Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 11:5 - ພຣະຄຳພີສັກສິ

5 ແລ້ວ​ພຣະເຈົ້າຢາເວ​ກໍໄດ້​ລົງ​ມາ ເພື່ອ​ເບິ່ງ​ຕົວເມືອງ​ກັບ​ຫໍຄອຍ​ທີ່​ມະນຸດ​ໄດ້​ສ້າງ​ຂຶ້ນ

Uka jalj uñjjattʼäta Copia luraña




ປະຖົມມະການ 11:5
10 Jak'a apnaqawi uñst'ayäwi  

ເຮົາ​ຈະ​ຕ້ອງ​ລົງ​ໄປ​ສຳຫລວດ​ເບິ່ງ​ວ່າ ການ​ກ່າວຫາ​ທີ່​ເຮົາ​ໄດ້ຍິນ​ນັ້ນ ເປັນ​ຄວາມຈິງ​ຫລື​ບໍ່?”


ພຣະເຈົ້າຢາເວ​ຢູ່​ໃນ​ພຣະວິຫານ​ອັນ​ສັກສິດ​ຂອງ​ພຣະອົງ ພຣະເຈົ້າຢາເວ​ປະທັບ​ເທິງ​ພຣະ​ບັນລັງ ຢູ່​ໃນ​ສະຫວັນ ພຣະອົງ​ເຝົ້າເບິ່ງ​ມະນຸດ​ທຸກແຫ່ງ​ທຸກຫົນ ແລະ​ທັງ​ຮູ້ວ່າ​ຄົນ​ກຳລັງ​ເຮັດ​ຫຍັງ​ຢູ່​ດ້ວຍ.


ແລະ​ມື້ຮື ໃຫ້​ພວກເຂົາ​ຕຽມພ້ອມ ໃນ​ມື້​ນັ້ນ ພຣະເຈົ້າຢາເວ​ຈະ​ລົງ​ມາ​ເທິງ​ພູເຂົາ​ຊີນາຍ ບ່ອນ​ທີ່​ປະຊາຊົນ​ອິດສະຣາເອນ​ທັງໝົດ​ຈະ​ເຫັນ​ເຮົາ.


ພູເຂົາ​ຊີນາຍ​ທັງ​ໜ່ວຍ​ມີ​ຄວັນ​ປົກຄຸມ​ຢູ່ ເພາະ​ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ໃນ​ໄຟ​ທີ່​ເທິງ​ພູ​ນັ້ນ. ສະນັ້ນ ຄວັນ​ທີ່​ພຸ່ງ​ຂຶ້ນ​ມາ ຈຶ່ງ​ຄື​ຄວັນ​ທີ່​ອອກ​ມາ​ຈາກ​ເຕົາ​ໄຟ​ອັນ​ໃຫຍ່ ແລະ​ພູເຂົາ​ທັງ​ໜ່ວຍ​ກໍ​ສະທ້ານ​ຫວັ່ນໄຫວ​ຢ່າງ​ໜັກ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ລົງ​ມາ​ເທິງ​ຈອມ​ພູເຂົາ​ຊີນາຍ, ພຣະເຈົ້າຢາເວ​ເອີ້ນ​ໂມເຊ​ໃຫ້​ຂຶ້ນ​ໄປ​ພົບ​ພຣະອົງ ແລະ​ໂມເຊ​ກໍ​ຂຶ້ນ​ໄປ.


ສະນັ້ນ ເຮົາ​ຈຶ່ງ​ລົງ​ມາ​ຊ່ວຍກູ້​ພວກເຂົາ​ໃຫ້​ພົ້ນ​ຈາກ​ການ​ທາລຸນ​ຂອງ​ຊາວ​ເອຢິບ; ເພື່ອ​ນຳພາ​ພວກເຂົາ​ໄປ​ສູ່​ດິນແດນ​ທີ່​ອຸດົມສົມບູນ ແລະ​ຮັ່ງມີ​ບ່ອນ​ທີ່​ຊາວ​ການາອານ, ຮິດຕີ, ອາໂມ, ເປຣີຊີ, ຮີວີ ແລະ​ຊາວ​ເຢບຸດ​ອາໄສ​ຢູ່​ໃນ​ເວລາ​ນີ້.


ບໍ່ມີ​ຜູ້ໃດ​ເຄີຍ​ຂຶ້ນ​ໄປ​ສະຫວັນ ນອກຈາກ​ບຸດ​ມະນຸດ​ຜູ້​ທີ່​ໄດ້​ລົງ​ມາ​ຈາກ​ສະຫວັນ.


ແລະ​ໃນ​ທຸກສິ່ງ​ທີ່​ໄດ້​ຖືກ​ສ້າງ​ຂຶ້ນ​ນັ້ນ ບໍ່ມີ​ສິ່ງໃດ​ຖືກ​ບັງລັບ​ໄວ້​ຈາກ​ພຣະພັກ​ພຣະອົງ​ໄດ້ ແຕ່​ທຸກສິ່ງ​ໄດ້​ປາກົດ​ແຈ້ງ​ຕໍ່​ສາຍຕາ​ຂອງ​ພຣະອົງ ຜູ້​ທີ່​ເຮົາ​ຈະ​ຕ້ອງ​ໃຫ້​ການ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka