Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 13:11 - ພຣະຄຳພີສັກສິ

11 ດັ່ງນັ້ນ ໂລດ​ຈຶ່ງ​ໄດ້​ຕັດສິນໃຈ​ເລືອກ​ເອົາ​ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ເປັນ​ບ່ອນ​ຢູ່​ອາໄສ​ຂອງຕົນ ແລະ​ເພິ່ນ​ໄດ້​ເຄື່ອນ​ຂະບວນ​ມຸ່ງໜ້າ​ໄປ​ທາງທິດ​ຕາເວັນອອກ. ໂລດ​ແລະ​ອັບຣາມ​ກໍໄດ້​ແຍກທາງ​ກັນ​ໄປ.

Uka jalj uñjjattʼäta Copia luraña




ປະຖົມມະການ 13:11
11 Jak'a apnaqawi uñst'ayäwi  

ໂລດ​ຫລຽວ​ໄປ​ຮອບໆ​ຈຶ່ງ​ເຫັນ​ວ່າ ທົ່ງ​ຮາບພຽງ​ຂອງ​ແມ່ນໍ້າ​ຈໍແດນ​ທັງໝົດ ຈົນເຖິງ​ເມືອງ​ໂຊອາ ມີ​ນໍ້າ​ຫລາຍ​ເໝືອນ​ດັ່ງ​ສວນ​ຂອງ​ພຣະເຈົ້າຢາເວ ຫລື​ດິນແດນ​ຂອງ​ປະເທດ​ເອຢິບ. (ກ່ອນ​ທີ່​ພຣະເຈົ້າຢາເວ​ໄດ້​ທຳລາຍ​ເມືອງ​ໂຊໂດມ​ກັບ​ເມືອງ​ໂກໂມຣາ ທົ່ງ​ຮາບ​ພຽງ​ນີ້​ອຸດົມສົມບູນ​ຫລາຍ.)


ອັບຣາມ​ອາໄສ​ຢູ່​ໃນ​ດິນແດນ​ການາອານ ສ່ວນ​ໂລດ​ນັ້ນ​ຕັ້ງ​ຖິ່ນຖານ​ຢູ່​ທ່າມກາງ​ເມືອງ​ຕ່າງໆ ໃນ​ທົ່ງ​ຮາບພຽງ​ໃກ້​ກັບ​ເມືອງ​ໂຊໂດມ


ຫລັງຈາກ​ໂລດ​ໄດ້​ໜີໄປ​ແລ້ວ ພຣະເຈົ້າຢາເວ​ກໍ​ບອກ​ອັບຣາມ​ວ່າ, “ຕັ້ງແຕ່​ບ່ອນ​ທີ່​ເຈົ້າ​ຢືນ​ຢູ່​ນີ້ ຈົ່ງ​ແນມ​ໄປ​ທົ່ວ​ທຸກ​ທິດ​ໃຫ້​ດີ.


ສະນັ້ນ ໃຫ້​ພວກເຮົາ​ແຍກທາງ​ກັນ​ເສຍ. ຈົ່ງ​ເລືອກ​ເອົາ​ທີ່ດິນ​ທີ່​ເຈົ້າ​ຕ້ອງການ. ຖ້າ​ເຈົ້າ​ໄປ​ທາງ​ຊ້າຍ ຂ້ອຍ​ກໍ​ຈະ​ໄປ​ທາງ​ຂວາ ຖ້າ​ເຈົ້າ​ໄປ​ທາງ​ຂວາ ຂ້ອຍ​ກໍ​ຈະ​ໄປ​ທາງ​ຊ້າຍ.”


ເມື່ອ​ພວກເຂົາ​ຖືກ​ນຳ​ອອກ​ມາ​ຈາກ​ເມືອງ​ແລ້ວ ເທວະດາ​ຕົນ​ໜຶ່ງ​ກໍ​ເວົ້າ​ວ່າ, “ຈົ່ງ​ຟ້າວ​ໜີ​ເອົາ​ຕົວ​ລອດ! ຢ່າ​ຫລຽວ​ຄືນ​ຫລັງ ແລະ​ຢ່າ​ຢຸດ​ຢູ່​ທີ່​ຮ່ອມພູ. ຈົ່ງ​ພາກັນ​ແລ່ນ​ຂຶ້ນ​ໄປ​ເທິງ​ເນີນພູ​ເພື່ອ​ເອົາ​ຊີວິດ​ລອດ.”


ຂ້ານ້ອຍ​ເປັນ​ເພື່ອນ​ກັບ​ທຸກຄົນ​ທີ່​ຮັບໃຊ້​ພຣະອົງ ແລະ​ກັບ​ທຸກຄົນ​ທີ່​ເຊື່ອຟັງ​ກົດບັນຍັດ​ດ້ວຍ.


ປະຊາຊົນ​ຜູ້​ສັດຊື່​ທີ່​ອາໄສ​ຢູ່​ໃນ​ດິນແດນ ຄື​ພວກ​ທີ່​ຂ້ານ້ອຍ​ຊົມຊື່ນ​ຍິນດີ​ກັບ​ພວກເຂົາ.


ຢ່າ​ລືມໄລ​ໝູ່ຄູ່​ຫລື​ໝູ່ຄູ່​ຂອງ​ພໍ່​ເຈົ້າ. ເມື່ອ​ຍາມ​ເດືອດຮ້ອນ​ຢ່າ​ຫາ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ເຈົ້າ​ໃຫ້​ຊ່ວຍເຫລືອ ເພື່ອນບ້ານ​ທີ່​ໃກ້ຄຽງ​ຊ່ວຍເຫລືອ​ເຈົ້າ​ໄດ້​ດີກວ່າ​ອ້າຍ​ເອື້ອຍ​ນ້ອງ​ຜູ້​ທີ່​ຢູ່​ຫ່າງໄກ.


ຊາຍແດນ​ທາງທິດ​ຕາເວັນອອກ​ນັບ​ແຕ່​ດ້ານ​ໃຕ້ ຈາກ​ຈຸດ​ລະຫວ່າງ​ເຂດແດນ​ດາມັສກັດ ແລະ​ຮາອູຣານ ພ້ອມດ້ວຍ​ແມ່ນໍ້າ​ຈໍແດນ​ລວມເປັນ​ຊາຍແດນ ລະຫວ່າງ​ດິນແດນ​ອິດສະຣາເອນ​ດ້ານ​ຕາເວັນຕົກ ແລະ​ເມືອງ​ກີເລອາດ​ດ້ານ​ຕາເວັນອອກ​ໄປ​ເຖິງ​ເມືອງ​ຕາມາ ທີ່​ທະເລຕາຍ.


ຢ່າ​ປະການ​ນະມັດສະການ ເໝືອນ​ຢ່າງ​ບາງຄົນ​ເຄີຍ​ປະ​ນັ້ນ ແຕ່​ຈົ່ງ​ໜູນໃຈ​ກັນ​ໃຫ້​ຫລາຍກວ່າ​ເກົ່າ​ອີກ ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ ວັນ​ນັ້ນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ.


ຈົ່ງ​ໃຫ້ກຽດ​ແກ່​ທຸກໆ​ຄົນ ຈົ່ງ​ຮັກ​ບັນດາ​ພີ່ນ້ອງ​ໃນ​ຄວາມເຊື່ອ​ດຽວກັນ ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຈົ່ງ​ເຄົາຣົບ​ນັບຖື​ຜູ້​ທີ່​ມີ​ອຳນາດ​ສູງສຸດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka