Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 10:9 - ພຣະຄຳພີສັກສິ

9 ດ້ວຍ​ກຳລັງ​ຄວາມ​ກ້າຫານ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ລາວ​ຈຶ່ງ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່. ສະນັ້ນ ຄົນ​ຈຶ່ງ​ມັກ​ອວຍພອນ​ກັນແລະກັນ​ວ່າ, “ຂໍ​ພຣະເຈົ້າຢາເວ​ບັນດານ​ໃຫ້​ເຈົ້າ​ເປັນ​ນາຍພານ​ຜູ້​ຍິ່ງໃຫຍ່​ເໝືອນ​ດັ່ງ​ນິມໂຣດ.”

Uka jalj uñjjattʼäta Copia luraña




ປະຖົມມະການ 10:9
13 Jak'a apnaqawi uñst'ayäwi  

ອານາຈັກ​ທຳອິດ​ທີ່​ນິມໂຣດ​ໄດ້​ປົກຄອງ​ມີ: ບາບີໂລນ, ເອເຣັກ ແລະ​ອັກກາດ. ເມືອງ​ທັງ​ສາມ​ນີ້​ຢູ່​ໃນ​ບາບີໂລນ.


ກູເຊ​ໄດ້​ມີ​ລູກຊາຍ​ຢູ່​ອີກ​ຜູ້ໜຶ່ງ​ຊື່​ວ່າ, ນິມໂຣດ ເປັນ​ຜູ້​ມີ​ອຳນາດ ທີ່​ຍິ່ງໃຫຍ່​ຄົນ​ທຳອິດ​ຢູ່​ໃນ​ໂລກ.


ຊຶ່ງ​ປະຊາຊົນ​ໃນ​ເມືອງ​ນີ້​ຊົ່ວຊ້າ ແລະ​ເຮັດ​ຜິດບາບ​ຕໍ່ສູ້​ພຣະເຈົ້າຢາເວ.


ເດັກນ້ອຍ​ທັງສອງ​ເຕີບ​ໃຫຍ່​ຂຶ້ນ​ມາ ແລະ​ເອຊາວ​ກາຍເປັນ​ນາຍພານ​ທີ່​ເກັ່ງກ້າ​ທັງ​ຊຳນິ​ຊຳນານ ແລະ​ມັກ​ໃຊ້​ຊີວິດ​ຢູ່​ນອກ​ບ້ານ. ສ່ວນ​ຢາໂຄບ​ນັ້ນ ເປັນ​ຄົນ​ສຸກຂຸມ​ແລະ​ມັກ​ຢູ່​ແຕ່​ໃນ​ເຮືອນ.


ພໍ​ຢາໂຄບ​ໄດ້​ຮັບ​ພອນ​ຈາກ​ອີຊາກ​ແລ້ວ ລາວ​ກໍ​ອຳລາ​ຈາກ​ໄປ. ຫລັງຈາກ​ນັ້ນ​ໜ້ອຍ​ໜຶ່ງ ເອຊາວ​ອ້າຍ​ຂອງ​ລາວ​ກໍ​ກັບ​ມາ​ແຕ່​ລ່າສັດ.


ແຕ່​ພວກ​ອື່ນໆ​ທຸກຄົນ​ໄດ້​ເຮັດ​ຊົ່ວ​ໃນ​ສາຍ​ຕາ​ຂອງ​ພຣະເຈົ້າ ແລະ​ການ​ຂ້າຟັນ​ລັນແທງ​ກັນ​ກໍ​ແຜ່ລາມ​ໄປ​ທົ່ວ​ທຸກ​ທີ່​ທຸກບ່ອນ.


ໃນ​ສະໄໝ​ນັ້ນ ແລະ​ທັງ​ສະໄໝ​ຕໍ່ມາ ມີ​ຄົນ​ຮູບຮ່າງ​ໃຫຍ່​ທີ່​ເທິງ​ແຜ່ນດິນ​ໂລກ. ຄົນ​ພວກ​ນີ້​ເກີດ​ຈາກ​ຜູ້ຍິງ​ກັບ​ລູກຊາຍ​ທັງຫລາຍ​ຂອງ​ພຣະເຈົ້າ. ພວກເຂົາ​ເປັນ​ຄົນ​ເກັ່ງກ້າ​ສາມາດ​ຫລາຍ ແລະ​ເປັນ​ຄົນ​ທີ່​ມີ​ຊື່ສຽງ​ດີ​ໃນ​ສະໄໝ​ບູຮານ.


ເມື່ອ​ຄວາມ​ເດືອດຮ້ອນ​ມາ​ຈົນເຖິງ​ທີ່ສຸດ ອາຮາດ​ກໍ​ຍິ່ງ​ເຮັດ​ບາບ​ຕໍ່ສູ້​ພຣະເຈົ້າຢາເວ​ຫລາຍ​ຂຶ້ນ.


“ເບິ່ງແມ! ນີ້​ແມ່ນ​ຄົນ​ທີ່​ບໍ່​ເພິ່ງ​ຄວາມ​ປອດໄພ​ໃນ​ພຣະເຈົ້າ ແຕ່​ໄວ້ວາງໃຈ​ໃນ​ຊັບສິນ​ອັນ​ມະຫາສານ​ຂອງຕົນ ແລະ​ຊອກຫາ​ຄວາມ​ປອດໄພ​ໃນ​ທາງ​ຊົ່ວຮ້າຍ.”


ຈາກ​ດິນແດນ​ນັ້ນ ພວກ​ອັກຄະຣາຊທູດ​ຂີ່​ເຮືອ​ທີ່​ເຮັດ​ດ້ວຍ​ກົກອໍ້ ລ່ອງ​ໄປ​ຕາມ​ແມ່ນໍ້ານິນ. ບັນດາ​ຜູ້​ສົ່ງຂ່າວ​ທີ່​ວ່ອງໄວ​ເອີຍ ຈົ່ງ​ກັບ​ເມືອ​ສາ​ເຖີດ ຈົ່ງ​ນຳ​ຂ່າວ​ຄືນ​ເມືອ​ສູ່​ດິນແດນ​ຂອງ​ພວກເຈົ້າ​ທີ່​ມີ​ແມ່ນໍ້າ​ທັງຫລາຍ​ແບ່ງ​ແຍກ, ສູ່​ຊົນຊາດ​ທີ່​ເຂັ້ມແຂງ ແລະ​ມີ​ອຳນາດ​ຂອງ​ພວກເຈົ້າ, ສູ່​ປະຊາຊົນ​ທີ່​ມີ​ຮູບຮ່າງ​ໃຫຍ່ ແລະ​ຜິວພັນ​ກ້ຽງໃສ​ດີ​ຂອງ​ພວກເຈົ້າ ຄື​ພວກ​ທີ່​ຄົນ​ທັງໂລກ​ຢ້ານກົວ.


ພຣະເຈົ້າຢາເວ​ກ່າວ​ວ່າ, “ເຮົາ​ກຳລັງ​ຈະ​ສົ່ງ​ຄົນ​ຈັບປາ​ຫລາຍ​ຄົນ ມາ​ຈັບ​ປະຊາຊົນ​ເຫຼົ່ານີ້. ແລ້ວ​ເຮົາ​ກໍ​ຈະ​ສົ່ງ​ນາຍພານ​ຫລາຍ​ຄົນ ມາ​ໂຫ່​ພວກເຂົາ​ລົງ​ຈາກ​ເທິງ​ພູເຂົາ ແລະ​ເນີນພູ​ທຸກໜ່ວຍ ແລະ​ເຂົ້າ​ໄປ​ໃນ​ຖໍ້າ​ແລະ​ໃນ​ໂງ່ນຫີນ.


ແລະ​ຈົ່ງ​ບອກ​ພວກເຂົາ​ວ່າ, ‘ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ກ່າວ​ດັ່ງນີ້: ເຄາະກຳ​ເປັນ​ຂອງ​ພວກຜູ້ຍິງ​ສາ​ແລ້ວ ພວກເຈົ້າ​ໄດ້​ຫຍິບ​ຜ້າຍັນ​ມັດ​ແຂນ​ໃຫ້​ທຸກໆຄົນ ແລະ​ເຮັດ​ຜ້າຍັນ​ພັນ​ຄໍ​ເພື່ອ​ໃຊ້​ຄຽນ​ຫົວ​ໃຫ້​ທຸກໆຄົນ ທັງ​ນີ້​ກໍ​ເພື່ອ​ພວກເຂົາ​ຈະ​ມີ​ອຳນາດ​ເໜືອ​ຊີວິດ​ຂອງ​ຄົນອື່ນ. ພວກເຈົ້າ​ຢາກ​ຈະ​ມີ​ອຳນາດ​ແຫ່ງ​ຊີວິດ ແລະ​ຄວາມຕາຍ​ເໜືອ​ປະຊາຊົນ​ຂອງເຮົາ ແລະ​ຈະ​ໃຊ້​ສິ່ງນັ້ນ​ເພື່ອ​ຜົນປະໂຫຍດ​ຂອງ​ພວກ​ເຈົ້າເອງ.


ຢູ່​ໃນ​ດິນແດນ​ບໍ່ມີ​ຄົນ​ສຸດຈະຣິດ​ເຫຼືອ​ຢູ່​ເລີຍ ບໍ່ມີ​ຈັກ​ຄົນດຽວ ທີ່​ສັດຊື່​ຕໍ່​ພຣະເຈົ້າ. ທຸກຄົນ​ຕ່າງ​ກໍ​ຫາ​ໂອກາດ ເພື່ອ​ຂ້າຟັນ​ລັນແທງ​ຊຶ່ງກັນແລະກັນ ທຸກຄົນ​ຕ່າງ​ກໍ​ຕາມລ່າ​ພີ່ນ້ອງ​ຮ່ວມຊາດ​ຂອງ​ຕົນເອງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka