Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 12:4 - ພຣະຄຳພີສັກສິ

4 ເມື່ອ​ອັບຣາມ​ອາຍຸ​ໄດ້ 75 ປີ ເພິ່ນ​ກໍ​ອອກ​ໜີ​ຈາກ​ເມືອງ​ຮາຣານ ຕາມ​ທີ່​ພຣະເຈົ້າຢາເວ​ໄດ້​ບອກ ແລະ​ໂລດ​ກໍໄດ້​ໄປ​ນຳ​ດ້ວຍ.

Uka jalj uñjjattʼäta Copia luraña




ປະຖົມມະການ 12:4
10 Jak'a apnaqawi uñst'ayäwi  

ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ເຕຣາ ຜູ້​ເປັນ​ພໍ່​ຂອງ​ອັບຣາມ, ນາໂຮ ແລະ​ຮາຣານ. ຮາຣານ​ເປັນ​ພໍ່​ຂອງ​ໂລດ


ເຕຣາ ພາ​ອັບຣາມ​ລູກຊາຍ​ຂອງຕົນ ແລະ​ໂລດ ລູກຊາຍ​ຂອງ​ຮາຣານ​ຫລານ​ຂອງຕົນ ໜີໄປ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ. ເພິ່ນ​ຍັງ​ພາ​ຊາຣາຍ​ລູກໃພ້​ຂອງຕົນ​ໜີໄປ​ພ້ອມ ເພື່ອ​ຈະ​ເຂົ້າ​ໄປ​ອາໄສ​ຢູ່​ໃນ​ການາອານ. ພວກເຂົາ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ຮາຣານ ແລະ​ຕັ້ງ​ຖິ່ນຖານ​ຢູ່​ທີ່​ນັ້ນ.


ໂລດ​ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ອັບຣາມ​ນັ້ນ ກໍ​ມີ​ຝູງແກະ, ຝູງແບ້, ຝູງງົວ ຕະຫລອດ​ທັງ​ຄົນ​ໃນ​ຄອບຄົວ ແລະ​ຄົນ​ຮັບໃຊ້​ຈຳນວນ​ຫລວງຫລາຍ​ຄືກັນ.


ໃນ​ເວລາ​ນັ້ນ ອັບຣາມ​ມີ​ອາຍຸ​ແປດສິບຫົກ​ປີ.


ດັ່ງນັ້ນ ນາງ​ຈຶ່ງ​ມອບ​ນາງ​ຮາກາ​ສາວ​ໃຊ້​ຊາວ​ເອຢິບ ໃຫ້​ຜົວ​ຂອງຕົນ​ເອົາ​ເປັນ​ເມຍນ້ອຍ. (ເຫດການ​ນີ້​ເກີດຂຶ້ນ ຫລັງຈາກ​ອັບຣາມ​ໄດ້​ຢູ່​ໃນ​ການາອານ​ເປັນ​ເວລາ​ສິບ​ປີ.)


ອັບຣາຮາມ​ມີ​ອາຍຸ​ທັງໝົດ 175 ປີ.


ຢາໂຄບ​ອອກ​ຈາກ​ເບເອນເຊບາ ແລະ​ມຸ່ງໜ້າ​ໄປ​ສູ່​ເມືອງ​ຮາຣານ.


ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ອອກ​ຈາກ​ດິນແດນ​ຂອງ​ຊາວ​ເຄນເດຍ ແລະ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ ຫລັງຈາກ​ທີ່​ພໍ່​ຂອງ​ອັບຣາຮາມ​ຕາຍ​ແລ້ວ ພຣະເຈົ້າ​ກໍໄດ້​ໃຫ້​ເພິ່ນ​ຍົກຍ້າຍ​ອອກ​ຈາກ​ທີ່​ນັ້ນ​ມາ​ສູ່​ເມືອງ​ນີ້ ຄື​ບ່ອນ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ທຸກ​ວັນ​ນີ້.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ຢ່າງ​ນັ້ນ​ແຫຼະ ເມື່ອ​ອັບຣາຮາມ​ໄດ້​ທົນ​ຄອຍ​ດ້ວຍ​ຄວາມ​ພຽນ​ແລ້ວ ເພິ່ນ​ຈຶ່ງ​ໄດ້​ຮັບ​ຕາມ​ພຣະສັນຍາ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka