11 ຫລັງຈາກນັ້ນຕໍ່ມາ ເພິ່ນກໍມີອາຍຸຍືນຕື່ມອີກ 500 ປີ ແລະມີລູກຊາຍຍິງຕື່ມອີກຫລາຍຄົນ.
ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.”
ເຊື້ອສາຍຂອງເຊມມີຄວາມເປັນມາດັ່ງນີ້: ສອງປີຫລັງຈາກນໍ້າຖ້ວມ ເມື່ອເຊມອາຍຸໄດ້ 100 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ, ອາກປັກຊາດ.
ເມື່ອອາກປັກຊາດອາຍຸໄດ້ 35 ປີ ເພິ່ນມີລູກຊາຍຜູ້ໜຶ່ງຊື່ວ່າ ເຊລາ;
ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວໄປເທິງແຜ່ນດິນໂລກ.”
ຂໍໃຫ້ລູກຊາຍຂອງຂ້ານ້ອຍເປັນດັ່ງຕົ້ນໄມ້ໃຫຍ່ ທີ່ໃຫຍ່ຂຶ້ນຢ່າງທ່ຽງທຳໃນໄວໜຸ່ມຂອງເຂົາເຈົ້າ. ຂໍໃຫ້ລູກສາວຂອງຂ້ານ້ອຍເປັນດັ່ງເສົາຕົ້ນໃຫຍ່ ທີ່ຖືກປະດັບໄວ້ເອ້ໃນພະຣາຊວັງ.