8 ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງເຮັດໃຫ້ພວກເຂົາພັດພາກຈາກກັນ ໄປຢູ່ທົ່ວທຸກຫົນທຸກແຫ່ງເທິງແຜ່ນດິນໂລກ ແລະພວກເຂົາກໍໄດ້ຢຸດການກໍ່ສ້າງເມືອງ.
ເອເບມີລູກຊາຍສອງຄົນຄື: ຜູ້ອ້າຍຊື່ວ່າ, “ເປເລັກ” ເພາະໃນສະໄໝຂອງເພິ່ນນັ້ນ ຄົນໃນໂລກໄດ້ແບ່ງແຍກກັນ; ນ້ອງຊາຍຂອງລາວຊື່ວ່າ, “ໂຢກທານ”.
ຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງໂນອາ ທີ່ແຍກອອກເປັນຊົນຊາດທີ່ແຕກຕ່າງກັນໃນໂລກ. ຫລັງຈາກນໍ້າຖ້ວມໂລກແລ້ວ ຊົນຊາດທັງໝົດທີ່ຢູ່ເທິງແຜ່ນດິນໂລກ ແມ່ນສືບເຊື້ອສາຍມາຈາກໂນອາແລະລູກຊາຍ.
ພວກເຫຼົ່ານີ້ເປັນເຊື້ອສາຍຂອງຢາເຟດ ທີ່ອາໄສຢູ່ໃນເຜົ່າ ແລະໃນປະເທດທີ່ແຕກຕ່າງກັນ ຊຶ່ງແຕ່ລະໝວດໝູ່ປາກເວົ້າພາສາຂອງຕົນເອງ.
ພວກເຂົາເວົ້າວ່າ, “ບັດນີ້ ຈົ່ງພາກັນສ້າງເມືອງກັບທັງໃຫ້ມີຫໍຄອຍທີ່ມີຍອດສູງຈຸຟ້າສະຫວັນ ເພື່ອພວກເຮົາຈະໄດ້ສ້າງຊື່ສຽງໄວ້ ແລະຈະບໍ່ຖືກພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກນີ້.”
ດັ່ງນັ້ນ ເຂົາໄດ້ໃສ່ຊື່ສະຖານທີ່ນັ້ນວ່າ, “ບາເບນ” ເພາະໃນທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພາສາຂອງບັນດາປະຊາຊາດແຕກຕ່າງກັນ ແລະຈາກທີ່ນັ້ນ ພຣະເຈົ້າຢາເວໄດ້ເຮັດໃຫ້ພວກເຂົາພັດພາກຈາກກັນໄປທົ່ວເທິງແຜ່ນດິນໂລກ.
ຂ້ອຍຂໍສາບແຊ່ງໄວ້ ຄວາມໂຫດຫ້ຽມຂອງພວກເຂົາ. ຍ້ອນເມົາມົວໂມໂຫຈຶ່ງລືມຕົວເຮັດຊົ່ວໄວ້. ຂ້ອຍຈະໃຫ້ພວກເຂົາແຕກກະຈັດກະຈາຍໄປທົ່ວອິດສະຣາເອນ; ຂ້ອຍຈະໃຫ້ພວກເຂົາແຕກກັນໃນພວກເຂົາເຈົ້າ.
ພຣະເຈົ້າຢາເວມ້າງຈຸດປະສົງຊົນຊາດທັງຫລາຍ ພຣະອົງກີດກັ້ນພວກເຂົາບໍ່ໃຫ້ວາງແຜນອອກໄດ້.
ຂ້າແດ່ພຣະເຈົ້າຢາເວ ພວກຂ້ານ້ອຍຮູ້ວ່າສັດຕູຂອງພຣະອົງຈະຕາຍ ແລະຄົນຊົ່ວຮ້າຍທັງໝົດກໍຈະຕ້ອງພ່າຍແພ້.
ເມື່ອພຣະຫັດອັນຊົງຣິດ ຂອງພຣະອົງຢຽດອອກ ຄົນຈອງຫອງ ແລະແຜນການ ຂອງພວກເຂົາກໍແຕກຊະ.
ອົງພຣະຜູ້ສູງສຸດໄດ້ໃຫ້ ຊາດຕ່າງໆມີດິນແດນຂອງຕົນ; ພຣະອົງໄດ້ກຳນົດບ່ອນໃຫ້ລູກຫລານຂອງອິດສະຣາເອນ ເປັນບ່ອນທີ່ພວກເຂົາຈະອາໄສຢູ່ນັ້ນ.