Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 11:4 - ພຣະຄຳພີສັກສິ

4 ພວກເຂົາ​ເວົ້າ​ວ່າ, “ບັດ​ນີ້ ຈົ່ງ​ພາກັນ​ສ້າງ​ເມືອງ​ກັບ​ທັງ​ໃຫ້​ມີ​ຫໍຄອຍ​ທີ່​ມີ​ຍອດ​ສູງ​ຈຸ​ຟ້າ​ສະຫວັນ ເພື່ອ​ພວກເຮົາ​ຈະ​ໄດ້​ສ້າງ​ຊື່ສຽງ​ໄວ້ ແລະ​ຈະ​ບໍ່​ຖືກ​ພັດພາກ​ຈາກ​ກັນ​ໄປ​ທົ່ວ​ເທິງ​ແຜ່ນດິນ​ໂລກນີ້.”

Uka jalj uñjjattʼäta Copia luraña




ປະຖົມມະການ 11:4
17 Jak'a apnaqawi uñst'ayäwi  

ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.


ກະສັດ​ດາວິດ​ມີ​ຊື່ສຽງ​ໂດ່ງດັງ​ຫລາຍ​ຂຶ້ນ ຫລັງຈາກ​ທີ່​ເພິ່ນ​ໄດ້​ກັບຄືນ​ມາ​ຈາກ​ບ່ອນ​ທີ່​ເພິ່ນ​ໄດ້​ຂ້າ​ຊາວ​ເອໂດມ​ສິບແປດພັນ​ຄົນ ທີ່​ຮ່ອມພູ​ເກືອ.


ເຮືອ​ໂຍກ​ຂຶ້ນ​ສູ່​ທ້ອງຟ້າ ໂຍບ​ລົງ​ສູ່​ທ້ອງ​ທະເລ ໃນ​ອັນຕະລາຍ​ຢ່າງນີ້ ມະນຸດ​ກໍ​ຂາດ​ຄວາມ​ກ້າຫານ.


ຂ້າແດ່​ພຣະເຈົ້າຢາເວ ພວກ​ຂ້ານ້ອຍ​ຮູ້ວ່າ​ສັດຕູ​ຂອງ​ພຣະອົງ​ຈະ​ຕາຍ ແລະ​ຄົນຊົ່ວຮ້າຍ​ທັງໝົດ​ກໍ​ຈະ​ຕ້ອງ​ພ່າຍແພ້.


ຄົນ​ຊອບທຳ​ຈະ​ມີ​ຄົນ​ຈົດຈຳ​ໄວ້​ເປັນ​ຄວາມພອນ, ແຕ່​ຄົນຊົ່ວ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໄວວາ.


ເຖິງ​ແມ່ນ​ວ່າ ນະຄອນ​ບາບີໂລນ​ປີນ​ຂຶ້ນ​ໄປ​ສູ່​ທ້ອງຟ້າ​ໄດ້ ແລະ​ສ້າງ​ປ້ອມ​ປ້ອງກັນ​ຢູ່​ທີ່ນັ້ນ​ໄດ້ ເຮົາ​ກໍ​ຍັງ​ຈະ​ສົ່ງ​ຄົນ​ໄປ​ທຳລາຍ.” ພຣະເຈົ້າຢາເວ​ກ່າວ​ດັ່ງນີ້ແຫຼະ.


ຕົ້ນໄມ້​ນີ້​ໃຫຍ່​ສູງ​ຈົນ​ຈຸ​ທ້ອງຟ້າ ແລະ​ທຸກຄົນ​ທົ່ວໂລກ​ກໍ​ສາມາດ​ເຫັນ​ມັນ​ໄດ້.


ຂ້າແດ່​ພະຣາຊາ ຕົ້ນໄມ້​ນັ້ນ​ແມ່ນ​ທ່ານເອງ ຄື​ຜູ້​ທີ່​ຍິ່ງໃຫຍ່​ແລະ​ເຂັ້ມແຂງ. ຄວາມ​ຍິ່ງໃຫຍ່​ຂອງທ່ານ​ສູງ​ຈຸ​ຟ້າ ແລະ​ອຳນາດ​ຂອງທ່ານ​ກໍ​ແຜ່​ອອກ​ໄປ​ທົ່ວໂລກ.


ເພາະສະນັ້ນ ພະຣາຊາ​ເອີຍ ຈົ່ງ​ເຮັດ​ຕາມ​ຄຳແນະນຳ​ຂອງ​ຂ້ານ້ອຍ​ເຖີດ. ຈົ່ງ​ເລີກ​ເຮັດ​ບາບ​ສາ ແລະ​ເຮັດ​ໃນ​ສິ່ງ​ທີ່​ຖືກຕ້ອງ; ຈົ່ງ​ເມດຕາ​ສົງສານ​ຄົນ​ຍາກຈົນ. ແລ້ວ​ທ່ານ​ກໍ​ຈະ​ຈະເລີນ​ຮຸ່ງເຮືອງ​ສືບ​ຕໍ່ໄປ.”


ເພິ່ນ​ໄດ້​ກ່າວ​ວ່າ, “ເບິ່ງດູ ນະຄອນ​ບາບີໂລນ​ນີ້​ເປັນ​ເມືອງ​ໃຫຍ່​ຫລາຍ ເຮົາ​ໄດ້​ສ້າງ​ໃຫ້​ເປັນ​ເມືອງ​ຫລວງ​ຂອງເຮົາ ເພື່ອ​ສະແດງ​ເຖິງ​ອຳນາດ ແລະ​ຄວາມ​ຍິ່ງໃຫຍ່ ກຽດຕິຍົດ ແລະ​ສະຫງ່າຣາສີ​ຂອງເຮົາ.”


ເມື່ອ​ພຣະຫັດ​ອັນ​ຊົງ​ຣິດ ຂອງ​ພຣະອົງ​ຢຽດ​ອອກ ຄົນ​ຈອງຫອງ ແລະ​ແຜນການ​ ຂອງ​ພວກເຂົາ​ກໍ​ແຕກຊະ.


ແລ້ວ​ເຈົ້າ​ທັງຫລາຍ​ຈະ​ເຊື່ອ​ໄດ້​ຢ່າງ​ໃດ? ເຈົ້າ​ທັງຫລາຍ​ມັກ​ຮັບ​ເອົາ​ກຽດຕິຍົດ​ຈາກ​ມະນຸດ​ດ້ວຍ​ກັນ, ແຕ່​ບໍ່​ຊອກຫາ​ກຽດຕິຍົດ​ຈາກ​ຜູ້​ທີ່​ເປັນ​ພຣະເຈົ້າ​ແຕ່​ອົງ​ດຽວ,


ພວກເຮົາ​ຈະ​ເຂົ້າ​ໄປ​ໃນ​ດິນແດນ​ນັ້ນ​ເຮັດ​ຫຍັງ? ພວກເຮົາ​ຢ້ານ ເພາະ​ນັກສືບ​ສອດແນມ​ທີ່​ພວກເຮົາ​ໄດ້​ສົ່ງ​ໄປ​ນັ້ນ ມາ​ລາຍງານ​ວ່າ​ຄົນ​ໃນ​ດິນແດນ​ນັ້ນ​ໂຕ​ໃຫຍ່​ສູງ ແລະ​ແຂງແຮງ​ລື່ນ​ພວກເຮົາ. ພວກເຂົາ​ອາໄສ​ຢູ່​ໃນ​ເມືອງ​ຕ່າງໆ​ທີ່​ມີ​ກຳແພງ​ສູງ​ຈຸ​ຟ້າ. ພວກເຂົາ​ໄດ້​ເຫັນ​ພວກ​ອານາກີມ​ຢູ່​ທີ່​ນັ້ນ.’


ພຣະເຈົ້າຢາເວ​ຈະ​ເຮັດ​ໃຫ້​ພວກເຈົ້າ ກະຈັດ​ກະຈາຍ​ໄປ​ຢູ່​ໃນ​ຊົນຊາດ​ອື່ນໆ ບ່ອນ​ທີ່​ພວກເຈົ້າ​ພຽງແຕ່​ໜ້ອຍ​ຄົນ​ເທົ່ານັ້ນ​ຈະ​ຍັງ​ມີ​ຊີວິດ​ຢູ່.


“ປະຊາຊົນ​ອິດສະຣາເອນ​ເອີຍ ຈົ່ງ​ຟັງເຖີດ ວັນ​ນີ້​ພວກເຈົ້າ​ກຳລັງ​ຈະ​ຂ້າມ​ແມ່ນໍ້າ​ຈໍແດນ ເຂົ້າ​ໄປ​ຢຶດຄອງ​ດິນແດນ​ທີ່​ເປັນ​ຂອງ​ຊົນຊາດ​ທີ່​ຍິ່ງໃຫຍ່​ແລະ​ມີ​ອຳນາດ​ກວ່າ​ພວກເຈົ້າ. ເມືອງ​ກໍ​ໃຫຍ່​ແລະ​ກຳແພງ​ກໍ​ສູງ​ຈຸ​ຟ້າ​ສະຫວັນ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka