Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 13:12 - ພຣະຄຳພີສັກສິ

12 ອັບຣາມ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ສ່ວນ​ໂລດ​ນັ້ນ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ເມືອງ​ຕ່າງໆ ໃນ​ທົ່ງ​ຮາບພຽງ​ໃກ້​ກັບ​ເມືອງ​ໂຊໂດມ

Uka jalj uñjjattʼäta Copia luraña




ປະຖົມມະການ 13:12
10 Jak'a apnaqawi uñst'ayäwi  

ດັ່ງນັ້ນ ໂລດ​ຈຶ່ງ​ໄດ້​ຕັດສິນໃຈ​ເລືອກ​ເອົາ​ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ເປັນ​ບ່ອນ​ຢູ່​ອາໄສ​ຂອງຕົນ ແລະ​ເພິ່ນ​ໄດ້​ເຄື່ອນ​ຂະບວນ​ມຸ່ງໜ້າ​ໄປ​ທາງທິດ​ຕາເວັນອອກ. ໂລດ​ແລະ​ອັບຣາມ​ກໍໄດ້​ແຍກທາງ​ກັນ​ໄປ.


ໂລດ​ຜູ້​ເປັນ​ຫລານຊາຍ​ຂອງ​ອັບຣາມ ທີ່​ອາໄສ​ຢູ່​ໃນ​ເມືອງ​ໂຊໂດມ​ໃນ​ເວລາ​ນັ້ນ​ກໍ​ຖືກ​ຈັບ​ໄປ​ດ້ວຍ ແລະ​ຊັບສິນ​ເງິນຄຳ​ທັງໝົດ​ກໍ​ຖືກ​ຢຶດເອົາ​ໄປ​ເຊັ່ນກັນ.


ກະສັດ​ເຫຼົ່ານີ້​ໄດ້​ເຮັດ​ເສິກ​ກັບ​ກະສັດ​ຫ້າ​ຄົນ​ດັ່ງນີ້: ເຈົ້າ​ເບຣາ​ແຫ່ງ​ນະຄອນ​ໂຊໂດມ, ເຈົ້າ​ບີຊາ​ແຫ່ງ​ນະຄອນ​ໂກໂມຣາ, ເຈົ້າ​ຊີນັບ​ແຫ່ງ​ນະຄອນ​ອັດມາ, ເຈົ້າ​ເຊເມເບ​ແຫ່ງ​ນະຄອນ​ເຊບົວອິມ ແລະ​ເຈົ້າ​ແຫ່ງ​ນະຄອນ​ເບລາ (ຫລື​ໂຊອາ).


ເມື່ອ​ເທວະດາ​ສອງ​ຕົນ ໄດ້​ເຂົ້າ​ໄປ​ຮອດ​ເມືອງ​ໂຊໂດມ​ໃນ​ຕອນ​ຄໍ່າ​ຂອງ​ມື້​ນັ້ນ ແລະ​ໂລດ​ກໍ​ກຳລັງ​ນັ່ງ​ຢູ່​ທີ່​ປະຕູ​ເມືອງ. ໃນທັນໃດ​ທີ່​ເຫັນ​ເທວະດາ​ນັ້ນ ເພິ່ນ​ກໍ​ຟ້າວ​ລຸກ​ຂຶ້ນ​ອອກ​ໄປ​ຕ້ອນຮັບ​ທັນທີ


ຈາກນັ້ນ ພຣະເຈົ້າຢາເວ​ກໍ​ບັນດານ​ໃຫ້​ໄຟ​ແລະ​ມາດ​ມາ​ຈາກ​ພຣະເຈົ້າຢາເວ, ຈາກ​ສະຫວັນ ດັ່ງ​ຫ່າຝົນ​ຕົກ​ມາ​ໃສ່​ເມືອງ​ໂຊໂດມ​ແລະ​ໂກໂມຣາ;


ແລະ​ທຳລາຍ​ສອງ​ຕົວເມືອງ, ຮ່ອມພູ​ທັງໝົດ, ຊາວ​ເມືອງ​ທຸກຄົນ​ພ້ອມ​ກັບ​ພືດພັນ​ຕ່າງໆ ທີ່​ເກີດຂຶ້ນ​ຈາກ​ພື້ນດິນ​ນັ້ນ​ຈົນ​ກ້ຽງ.


ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.


ຂ້ານ້ອຍ​ກຽດຊັງ​ຊຸມນຸມຊົນ​ຂອງ​ຄົນຊົ່ວ​ອະທຳ ແລະ​ກໍ​ຫລີກ​ໜີ​ຈາກ​ຄົນ​ຊົ່ວຮ້າຍ.


ຢ່າ​ສູ່​ໃຫ້​ພວກເຈົ້າ​ຫລົງ​ຜິດ​ໄປ “ການ​ຄົບ​ກັບ​ຄົນຊົ່ວ​ຍ່ອມ​ເຮັດ​ໃຫ້​ເສຍ​ນິໄສ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka