Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 12:5 - ພຣະຄຳພີສັກສິ

5 ອັບຣາມ​ພາ​ນາງ​ຊາຣາຍ​ເມຍ​ຂອງຕົນ ກັບ​ໂລດ​ຫລານຊາຍ​ພ້ອມ​ທັງ​ຊັບ​ສິ່ງຂອງ ແລະ​ພວກ​ຂ້ອຍໃຊ້​ທີ່​ໄດ້​ໃນ​ຮາຣານ​ນັ້ນ​ໄປ​ນຳ ແລະ​ພວກເຂົາ​ໄດ້​ພາກັນ​ອອກ​ເດີນທາງ ມຸ່ງໜ້າ​ໄປ​ສູ່​ດິນແດນ​ການາອານ. ເມື່ອ​ມາ​ເຖິງ​ການາອານ

Uka jalj uñjjattʼäta Copia luraña




ປະຖົມມະການ 12:5
13 Jak'a apnaqawi uñst'ayäwi  

ຈົນ​ເຂດແດນ​ຂອງ​ພວກເຂົາ ແຕ່​ຊີໂດນ​ທາງ​ພາກ​ໃຕ້​ໄປ​ເຖິງ​ເມືອງ​ເກຣາກ, ກາຊາ; ແລະ​ໃນ​ພາກ​ຕາເວັນອອກ​ໄປ​ຈົນເຖິງ​ເມືອງ​ໂຊໂດມ, ໂກໂມຣາ, ອັດມາ ແລະ​ເມືອງ​ເຊບົວອິມ ທີ່​ຢູ່​ໃກ້​ກັບ​ເມືອງ​ລາຊາ.


ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ເຕຣາ ຜູ້​ເປັນ​ພໍ່​ຂອງ​ອັບຣາມ, ນາໂຮ ແລະ​ຮາຣານ. ຮາຣານ​ເປັນ​ພໍ່​ຂອງ​ໂລດ


ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ໂລດ​ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ອັບຣາມ​ນັ້ນ ກໍ​ມີ​ຝູງແກະ, ຝູງແບ້, ຝູງງົວ ຕະຫລອດ​ທັງ​ຄົນ​ໃນ​ຄອບຄົວ ແລະ​ຄົນ​ຮັບໃຊ້​ຈຳນວນ​ຫລວງຫລາຍ​ຄືກັນ.


ສະນັ້ນ ຈຶ່ງ​ບໍ່ມີ​ທົ່ງຫຍ້າ​ພຽງພໍ​ສຳລັບ​ລ້ຽງ​ສັດ ເພື່ອ​ໃຫ້​ພວກເຂົາ​ຢູ່​ຮ່ວມ​ກັນ​ໄດ້ ເພາະ​ຕ່າງ​ຝ່າຍ​ຕ່າງ​ກໍ​ມີ​ສັດ​ຫລາຍ.


ເມື່ອ​ອັບຣາມ​ໄດ້ຍິນ​ວ່າ ຫລານຊາຍ​ຂອງຕົນ​ຖືກ​ຈັບ​ໄປ; ເພິ່ນ​ຈຶ່ງ​ລະດົມ​ເອົາ​ນັກຮົບ​ຈຳນວນ 318 ຄົນ ໃນ​ຄ້າຍພັກ​ຂອງຕົນ ແລະ​ໄລ່​ຕິດຕາມ​ກະສັດ​ທັງ​ສີ່​ໄປ​ຈົນເຖິງ​ເມືອງ​ດານ.


ກະສັດ​ແຫ່ງ​ນະຄອນ​ໂຊໂດມ​ກ່າວ​ແກ່​ອັບຣາມ​ວ່າ, “ເຈົ້າ​ຈົ່ງ​ເອົາ​ສິ່ງຂອງ​ເຫຼົ່ານັ້ນ​ໄປ​ເຖີດ ຂໍ​ສົ່ງ​ຄົນ​ຂອງເຮົາ​ທັງໝົດ​ຄືນ​ກໍ​ພໍ​ແລ້ວ.”


ຢາໂຄບ​ອອກ​ຈາກ​ເບເອນເຊບາ ແລະ​ມຸ່ງໜ້າ​ໄປ​ສູ່​ເມືອງ​ຮາຣານ.


ແລ້ວ​ເອຊາວ​ກໍ​ພາ​ບັນດາ​ເມຍ​ຂອງຕົນ, ບັນດາ​ລູກ​ຊາຍ​ຍິງ​ແລະ​ພວກ​ຄົນ​ຮັບໃຊ້​ທຸກຄົນ​ໃນ​ເຮືອນ, ຕະຫລອດ​ທັງ​ເອົາ​ສັດ ແລະ​ສິ່ງຂອງ​ທີ່​ຕົນ​ມີ​ຢູ່​ໃນ​ການາອານ​ນັ້ນ ອອກ​ໜີ​ຈາກ​ຢາໂຄບ​ນ້ອງຊາຍ​ຂອງຕົນ ໄປ​ຢູ່​ປະເທດ​ອື່ນ.


ແຕ່​ພວກ​ຄົນ​ຮັບໃຊ້​ທີ່​ປະໂຣຫິດ​ຊື້​ມາ​ດ້ວຍ​ເງິນ​ຂອງ​ຕົນເອງ ຫລື​ທີ່​ເກີດ​ໃນ​ຄອບຄົວ ອາດ​ກິນ​ອາຫານ​ທີ່​ປະໂຣຫິດ​ໄດ້​ນຳມາ​ນັ້ນ.


ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka