ປະຖົມມະການ 10:5 - ພຣະຄຳພີສັກສິ5 ພວກເຫຼົ່ານີ້ເປັນເຊື້ອສາຍຂອງຢາເຟດ ທີ່ອາໄສຢູ່ໃນເຜົ່າ ແລະໃນປະເທດທີ່ແຕກຕ່າງກັນ ຊຶ່ງແຕ່ລະໝວດໝູ່ປາກເວົ້າພາສາຂອງຕົນເອງ. Uka jalj uñjjattʼäta |
ເມື່ອວັນນັ້ນມາເຖິງ ອີກເທື່ອໜຶ່ງ ອົງພຣະຜູ້ເປັນເຈົ້າຈະໃຊ້ຣິດອຳນາດຂອງພຣະອົງ ແລະນຳປະຊາຊົນຂອງພຣະອົງກັບຄືນມາຈາກດິນແດນເຫຼົ່ານີ້: ຄົນທີ່ເຫຼືອຢູ່ໃນປະເທດອັດຊີເຣຍ ແລະໃນປະເທດເອຢິບ, ໃນດິນແດນປັດໂຣດ, ປະເທດເອທີໂອເປຍ, ປະເທດເອລາມ, ປະເທດບາບີໂລນ ແລະປະເທດຮາມັດ ແລະໃນດິນແດນຕາມຝັ່ງທະເລແລະທີ່ເທິງໝູ່ເກາະ.