Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 10:7 - ພຣະຄຳພີສັກສິ

7 ເຊື້ອສາຍ​ຂອງ​ກູເຊ​ແມ່ນ​ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ​ແມ່ນ​ຊາວ​ເຊບາ ແລະ​ຊາວ​ເດດານ.

Uka jalj uñjjattʼäta Copia luraña




ປະຖົມມະການ 10:7
11 Jak'a apnaqawi uñst'ayäwi  

ກູເຊ​ໄດ້​ມີ​ລູກຊາຍ​ຢູ່​ອີກ​ຜູ້ໜຶ່ງ​ຊື່​ວ່າ, ນິມໂຣດ ເປັນ​ຜູ້​ມີ​ອຳນາດ ທີ່​ຍິ່ງໃຫຍ່​ຄົນ​ທຳອິດ​ຢູ່​ໃນ​ໂລກ.


ສາຍ​ທີ​ໜຶ່ງ​ຊື່​ວ່າ ປີໂຊນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ຮາວີລາ. (


ຣາຊີນີ​ແຫ່ງ​ເຊບາ​ໄດ້ຍິນ​ເຖິງ​ຊື່ສຽງ​ຂອງ​ກະສັດ​ໂຊໂລໂມນ ຣາຊີນີ​ຈຶ່ງ​ເດີນທາງ​ມາ​ທີ່​ນະຄອນ​ເຢຣູຊາເລັມ ເພື່ອ​ທົດສອບ​ເພິ່ນ​ດ້ວຍ​ບັນຫາ​ຫຍຸ້ງຍາກ​ຫລາຍ​ຢ່າງ.


ເຊື້ອສາຍ​ຂອງ​ກູເຊ ມີ​ດັ່ງນີ້: ຊາວ​ເຊບາ, ຮາວິລາ, ສັບຕາ, ຣາອາມາ ແລະ​ສັບເຕກາ. ເຊື້ອສາຍ​ຂອງ​ຣາອາມາ ແມ່ນ​ຊາວ​ເຊບາ​ແລະ​ຊາວ​ເດດານ.


ໃນ​ທັນໃດນັ້ນ ກໍ​ມີ​ພວກ​ເຊບາ ເຂົ້າ​ມາ​ໂຈມຕີ ແລະ​ລັກ​ເອົາ​ສັດ​ໄປ​ຈົນ​ໝົດ. ພວກເຂົາ​ໄດ້​ຂ້າ​ຄົນ​ຮັບໃຊ້​ທຸກຄົນ​ຂອງທ່ານ ຍົກເວັ້ນ​ແຕ່​ຂ້ານ້ອຍ. ຂ້ານ້ອຍ​ແມ່ນ​ຜູ້ດຽວ​ເທົ່ານັ້ນ ທີ່​ລອດຊີວິດ​ໜີ​ມາ​ບອກ​ທ່ານ.”


ກະສັດ​ຂອງ​ສະເປນ​ແລະ​ເກາະ​ດອນ​ທັງຫລາຍ ຕ່າງ​ກໍ​ຈະ​ນຳ​ຂອງ​ບັນນາການ​ມາ​ມອບ​ໃຫ້​ເພິ່ນ. ບັນດາ​ກະສັດ​ແຫ່ງ​ອາຣາເບຍ​ແລະ​ເອທີໂອເປຍ ກໍ​ຈະ​ນຳ​ເອົາ​ເຄື່ອງ​ຖວາຍ​ມາ​ມອບ​ໃຫ້.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ອາຣາເບຍ. ປະຊາຊົນ​ຊາວ​ເມືອງ​ເດດານ​ເອີຍ ຄື​ຂະບວນ​ຂອງ​ພວກ​ທີ່​ໄດ້​ຕັ້ງ​ຄ້າຍພັກ ຢູ່​ໃນ​ດິນແດນ​ຂອງ​ອາຣາເບຍ​ບ່ອນ​ແຫ້ງແລ້ງ


ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ເດີ ອົງ​ບໍຣິສຸດ​ຂອງ​ອິດສະຣາເອນ​ທີ່​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ. ເຮົາ​ຈະ​ໃຫ້​ປະເທດ​ເອຢິບ​ຍອມ​ປົດປ່ອຍ​ພວກເຈົ້າ​ເປັນ​ເສລີ ຈະ​ໃຫ້​ເອທີໂອເປຍ ແລະ​ເສບາ​ຍອມ​ດ້ວຍ.


ປະຊາຊົນ​ໂຣເດັດ ໄດ້​ຄ້າຂາຍ​ກັບ​ເຈົ້າ; ປະຊາຊົນ​ໃນ​ດິນແດນ​ຝັ່ງ​ທະເລ​ຫລາຍ​ແຫ່ງ​ໄດ້​ເອົາ​ງາ​ຊ້າງ ແລະ​ໄມ້​ຍູງ​ແລກປ່ຽນ​ເອົາ​ສິນຄ້າ​ຂອງເຈົ້າ.


ປະຊາຊົນ​ເດດານ​ໄດ້​ແລກປ່ຽນ​ຜ້າປົກ​ອານມ້າ​ກັບ​ສິນຄ້າ​ຂອງເຈົ້າ.


ພວກ​ພໍ່ຄ້າ​ແຫ່ງ​ເມືອງ​ເຊບາ​ກັບ​ເມືອງ​ຣາອາມາ ກໍ​ແລກປ່ຽນ​ເພັດພອຍ, ຄຳ ແລະ​ເຄື່ອງເທດ​ກັບ​ສິນຄ້າ​ຂອງເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka