຍໃຊ້ສະຕິປັນຍາ ໂດຍສວຍໂອກາດ.
ເພື່ອການດຳເນີນຊີວິດຂອງພວກເຈົ້າຈະເປັນທີ່ນັບຖືແກ່ຄົນພາຍນອກ ແລ້ວພວກເຈົ້າຈະບໍ່ຕ້ອງເອື່ອຍອີງຄົນອື່ນ.
ເພາະວ່າເມື່ອກ່ອນນັ້ນ ພວກເຮົາເອງກໍເປັນຄົນໂງ່, ບໍ່ຍອມເຊື່ອຟັງ, ຖືກເຂົາຫລອກລວງໃຫ້ຫລົງ, ເປັນຂ້ອຍຂ້າຂອງກິເລດຕັນຫາ ແລະການສະໜຸກສະໜານຫລາຍປະການ, ເຄີຍໃຊ້ເວລາໃນການຄິດຮ້າຍ ແລະໃນຄວາມເຫິງສາ, ເປັນຄົນໜ້າຊັງ ແລະກຽດຊັງກັນ.
ບ່ອນໃດທີ່ມີຄວາມອິດສາແລະການເຫັນແກ່ຕົວ ບ່ອນນັ້ນກໍມີການວຸ້ນວາຍແລະມີການຊົ່ວຮ້າຍທຸກຊະນິດ.
ອັນໃດເປັນສາເຫດທີ່ເຮັດໃຫ້ພວກເຈົ້າຕໍ່ສູ້ ແລະຜິດຖຽງກັນ? ກໍແມ່ນກິເລດຕັນຫາຂອງພວກເຈົ້ານັ້ນແຫຼະ ທີ່ເຮັດໃຫ້ມີການຕໍ່ສູ້ກັນຢູ່ບໍ່ຂາດພາຍໃນພວກເຈົ້າ.
ຈົ່ງດຳເນີນຊີວິດອັນດີງາມຢູ່ໃນທ່າມກາງຄົນຕ່າງຄວາມເຊື່ອ ເພື່ອວ່າເມື່ອພວກເຈົ້າຖືກກ່າວຫາວ່າເປັນຄົນເຮັດຊົ່ວນັ້ນ, ພວກເຂົາກໍຈະໄດ້ເຫັນຄຸນຄວາມດີຂອງພວກເຈົ້າ ຈະໄດ້ສັນລະເສີນພຣະເຈົ້າ ໃນວັນທີ່ພຣະອົງສະເດັດມາປາກົດ.