Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 12:1 - ພຣະຄຳພີສັກສິ

1 ພຣະເຈົ້າຢາເວ​ໄດ້​ບອກ​ອັບຣາມ​ວ່າ, “ຈົ່ງ​ອອກ​ໜີ​ຈາກ​ປະເທດ, ຍາດຕິພີ່ນ້ອງ ແລະ​ບ້ານເກີດ​ເມືອງນອນ​ຂອງ​ເຈົ້າ ແລະ​ໄປ​ສູ່​ດິນແດນ​ທີ່​ເຮົາ​ຈະ​ຊີ້​ແຈງ​ໃຫ້​ເຈົ້າ​ເຫັນ.

Uka jalj uñjjattʼäta Copia luraña




ປະຖົມມະການ 12:1
20 Jak'a apnaqawi uñst'ayäwi  

ຕໍ່ມາ ພຣະອົງ​ກ່າວ​ແກ່​ອັບຣາມ​ວ່າ, “ເຮົາ​ແມ່ນ​ພຣະເຈົ້າຢາເວ ຜູ້​ທີ່​ນຳພາ​ເຈົ້າ​ອອກ​ມາ​ຈາກ​ເມືອງ​ອູເຣ​ໃນ​ບາບີໂລນ ເພື່ອ​ຈະ​ມອບ​ດິນແດນ​ນີ້​ໃຫ້​ເປັນ​ກຳມະສິດ​ຂອງ​ເຈົ້າ.”


ດັ່ງນັ້ນ ເມື່ອ​ພຣະເຈົ້າ​ໃຫ້​ຂ້ານ້ອຍ​ອອກ​ໜີ​ຈາກ​ເຮືອນ​ຂອງ​ພໍ່ ໄປ​ສູ່​ດິນແດນ​ທີ່​ຕ່າງ​ປະເທດ; ຂ້ານ້ອຍ​ຈຶ່ງ​ເວົ້າ​ກັບ​ນາງ​ວ່າ, ‘ເຈົ້າ​ຕ້ອງ​ສັດຊື່​ຕໍ່​ຂ້ອຍ​ໂດຍ​ໃຫ້​ເວົ້າ​ກັບ​ທຸກຄົນ​ວ່າ ຂ້ອຍ​ເປັນ​ອ້າຍ​ຂອງ​ເຈົ້າ.”’


ແຕ່​ໃຫ້​ໄປ​ຫາ​ຄົນ​ຈາກ​ຄອບຄົວ​ຂອງ​ພໍ່​ຂ້ອຍ ແລະ​ຍາດຕິພີ່ນ້ອງ​ຂອງຂ້ອຍ ໃຫ້​ມາ​ເປັນ​ເມຍ​ລູກຊາຍ​ຂອງຂ້ອຍ.’


ແຕ່​ຈະໃຫ້​ເຈົ້າ​ກັບ​ໄປ​ທີ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ ແລະ​ຊອກ​ຫາ​ເມຍ​ໃຫ້​ອີຊາກ​ໃນ​ທ່າມກາງ​ພວກ​ຍາດຕິພີ່ນ້ອງ​ຂອງຂ້ອຍ.”


ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ສະຫວັນ ໄດ້​ນຳພາ​ຂ້ອຍ​ໜີ​ຈາກ​ເຮືອນ​ພໍ່ ແລະ​ບ້ານເກີດ​ເມືອງນອນ​ຕະຫລອດ​ທັງ​ຍາດຕິພີ່ນ້ອງ​ຂອງຂ້ອຍ​ມາ​ຢູ່​ໃນ​ດິນ​ຕອນ​ນີ້ ຊຶ່ງ​ພຣະອົງ​ໄດ້​ສັນຍາ​ຢ່າງ​ໜັກແໜ້ນ​ວ່າ​ຈະ​ມອບ​ໃຫ້​ແກ່​ເຊື້ອສາຍ​ຂອງຂ້ອຍ. ພຣະອົງ​ຈະ​ໃຊ້​ເທວະດາ​ຂອງ​ພຣະອົງ​ນຳ​ໜ້າ​ໄປ ເພື່ອ​ເຈົ້າ​ຈະ​ຫາ​ເມຍ​ທີ່​ນັ້ນ ໃຫ້​ລູກຊາຍ​ຂອງຂ້ອຍ​ໄດ້.


ພຣະເຈົ້າຢາເວ​ໄດ້​ປາກົດ​ແກ່​ອີຊາກ ແລະ​ບອກ​ເພິ່ນ​ວ່າ, “ຢ່າ​ໄປ​ປະເທດ​ເອຢິບ; ຈົ່ງ​ຢູ່​ໃນ​ດິນແດນ​ນີ້​ຊຶ່ງ​ເປັນ​ບ່ອນ​ທີ່​ເຮົາ​ບອກ​ເຈົ້າ​ຢູ່.


ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ຜູ້​ຊົງ​ເລືອກ​ເອົາ​ອັບຣາມ ໄດ້ນຳ​ອອກ​ມາ​ແຕ່​ອູເຣ ໃນ​ບາບີໂລນ​ພຸ້ນ; ພຣະອົງ​ປ່ຽນ​ຊື່​ໃຫ້​ອັບຣາມ​ເສຍ​ໃໝ່ ກາຍມາເປັນ​ອັບຣາຮາມ.


ພວກ​ບັນພະບຸລຸດ​ຂອງ​ຂ້າພະເຈົ້າ​ໄດ້​ທຳລາຍ​ເມືອງ​ເຫຼົ່ານີ້​ເຊັ່ນ: ໂກຊານ, ຮາຣານ ແລະ​ເຣເຊັບ ທັງ​ໄດ້​ຂ້າ​ປະຊາຊົນ​ຊາວ​ເອເດນ​ທີ່​ໄດ້​ອາໄສ​ຢູ່​ໃນ​ເມືອງ​ເຕລາສາ ແລະ​ບັນດາ​ພະ​ຂອງ​ພວກເຂົາ​ກໍ​ຊ່ວຍ​ພວກເຂົາ​ບໍ່ໄດ້​ເລີຍ.


ເຮົາ​ໄດ້​ນຳ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ປາຍ​ແຜ່ນດິນ ເຮົາ​ໄດ້​ເອີ້ນ​ພວກເຈົ້າ​ມາ​ຈາກ​ທີ່ສຸດ​ທຸກ​ມຸມໂລກ ແລະ​ກ່າວ​ວ່າ, ‘ພວກເຈົ້າ​ຄື​ຜູ້ຮັບໃຊ້​ຂອງເຮົາ’ ເຮົາ​ບໍ່ເຄີຍ​ປະຖິ້ມ​ແຕ່​ເລືອກເອົາ​ພວກເຈົ້າ​ໄວ້.


ຈົ່ງ​ຄິດເຖິງ​ບັນພະບຸລຸດ​ພວກເຈົ້າ​ຄື​ອັບຣາຮາມ ແລະ​ນາງ​ຊາຣາ​ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ພວກເຈົ້າ. ເມື່ອ​ເຮົາ​ໄດ້​ເອີ້ນ​ອັບຣາຮາມ​ນັ້ນ​ລາວ​ບໍ່ມີ​ລູກ​ເລີຍ ແຕ່​ເຮົາ​ໄດ້​ອວຍພອນ​ລາວ​ໃຫ້​ໄດ້​ມີ​ລູກ; ເຮົາ​ໄດ້​ໃຫ້​ອັບຣາຮາມ​ກາຍເປັນ​ບັນພະບຸລຸດ​ຜູ້ໜຶ່ງ ຜູ້​ທີ່​ສືບ​ເຊື້ອສາຍ​ໃຫ້​ຊົນຊາດ​ທັງຫລາຍ.


“ມະນຸດ​ເອີຍ ປະຊາຊົນ​ທີ່​ກຳລັງ​ອາໄສ​ຢູ່​ໃນ​ບັນດາ​ເມືອງ​ຮົກຮ້າງ​ເພພັງ ຂອງ​ດິນແດນ​ອິດສະຣາເອນ​ກຳລັງ​ເວົ້າ​ວ່າ, ‘ອັບຣາຮາມ​ພຽງ​ຄົນດຽວ ກໍ​ຍັງ​ໄດ້ຮັບ​ດິນແດນ. ພວກເຮົາ​ມີ​ຕັ້ງ​ຫລວງຫລາຍ ສະນັ້ນ ແນ່ນອນ​ດິນແດນ​ຈຶ່ງ​ເປັນ​ຂອງ​ພວກເຮົາ.’


ໂຮບັບ​ຕອບ​ວ່າ, “ບໍ່​ໄປ​ດອກ ຂ້ອຍ​ຈະ​ກັບຄືນ​ສູ່​ບ້ານເກີດ​ເມືອງນອນ​ຂອງຂ້ອຍ.”


ດ້ວຍເຫດນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ຈຶ່ງ​ກ່າວ​ວ່າ, “ຈົ່ງ​ແຍກ​ຕົວ​ອອກ​ຈາກ​ທ່າມກາງ​ພວກເຂົາ ແລະ​ຈົ່ງ​ຕັ້ງ​ຢູ່​ຕ່າງຫາກ ຢ່າ​ແຕະຕ້ອງ​ສິ່ງ​ທີ່​ເປັນ​ມົນທິນ ແລະ​ເຮົາ​ຈຶ່ງ​ຈະ​ຮັບ​ເອົາ​ພວກເຈົ້າ​ໄວ້.


ເພາະ​ອັບຣາຮາມ​ມີ​ຄວາມເຊື່ອ​ແບບ​ນີ້ ເມື່ອ​ພຣະເຈົ້າ​ຊົງ​ເອີ້ນ​ໃຫ້​ເພິ່ນ​ອອກ​ເດີນທາງ​ໄປ​ສູ່​ດິນແດນ​ທີ່​ພຣະອົງ​ໄດ້​ຊົງ​ສັນຍາ​ໄວ້​ວ່າ ຈະ​ມອບ​ໃຫ້​ເພິ່ນ ເພິ່ນ​ໄດ້​ເຊື່ອຟັງ ແລະ​ອອກ​ຈາກ​ບ້ານເກີດ​ເມືອງນອນ​ຂອງຕົນ​ໄປ ໂດຍ​ບໍ່​ຮູ້​ເລີຍ​ວ່າ​ຕົນ​ຈະ​ໄປ​ໃສ.


ແລ້ວ​ຂ້າພະເຈົ້າ​ກໍ​ໄດ້​ຍິນ​ສຽງ​ໜຶ່ງ​ອີກ​ຈາກ​ສະຫວັນ​ກ່າວ​ວ່າ, “ໄພ່ພົນ​ຂອງເຮົາ​ເອີຍ, ຈົ່ງ​ອອກ​ມາ​ຈາກ​ມະຫາ​ນະຄອນ​ນັ້ນ​ເສຍ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ບໍ່ມີ​ສ່ວນ ໃນ​ການບາບ​ຂອງ​ມັນ ເພື່ອ​ເຈົ້າ​ຈະ​ບໍ່ໄດ້​ຖືກ​ໄພ​ອັນຕະລາຍ ທີ່​ຈະ​ເກີດ​ແກ່​ມັນ​ນັ້ນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka