1 ແຕ່ທຳອິດນັ້ນ ມະນຸດທົ່ວທັງແຜ່ນດິນໂລກປາກເວົ້າພາສາດຽວກັນ ແລະໃຊ້ຖ້ອຍຄຳແບບດຽວກັນ.
ຄົນເຫຼົ່ານີ້ແມ່ນເຊື້ອສາຍຂອງໂນອາ ທີ່ແຍກອອກເປັນຊົນຊາດທີ່ແຕກຕ່າງກັນໃນໂລກ. ຫລັງຈາກນໍ້າຖ້ວມໂລກແລ້ວ ຊົນຊາດທັງໝົດທີ່ຢູ່ເທິງແຜ່ນດິນໂລກ ແມ່ນສືບເຊື້ອສາຍມາຈາກໂນອາແລະລູກຊາຍ.
ເມື່ອພວກເຂົາທ່ອງທ່ຽວໄປທາງທິດຕາເວັນອອກ ຈຶ່ງພົບທົ່ງຮາບພຽງແຫ່ງໜຶ່ງທີ່ບາບີໂລນ ແລະພາກັນຕັ້ງຖິ່ນຖານຫຼັກແຫຼ່ງຢູ່ທີ່ນັ້ນ.
ແລະພຣະອົງຊົງກ່າວວ່າ, “ບັດນີ້ ມະນຸດທ້ອນໂຮມກັນເປັນພວກດຽວ ແລະຕ່າງກໍປາກເວົ້າພາສາດຽວກັນ; ສິ່ງນີ້ເປັນພຽງຂັ້ນເລີ່ມຕົ້ນຂອງສິ່ງທີ່ພວກເຂົາກຳລັງຈະກະທຳ. ບໍ່ດົນນານ ພວກເຂົາກໍຈະສາມາດເຮັດທຸກສິ່ງຕາມທີ່ພວກເຂົາຕ້ອງການ
ເມື່ອເວລານັ້ນມາເຖິງ ຄົນໃນຫ້າຕົວເມືອງຂອງເອຢິບຈະເວົ້າພາສາເຮັບເຣີ. ປະຊາຊົນທີ່ຢູ່ໃນບ່ອນນັ້ນ ຈະສາບານໂດຍພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່. ເມືອງໜຶ່ງໃນຈຳນວນເມືອງທັງຫລາຍຈະມີຄົນເອີ້ນວ່າ, “ເມືອງແຫ່ງດວງອາທິດ.”
ແລ້ວເຮົາກໍຈະປ່ຽນສົບປາກຂອງບັນດາຊົນຊາດຕ່າງໆໃຫ້ເປັນບໍຣິສຸດ ແລະພວກເຂົາທຸກຄົນຈະຮ້ອງອອກນາມຊື່ຂອງພຣະເຈົ້າຢາເວ ແລະຮັບໃຊ້ພຣະອົງດ້ວຍໃຈອັນດຽວກັນ.
ເມື່ອພວກເຂົາໄດ້ຍິນສຽງນີ້ແລ້ວ ກໍມີປະຊາຊົນມາເຕົ້າໂຮມກັນຢ່າງໜາແໜ້ນ ພວກເຂົາທັງໝົດຕ່າງກໍຕື່ນເຕັ້ນປະຫລາດໃຈ ເພາະໄດ້ຍິນບັນດາຄົນເຫຼົ່ານັ້ນ ເວົ້າພາສາທ້ອງຖິ່ນຂອງຕົນ.