Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 12:2 - ພຣະຄຳພີສັກສິ

2 ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລາຍ ແລະ​ພວກເຂົາ​ຈະ​ກາຍເປັນ​ຊົນຊາດ​ໃຫຍ່. ເຮົາ​ຈະ​ອວຍພອນ​ເຈົ້າ ແລະ​ໃຫ້​ເຈົ້າ​ມີ​ຊື່ສຽງ ແລະ​ເຈົ້າ​ຈະ​ໄດ້​ເປັນ​ທໍ່​ພຣະພອນ​ໃຫ້​ແກ່​ຊົນຊາດ​ອື່ນໆ​ເທິງ​ແຜ່ນດິນ​ໂລກ.

Uka jalj uñjjattʼäta Copia luraña




ປະຖົມມະການ 12:2
38 Jak'a apnaqawi uñst'ayäwi  

ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ເໝືອນ​ດັ່ງ​ຂີ້ຝຸ່ນ​ດິນ​ຈົນ​ນັບ​ບໍ່​ຖ້ວນ


ພຣະອົງ​ພາ​ເພິ່ນ​ຍ່າງ​ອອກ​ໄປ​ຂ້າງ​ນອກ ແລະ​ບອກ​ວ່າ, “ຈົ່ງ​ນັບ​ດວງດາວ​ໃນ​ທ້ອງຟ້າ​ທີ່​ເຈົ້າ​ເຫັນ​ເບິ່ງດູ ເຈົ້າ​ຈະ​ມີ​ເຊື້ອສາຍ​ຫລວງຫລາຍ​ເໝືອນ​ດັ່ງ​ດວງດາວ​ເຫຼົ່ານັ້ນ.”


ເຮົາ​ໄດ້ຍິນ​ເຈົ້າ​ຂໍຮ້ອງ​ກ່ຽວກັບ​ອິດຊະມາເອນ; ເຮົາ​ຈະ​ອວຍພອນ​ລາວ​ແລະ​ໃຫ້​ລາວ​ມີ​ລູກ​ຫລາຍ​ຄົນ ແລະ​ທັງ​ມີ​ເຊື້ອສາຍ​ຢ່າງ​ຫລວງຫລາຍ. ລາວ​ຈະ​ເປັນ​ພໍ່​ຂອງ​ເຈົ້າຊາຍ​ສິບສອງ​ຄົນ ແລະ​ເຊື້ອສາຍ​ຂອງ​ລາວ​ກໍ​ຈະ​ກາຍເປັນ​ປະເທດ​ທີ່​ຍິ່ງໃຫຍ່.


ບັນດາ​ເຊື້ອສາຍ​ຂອງ​ລາວ​ຈະ​ກາຍເປັນ​ຊົນຊາດ​ທີ່​ຍິ່ງໃຫຍ່​ທັງ​ມີ​ອຳນາດ ແລະ​ໂດຍ​ຜ່ານ​ທາງ​ລາວ ເຮົາ​ຈະ​ອວຍພອນ​ຊົນຊາດ​ທັງປວງ.


ເຮົາ​ໄດ້​ເລືອກ​ເອົາ​ລາວ ເພື່ອ​ວ່າ​ລາວ​ຈະ​ບອກສອນ​ລູກໆ​ກັບ​ເຊື້ອສາຍ​ຂອງ​ລາວ​ໃຫ້​ເຊື່ອຟັງ​ເຮົາ ທັງ​ປະພຶດ​ສິ່ງ​ທີ່​ຖືກຕ້ອງ​ແລະ​ຊອບທຳ. ເພື່ອ​ພຣະເຈົ້າຢາເວ​ຈະ​ປະທານ​ແກ່​ອັບຣາຮາມ ຕາມ​ສິ່ງທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ລາວ.”


ແຕ່​ເມື່ອ​ພຣະເຈົ້າ​ທຳລາຍ​ເມືອງ​ຕ່າງໆ​ໃນ​ຮ່ອມພູ ບ່ອນ​ທີ່​ໂລດ​ອາໄສ​ຢູ່​ນັ້ນ; ພຣະອົງ​ຍັງ​ຈື່ຈຳ​ຄຳ​ຂໍຮ້ອງ​ຂອງ​ອັບຣາຮາມ ແລະ​ຊ່ວຍ​ໂລດ​ໃຫ້​ພົ້ນ​ຈາກ​ອັນຕະລາຍ.


ມາບັດນີ້ ອັບຣາຮາມ​ກໍ​ເຖົ້າແກ່​ແລະ​ມີ​ອາຍຸ​ສູງ​ຫລາຍ​ແລ້ວ; ແລະ​ພຣະເຈົ້າຢາເວ​ໄດ້​ອວຍພອນ​ວຽກງານ​ທຸກຢ່າງ​ທີ່​ເພິ່ນ​ໄດ້​ເຮັດ.


ພຣະເຈົ້າຢາເວ​ໄດ້​ອວຍພອນ​ນາຍ​ຂອງຂ້ອຍ​ຢ່າງ​ຫລວງຫລາຍ. ສະນັ້ນ ເພິ່ນ​ຈຶ່ງ​ກາຍເປັນ​ຄົນ​ຮັ່ງມີ. ພຣະອົງ​ໂຜດ​ໃຫ້​ເພິ່ນ​ມີ​ຝູງແກະ, ຝູງແບ້, ຝູງງົວ, ຝູງ​ລໍ ແລະ​ຝູງ​ອູດ ທັງ​ມີ​ເງິນຄຳ​ແລະ​ຄົນ​ຮັບໃຊ້​ຊາຍ​ຍິງ​ຢ່າງ​ຫຼວງຫລາຍ.


ຫລັງຈາກ​ອັບຣາຮາມ​ໄດ້​ຕາຍໄປ​ແລ້ວ ພຣະເຈົ້າ​ໄດ້​ອວຍພອນ​ອີຊາກ​ລູກຊາຍ​ຂອງ​ເພິ່ນ ຜູ້​ທີ່​ອາໄສ​ຢູ່​ໃກ້ “ນໍ້າສ້າງ​ຂອງ​ພຣະເຈົ້າ​ຜູ້​ເຫັນ​ຂ້ອຍ.”


ໃນ​ທີ່​ນີ້ ເຮົາ​ຈະ​ຢູ່​ນຳ​ເຈົ້າ​ແລະ​ອວຍພອນ​ເຈົ້າ. ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ແກ່​ເຈົ້າ​ກັບ​ເຊື້ອສາຍ​ຂອງ​ເຈົ້າ. ເຮົາ​ຈະ​ເຮັດ​ໃຫ້​ຄຳ​ສາບານ ຊຶ່ງ​ເຮົາ​ໄດ້​ປະຕິຍານ​ໄວ້​ກັບ​ອັບຣາຮາມ ພໍ່​ຂອງ​ເຈົ້າ​ສຳເລັດ.


ເຮົາ​ຈະ​ໃຫ້​ເຈົ້າ​ມີ​ເຊື້ອສາຍ​ຫລວງຫລາຍ ດັ່ງ​ດວງດາວ​ໃນ​ທ້ອງຟ້າ ແລະ​ເຮົາ​ຈະ​ມອບ​ດິນແດນ​ທັງໝົດ​ນີ້​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ. ຊົນຊາດ​ທັງປວງ​ຈະ​ໄດ້​ຮັບ​ພຣະພອນ​ຜ່ານ​ທາງ​ເຊື້ອສາຍ​ຂອງ​ເຈົ້າ.


ແລ້ວ​ຫລາຍໆ​ຊົນຊາດ ຈະ​ຄຳນັບ​ຮັບ​ຄຳ​ບັນຊາ; ພ້ອມ​ພາກັນ​ຕັ້ງໜ້າ ມາ​ຂາບລົງ​ຮັບໃຊ້​ເຈົ້າ. ຈົ່ງ​ປົກຄອງ​ພວກເຂົາ​ໃຫ້​ໄດ້​ດັ່ງ​ປົກຄອງ​ນ້ອງພີ່ ເຊັ່ນ​ພີ່ນ້ອງ​ແມ່​ເຈົ້າ ຈຸ້ມເຈື້ອ​ເຫຼົ່າ​ລູກຫລານ ພວກເຂົາ​ຈະ​ພາກັນ​ມາ​ກົ້ມຂາບ ກົ້ມຄານ​ຢ້ານກົວ​ຍິ່ງ ຈິງໃຈ​ຄຳນັບ​ເຈົ້າ​ສະເໝີ​ດ້າມ ເຈົ້າພະຍາ​ແທ້​ໃດ ບັດນີ້ ພວກ​ເຜົ່າໃດ​ປ້ອຍດ່າ​ເຈົ້າ ພວກເຂົາ​ຈະ​ຖືກ​ປ້ອຍດ່າ​ກັບຄືນ ພວກ​ເຜົ່າໃດ​ອວຍພອນ​ເຈົ້າ ພວກເຂົາ​ກໍ​ຈະ​ໄດ້​ຮັບ​ພຣະພອນ​ນັ້ນ​ເໝືອນກັນ.”


ເຊື້ອສາຍ​ຂອງ​ເຈົ້າ​ນັ້ນ​ຈະ​ມີ​ຫລວງຫລາຍ​ດັ່ງ​ຂີ້ຝຸ່ນ​ດິນ. ພວກເຂົາ​ຈະ​ແຜ່ຜາຍ​ຂະຫຍາຍ​ເຂດ​ໄປ​ທົ່ວ​ທຸກ​ທິດ ແລະ​ໂດຍ​ຜ່ານ​ທາງ​ເຈົ້າ ແລະ​ເຊື້ອສາຍ​ຂອງ​ເຈົ້າ ເຮົາ​ຈະ​ອວຍພອນ​ບັນດາ​ຊົນຊາດ​ທັງປວງ.


ແລ້ວ​ພຣະອົງ​ກໍ​ກ່າວ​ອີກ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່. ຈົ່ງ​ມີ​ລູກຫລານ​ໃຫ້​ຫລວງຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ຫລາຍ​ຊົນຊາດ ແລະ​ສືບ​ເຊື້ອສາຍ​ໃຫ້​ກະສັດ​ຫລາຍ​ຄົນ.


ພຣະອົງ​ກ່າວ​ວ່າ, “ເຮົາ​ຄື​ພຣະເຈົ້າ ພຣະເຈົ້າ​ຂອງ​ພໍ່​ເຈົ້າ, ບໍ່​ຕ້ອງ​ຢ້ານ​ທີ່​ຈະ​ໄປ​ປະເທດ​ເອຢິບ. ເຮົາ​ຈະ​ເຮັດ​ໃຫ້​ເຊື້ອສາຍ​ຂອງ​ເຈົ້າ​ທະວີ​ຂຶ້ນ​ເປັນ​ຊົນຊາດ​ໃຫຍ່​ຢູ່​ໃນ​ທີ່ນັ້ນ.


ເຮົາ​ໄດ້​ຢູ່​ນຳ​ເຈົ້າ​ທຸກທີ່​ທຸກບ່ອນ​ທີ່​ເຈົ້າ​ໄປ ແລະ​ເຮົາ​ໄດ້​ໃຫ້​ສັດຕູ​ທັງຫລາຍ​ຂອງ​ເຈົ້າ​ພ່າຍແພ້​ໃນ​ຂະນະທີ່​ເຈົ້າ​ບຸກໜ້າ​ເຂົ້າ​ໄປ. ເຮົາ​ຈະ​ສ້າງ​ເຈົ້າ​ໃຫ້​ເປັນ​ຜູ້​ມີ​ຊື່ສຽງ ດັ່ງ​ບັນດາ​ຜູ້ນຳ​ຄົນ​ຍິ່ງໃຫຍ່​ທີ່ສຸດ​ໃນ​ໂລກ.


ຍິ່ງ​ໄປ​ກວ່າ​ນີ້​ອີກ ບັນດາ​ຂ້າຣາຊການ​ປະຈຳວັງ ກໍໄດ້​ໄປ​ຖວາຍ​ພອນ​ແກ່​ກະສັດ​ດາວິດ​ວ່າ, ‘ຂໍ​ພຣະເຈົ້າ​ຂອງທ່ານ​ໂຜດ​ບັນດານ​ໃຫ້​ໂຊໂລໂມນ​ມີ​ຊື່ສຽງ​ຫລາຍກວ່າ​ທ່ານ ແລະ​ໃຫ້​ຣາຊການ​ຂອງ​ກະສັດ​ໂຊໂລໂມນ​ຈະເລີນ​ຮຸ່ງເຮືອງ​ກວ່າ​ຣາຊການ​ຂອງທ່ານ.’ ແລ້ວ​ກະສັດ​ດາວິດ​ກໍ​ກົ້ມ​ລົງ​ນະມັດສະການ​ພຣະເຈົ້າ​ທີ່​ຕຽງ​ນອນ​ຂອງ​ເພິ່ນ


ແມ່ນ​ຄົນອື່ນ​ທີ່​ທົນທຸກ​ຈາກ​ການບາບ​ທີ່​ເຈົ້າ​ໄດ້​ກະທຳ ຄຸນງາມ​ຄວາມດີ​ທີ່​ເຈົ້າ​ກະທຳ​ມາ ກໍ​ຄື​ຊ່ວຍ​ພວກເຂົາ​ເທົ່ານັ້ນ.


ພຣະອົງ​ອວຍພອນ​ຄົນ​ຂອງ​ພຣະອົງ​ໃຫ້​ມີ​ຫລາຍ ແລະ​ຮັກສາ​ຝູງສັດ​ຂອງ​ພວກເຂົາ​ບໍ່​ໃຫ້​ຫລຸດໜ້ອຍ.


ແຕ່​ເນື່ອງ​ຈາກ​ວ່າ ຊາວ​ອິດສະຣາເອນ​ໃນ​ລຸ້ນ​ຕໍ່ມາ​ມີ​ລູກ​ຫລາຍ ຈົນ​ນັບ​ມື້​ນັບ​ຫລາຍ​ຂຶ້ນ ແລະ​ທັງ​ມີ​ກຳລັງ​ພົນ​ເຂັ້ມແຂງ ພວກເຂົາ​ຈຶ່ງ​ແຜ່ຜາຍ​ກະຈັດ​ກະຈາຍ​ກັນ​ຢູ່​ເຕັມ​ປະເທດ​ເອຢິບ.


ບັດນີ້​ເຮົາ​ໃຈຮ້າຍ​ໃຫ້​ພວກເຂົາ​ແລ້ວ ແລະ​ເຮົາ​ຈະ​ທຳລາຍ​ພວກເຂົາ​ຖິ້ມ​ໝົດ. ຢ່າ​ພະຍາຍາມ​ຫ້າມ​ເຮົາ​ໄວ້​ເລີຍ. ແລ້ວ​ເຮົາ​ກໍ​ຈະ​ເຮັດ​ໃຫ້​ເຈົ້າ​ແລະ​ເຊື້ອສາຍ​ຂອງ​ເຈົ້າ ກາຍເປັນ​ຊົນຊາດ​ໃຫຍ່.”


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


ເຮົາ​ຈະ​ອວຍພອນ​ພວກເຂົາ​ແລະ​ອະນຸຍາດ​ໃຫ້​ພວກເຂົາ ຢູ່​ອ້ອມຮອບ​ເນີນພູ​ສັກສິດ​ຂອງເຮົາ. ໃນ​ທີ່ນັ້ນ ເຮົາ​ຈະ​ອວຍພອນ​ໃຫ້​ມີ​ນໍ້າ​ຝົນ​ຕາມ​ທີ່​ພວກເຂົາ​ຕ້ອງການ.


ພຣະອົງ​ຈະ​ສຳແດງ​ຄວາມສັດຊື່ ແລະ​ຄວາມຮັກ​ອັນ​ໝັ້ນຄົງ​ຂອງ​ພຣະອົງ​ແກ່​ປະຊາຊົນ​ຂອງ​ພຣະອົງ ຄື​ຕໍ່​ເຊື້ອສາຍ​ຂອງ​ອັບຣາຮາມ​ແລະ​ຢາໂຄບ ດັ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້​ກັບ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ແຕ່​ດົນນານ​ມາແລ້ວ.


ປະຊາຊົນ​ຢູດາ​ແລະ​ອິດສະຣາເອນ​ເອີຍ ໃນ​ອະດີດ​ນັ້ນ ຊາວ​ຕ່າງດ້າວ​ໄດ້​ສາບແຊ່ງ​ກັນແລະກັນ​ວ່າ, ‘ໃຫ້​ໄພພິບັດ​ທີ່​ຕົກ​ຖືກ​ຢູດາ​ແລະ​ອິດສະຣາເອນ​ນັ້ນ ຕົກ​ຖືກ​ພວກເຈົ້າ​ເຊັ່ນກັນ’ ແຕ່​ເຮົາ​ຈະ​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນໄພ; ແລ້ວ​ບັນດາ​ຄົນຕ່າງດ້າວ​ເຫຼົ່ານັ້ນ​ກໍ​ຈະ​ເວົ້າ​ຕໍ່​ກັນແລະກັນ​ວ່າ, ‘ຂໍ​ໃຫ້​ພຣະພອນ​ທີ່​ໄດ້​ມາ​ສູ່​ຢູດາ​ແລະ​ອິດສະຣາເອນ​ນັ້ນ ມາ​ສູ່​ພວກເຈົ້າ​ເຊັ່ນກັນ.’ ສະນັ້ນ ຈົ່ງ​ກ້າຫານ​ແລະ​ຢ່າ​ຢ້ານກົວ​ເລີຍ.”


ເຮົາ​ຈະ​ສົ່ງ​ໂຣກ​ລະບາດ​ຮ້າຍແຮງ​ທຳລາຍ​ພວກເຂົາ ແຕ່​ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ພໍ່​ຂອງ​ຊົນຊາດ​ໃຫຍ່​ຊາດ​ໜຶ່ງ ແລະ​ມີ​ອຳນາດ​ຫລາຍກວ່າ​ພວກເຂົາ.”


ພຣະເຈົ້າ​ໄດ້​ບອກ​ບາລາອາມ​ວ່າ, “ຢ່າ​ໄປ​ກັບ​ຄົນ​ເຫຼົ່ານີ້ ແລະ​ຢ່າ​ສາບແຊ່ງ​ປະຊາຊົນ​ອິດສະຣາເອນ ເພາະ​ແມ່ນ​ເຮົາເອງ​ທີ່​ອວຍພອນ​ພວກເຂົາ.”


ພຣະອົງ​ແນະນຳ​ຂ້າພະເຈົ້າ ໃຫ້​ກ່າວ​ຄຳອວຍພອນ ແລະ​ເມື່ອ​ພຣະເຈົ້າ​ອວຍພອນ ຂ້າພະເຈົ້າ​ບໍ່​ຫ່ອນ​ຈະ​ຢັບຢັ້ງ​ໄດ້.


ແລະ​ເພິ່ນ​ໄດ້​ຮັບ​ພິທີຕັດ​ນັ້ນ ເປັນ​ໝາຍສຳຄັນ ຄື​ເປັນ​ກາປະທັບ​ຂອງ​ຄວາມ​ຊອບທຳ ຊຶ່ງ​ເກີດ​ດ້ວຍ​ຄວາມເຊື່ອ​ທີ່​ເພິ່ນ​ໄດ້​ມີ​ຢູ່ ເມື່ອ​ເພິ່ນ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ເທື່ອນັ້ນ ເພື່ອ​ເພິ່ນ​ຈະ​ໄດ້​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ເຊື່ອ ຊຶ່ງ​ພຣະເຈົ້າ​ຊົງ​ຖື​ວ່າ​ເປັນ​ຄົນ​ຊອບທຳ ເຖິງ​ແມ່ນ​ວ່າ​ຍັງ​ບໍ່ໄດ້​ຮັບ​ພິທີຕັດ​ກໍຕາມ.


ເພື່ອ​ພຣະພອນ​ທາງ​ອັບຣາຮາມ​ຈະ​ໄດ້​ມາ​ເຖິງ​ບັນດາ​ຄົນຕ່າງຊາດ​ໂດຍ​ທາງ​ພຣະຄຣິດເຈົ້າ​ເຢຊູ, ເພື່ອ​ພວກເຮົາ​ຈະ​ໄດ້​ຮັບ​ພຣະວິນຍານ​ຕາມ​ພຣະສັນຍາ​ໂດຍ​ທາງ​ຄວາມເຊື່ອ.


ສະນັ້ນ ພວກເຈົ້າ​ຈົ່ງ​ຮັບ​ຮູ້​ໄວ້​ວ່າ ແມ່ນ​ຜູ້​ທີ່​ມີ​ຄວາມເຊື່ອ​ນັ້ນ​ແຫຼະ ເປັນ​ເຊື້ອສາຍ​ແທ້​ຂອງ​ອັບຣາຮາມ.


ແລ້ວ​ຊ້ອງໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ໃນ​ທີ່ນັ້ນ ໃຫ້​ພວກເຈົ້າ​ເລົ່າ​ຖ້ອຍຄຳ​ດັ່ງ​ຕໍ່ໄປນີ້: ‘ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ​ເປັນ​ນັກ​ພະຈົນໄພ​ຊາວ​ອາຣາມ ຜູ້​ທີ່​ໄດ້​ນຳ​ຄອບຄົວ​ຂອງຕົນ​ໄປ​ອາໄສ​ຢູ່​ປະເທດ​ເອຢິບ. ເມື່ອ​ໄປ​ນັ້ນ​ພວກເພິ່ນ​ມີ​ແຕ່​ໜ້ອຍ​ຄົນ ແຕ່​ພວກເພິ່ນ​ໄດ້​ກາຍເປັນ​ຊົນຊາດ​ໜຶ່ງ​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka