ປະຖົມມະການ 13:10 - ພຣະຄຳພີສັກສິ10 ໂລດຫລຽວໄປຮອບໆຈຶ່ງເຫັນວ່າ ທົ່ງຮາບພຽງຂອງແມ່ນໍ້າຈໍແດນທັງໝົດ ຈົນເຖິງເມືອງໂຊອາ ມີນໍ້າຫລາຍເໝືອນດັ່ງສວນຂອງພຣະເຈົ້າຢາເວ ຫລືດິນແດນຂອງປະເທດເອຢິບ. (ກ່ອນທີ່ພຣະເຈົ້າຢາເວໄດ້ທຳລາຍເມືອງໂຊໂດມກັບເມືອງໂກໂມຣາ ທົ່ງຮາບພຽງນີ້ອຸດົມສົມບູນຫລາຍ.) Uka jalj uñjjattʼäta |
ພຣະເຈົ້າຢາເວຈະໃຫ້ຄວາມເມດຕາຕໍ່ນະຄອນເຢຣູຊາເລັມ ຕໍ່ຄົນທັງໝົດທີ່ຢູ່ໃນບ່ອນຮົກຮ້າງເພພັງນັ້ນ. ເຖິງວ່າດິນແດນນັ້ນຈະເປັນຖິ່ນແຫ້ງແລ້ງກັນດານ ເຮົາກໍຈະໃຫ້ກາຍເປັນສວນເອເດນໄດ້ ຈາກພື້ນດິນແຫ້ງຂາດນໍ້າຫລໍ່ລ້ຽງໃຫ້ເກີດຜົນ ກໍຈະເປັນດັ່ງສວນຂອງພຣະເຈົ້າຢາເວ. ແລ້ວທີ່ນັ້ນກໍຈະມີຄວາມຊົມຊື່ນຍິນດີຫລາຍ ມີທັງສຽງຮ້ອງລຳທຳເພງຍົກຍໍໂມທະນາຂອບພຣະຄຸນດ້ວຍ.
ເຈົ້າເຄີຍໄດ້ຢູ່ໃນເອເດນສວນຂອງພຣະເຈົ້າ ທັງປະດັບກາຍດ້ວຍເພັດພອຍນາໆຊະນິດເຊັ່ນ: ທັບທີມແລະເພັດນິນຈິນດາ; ພອຍເຫລືອງ, ນິນ, ມະນີໂຊດ ແລະໂມລາ; ນິນສີຄາມ, ມໍຣະກົດ ແລະໂກເມນ. ເຈົ້າມີເຄື່ອງເອ້ເປັນຄຳຢ່າງຫລວງຫລາຍ. ສິ່ງເຫຼົ່ານີ້ໄດ້ເຮັດໄວ້ສຳລັບເຈົ້າ ຕັ້ງແຕ່ມື້ທີ່ ເຈົ້າໄດ້ຖືກສ້າງຂຶ້ນມາ.