Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 10:6 - ພຣະຄຳພີສັກສິ

6 ລູກຊາຍ​ຂອງ​ຮາມ​ມີ​ດັ່ງນີ້: ກູເຊ, ເອຢິບ, ລີເບຍ ແລະ​ການາອານ, ຜູ້​ທີ່​ເປັນ​ບັນພະບຸລຸດ​ຂອງ​ຊົນຊາດ ທີ່​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.

Uka jalj uñjjattʼäta Copia luraña




ປະຖົມມະການ 10:6
15 Jak'a apnaqawi uñst'ayäwi  

ພວກ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ຢາເຟດ ທີ່​ອາໄສ​ຢູ່​ໃນ​ເຜົ່າ ແລະ​ໃນ​ປະເທດ​ທີ່​ແຕກຕ່າງ​ກັນ ຊຶ່ງ​ແຕ່ລະ​ໝວດ​ໝູ່​ປາກ​ເວົ້າ​ພາສາ​ຂອງ​ຕົນເອງ.


ສາຍ​ທີ​ສອງ​ຊື່​ວ່າ ກີໂຮນ ຊຶ່ງ​ໄຫລ​ອ້ອມ​ດິນແດນ​ກູເຊ.


ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.


ລູກຊາຍ​ຂອງ​ໂນອາ​ທີ່​ອອກ​ມາ​ຈາກ​ເຮືອ​ໃຫຍ່ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. (ຮາມ​ເປັນ​ພໍ່​ຂອງ​ຊົນເຜົ່າ​ການາອານ.)


ເມື່ອ​ຮາມ​ພໍ່​ຂອງ​ການາອານ​ເຫັນ​ພໍ່​ຂອງຕົນ ກຳລັງ​ນອນ​ເປືອຍກາຍ​ຢ່າງ​ມືນເມົາ​ຢູ່​ເຊັ່ນ​ນັ້ນ ລາວ​ຈຶ່ງ​ຟ້າວ​ໄປ​ບອກ​ອ້າຍ​ທັງສອງ.


ພວກເຂົາ​ໄດ້​ພົບ​ທົ່ງຫຍ້າ​ຢ່າງ​ອຸດົມສົມບູນ ທັງ​ກວ້າງຂວາງ​ແລະ​ງຽບ​ສະຫງົບ​ດີ​ຢູ່​ນອກເມືອງ. ປະຊາຊົນ​ທີ່​ໄດ້​ອາໄສ​ຢູ່​ກ່ອນ​ພວກເຂົາ​ແມ່ນ​ຊາວ​ຮາມ.


ແລ້ວ​ຢາໂຄບ​ກໍໄດ້​ໄປ​ທີ່​ເອຢິບ ແລະ​ໄດ້​ຕັ້ງ​ຖິ່ນຖານ​ຢູ່​ໃນ​ທີ່ນັ້ນ.


ທັງສອງ​ໄດ້​ກະທຳ​ຣິດທານຸພາບ​ຂອງ​ພຣະອົງ​ໃຫ້​ເຫັນ ໂດຍ​ໄດ້​ເຮັດ​ການ​ອັດສະຈັນ​ຕ່າງໆ​ໃນ​ປະເທດ​ເອຢິບ​ນັ້ນ.


ສິ່ງ​ທີ່​ພຣະອົງ​ໄດ້​ເຮັດ​ນັ້ນ ໜ້າ​ອັດສະຈັນ​ຫລາຍ ເປັນ​ສິ່ງ​ປະຫລາດ​ໃຈ​ທີ່​ເກີດຂຶ້ນ​ໃນ​ທະເລແດງ​ນັ້ນ


ພຣະອົງ​ໄດ້​ຂ້າ​ລູກຊາຍກົກ​ທຸກຄົນ​ຂອງ​ພວກເຂົາ ຂອງ​ທຸກໆ​ຄອບຄົວ​ໃນ​ເອຢິບ​ນັ້ນ.


ເມື່ອ​ວັນ​ນັ້ນ​ມາ​ເຖິງ ອີກເທື່ອໜຶ່ງ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ໃຊ້​ຣິດອຳນາດ​ຂອງ​ພຣະອົງ ແລະ​ນຳ​ປະຊາຊົນ​ຂອງ​ພຣະອົງ​ກັບຄືນ​ມາ​ຈາກ​ດິນແດນ​ເຫຼົ່ານີ້: ຄົນ​ທີ່​ເຫຼືອ​ຢູ່​ໃນ​ປະເທດ​ອັດຊີເຣຍ ແລະ​ໃນ​ປະເທດ​ເອຢິບ, ໃນ​ດິນແດນ​ປັດໂຣດ, ປະເທດ​ເອທີໂອເປຍ, ປະເທດ​ເອລາມ, ປະເທດ​ບາບີໂລນ ແລະ​ປະເທດ​ຮາມັດ ແລະ​ໃນ​ດິນແດນ​ຕາມ​ຝັ່ງ​ທະເລ​ແລະ​ທີ່​ເທິງ​ໝູ່ເກາະ.


ຈົ່ງ​ສັ່ງ​ຝູງມ້າ​ໃຫ້​ແລ່ນ​ແກ່​ລົດຮົບ​ອອກ​ມາ ຈົ່ງ​ໃຫ້​ພວກ​ທະຫານ​ຖື​ໂລ້​ຍ່າງ​ອອກ​ມາ​ພ້ອມ ຄື​ພວກ​ທີ່​ມາ​ແຕ່​ປະເທດ​ເອທີໂອເປຍ​ແລະ​ປະເທດ​ລີເບຍ ນັກຍິງ​ໜ້າທະນູ​ທີ່​ຊຳນານ​ຈາກ​ປະເທດ​ລີເດຍ​ດ້ວຍ.”’


ພວກ​ທະຫານ​ຈາກ​ປະເທດ​ເປີເຊຍ, ລີເດຍ ແລະ​ລີເບຍ​ໄດ້​ຮັບໃຊ້​ໃນ​ກອງທັບ​ຂອງ​ເຈົ້າ. ພວກເຂົາ​ໄດ້​ຫ້ອຍ​ໂລ້​ແລະ​ໝວກ​ເຫຼັກ​ຂອງ​ພວກເຂົາ​ໄວ້​ໃນ​ໂຮງ​ທະຫານ​ຂອງ​ເຈົ້າ. ພວກເຂົາ​ເປັນ​ທະຫານ​ທີ່​ໄດ້​ນຳ​ກຽດ​ແລະ​ຊື່ສຽງ​ມາ​ໃຫ້​ເຈົ້າ.


ຊາຍ​ສະກັນ​ຈາກ​ເປີເຊຍ, ເອທີໂອເປຍ ແລະ​ລີເບຍ​ກໍ​ມາ​ກັບ​ເຈົ້າ ແລະ​ທຸກຄົນ​ກໍ​ຖື​ໂລ້​ແລະ​ໝວກເຫລັກ​ທັງນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka