Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 13:2 - ພຣະຄຳພີສັກສິ

2 ອັບຣາມ​ເປັນ​ຄົນ​ຮັ່ງມີ; ເພິ່ນ​ມີ​ຝູງແກະ, ຝູງແບ້ ແລະ​ຝູງງົວ ພ້ອມ​ທັງ​ເງິນຄຳ​ຢ່າງ​ຫລວງຫລາຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 13:2
17 Jak'a apnaqawi uñst'ayäwi  

ຍ້ອນ​ຊາຣາຍ ກະສັດ​ເອຢິບ​ຈຶ່ງ​ປະຕິບັດ​ຕໍ່​ອັບຣາມ​ເປັນ​ຢ່າງດີ ແລະ​ຍັງ​ມອບ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ອູດ ແລະ​ຄົນ​ຮັບໃຊ້​ຊາຍຍິງ​ໃຫ້​ດ້ວຍ.


ສະນັ້ນ ຈຶ່ງ​ບໍ່ມີ​ທົ່ງຫຍ້າ​ພຽງພໍ​ສຳລັບ​ລ້ຽງ​ສັດ ເພື່ອ​ໃຫ້​ພວກເຂົາ​ຢູ່​ຮ່ວມ​ກັນ​ໄດ້ ເພາະ​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ສັດ​ຫລາຍ.


ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາຍ​ຂອງຂ້ອຍ​ຢ່າງ​ຫລວງຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ກາຍເປັນ​ຄົນ​ຮັ່ງມີ. ພຣະອົງ​ໂຜດ​ໃຫ້​ເພິ່ນ​ມີ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ລໍ ແລະ​ຝູງ​ອູດ ທັງ​ມີ​ເງິນຄຳ​ແລະ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫຼວງຫລາຍ.


ຍ້ອນ​ເພິ່ນ​ມີ​ຝູງແກະ, ຝູງງົວ ແລະ​ມີ​ຄົນ​ຮັບໃຊ້​ຫລາຍ​ຄົນ ຊາວ​ຟີລິດສະຕິນ​ຈຶ່ງ​ອິດສາ​ເພິ່ນ.


ຢາໂຄບ​ກາຍເປັນ​ຄົນ​ຮັ່ງມີ​ໄດ້​ໂດຍ​ວິທີ​ນີ້. ລາວ​ມີ​ແກະ​ຫລາຍ​ຝູງ, ມີ​ອູດ, ມີ​ລໍ, ຕະຫລອດ​ທັງ​ຄົນ​ຮັບໃຊ້​ຊາຍ​ຍິງ​ຫລາຍ​ຄົນ.


ພຣະອົງ​ປົກປັກ​ຮັກສາ​ລາວ, ຄອບຄົວ​ຂອງ​ລາວ ແລະ​ສິ່ງຂອງ​ທີ່​ລາວ​ມີ​ນັ້ນ​ຕະຫລອດ​ມາ. ພຣະອົງ​ອວຍພອນ​ທຸກໆ​ສິ່ງ​ທີ່​ລາວ​ເຮັດ ແລະ​ໃຫ້​ລາວ​ມີ​ຝູງງົວ​ຈົນ​ເຕັມ​ເມືອງ.


ພ້ອມ​ທັງ​ມີ​ແກະ​ເຈັດພັນ​ໂຕ, ອູດ​ສາມພັນ​ໂຕ, ງົວ​ໜຶ່ງພັນ​ໂຕ ແລະ​ລໍ​ຫ້າຮ້ອຍ​ໂຕ. ເພິ່ນ​ຍັງ​ມີ​ຄົນຮັບໃຊ້​ຈຳນວນ​ຫລວງຫລາຍ ແລະ​ທັງ​ເປັນ​ຄົນ​ຮັ່ງມີ​ທີ່ສຸດ​ຢູ່​ທາງ​ພາກ​ຕາເວັນອອກ.


ພຣະພອນ​ຂອງ​ພຣະເຈົ້າຢາເວ​ເຮັດ​ໃຫ້​ມະນຸດ​ຮັ່ງມີ ແລະ​ພຣະອົງ​ບໍ່​ໃຫ້​ຄວາມ​ໂສກເສົ້າ​ເພາະ​ເຈົ້າ​ເປັນ​ຄົນຮັ່ງມີ.


ແຕ່​ກ່ອນ​ອື່ນ​ໝົດ ເຈົ້າ​ທັງຫລາຍ​ຈົ່ງ​ສະແຫວງ​ຫາ​ຣາຊອານາຈັກ​ຂອງ​ພຣະເຈົ້າ ແລະ​ຄວາມ​ຊອບທຳ​ຂອງ​ພຣະອົງ ແລ້ວ​ພຣະອົງ​ຈະ​ຊົງ​ເພີ່ມເຕີມ​ສິ່ງ​ທັງປວງ​ເຫຼົ່ານີ້​ໃຫ້​ແກ່​ພວກເຈົ້າ.


ຈົ່ງ​ຈົດຈຳ​ວ່າ ແມ່ນ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ ທີ່​ໃຫ້​ອຳນາດ​ແກ່​ພວກເຈົ້າ​ກາຍເປັນ​ຜູ້​ຮັ່ງມີ. ພຣະອົງ​ເຮັດ​ເຊັ່ນນີ້ ເພາະ​ພຣະອົງ​ຍັງ​ສັດຊື່​ຕໍ່​ພັນທະສັນຍາ ທີ່​ໄດ້​ເຮັດ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ.


ການ​ຝຶກຝົນ​ທາງ​ກາຍ​ນັ້ນ ມີ​ປະໂຫຍດ​ບາງ​ຢ່າງ ແຕ່​ການ​ນັບຖື​ພຣະເຈົ້າ​ຢ່າງ​ຖືກຕ້ອງ​ນັ້ນ ມີ​ປະໂຫຍດ​ທຸກຢ່າງ ເພາະ​ໄດ້​ຮັບ​ພຣະສັນຍາ​ອັນ​ປະເສີດ​ສຳລັບ​ຊີວິດ​ໃນ​ປະຈຸບັນ ແລະ​ໃນ​ອະນາຄົດ​ອີກ​ດ້ວຍ.


ພຣະເຈົ້າຢາເວ​ໃຫ້​ບາງຄົນ​ລຳບາກ​ແລະ​ຄົນອື່ນ​ຮັ່ງມີ ພຣະອົງ​ໃຫ້​ບາງຄົນ​ຖ່ອມຕົວ ແລະ​ຄົນອື່ນ​ຍິ່ງໃຫຍ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka