Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 10:4 - ພຣະຄຳພີສັກສິ

4 ເຊື້ອສາຍ​ຂອງ​ຢາວານ​ແມ່ນ​ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ; ພວກເຂົາ​ເປັນ​ປູ່ຍາຕາຍາຍ​ຂອງ​ປະຊາຊົນ ທີ່​ອາໄສ​ຢູ່​ຕາມ​ຝັ່ງ​ທະເລ ແລະ​ເກາະ​ດອນ​ຕ່າງໆ.

Uka jalj uñjjattʼäta Copia luraña




ປະຖົມມະການ 10:4
10 Jak'a apnaqawi uñst'ayäwi  

ພວກ​ເຫຼົ່ານີ້​ເປັນ​ເຊື້ອສາຍ​ຂອງ​ຢາເຟດ ທີ່​ອາໄສ​ຢູ່​ໃນ​ເຜົ່າ ແລະ​ໃນ​ປະເທດ​ທີ່​ແຕກຕ່າງ​ກັນ ຊຶ່ງ​ແຕ່ລະ​ໝວດ​ໝູ່​ປາກ​ເວົ້າ​ພາສາ​ຂອງ​ຕົນເອງ.


ເຊື້ອສາຍ​ຂອງ​ຢາວານ ມີ​ດັ່ງນີ້: ຊາວ​ເອລີຊາ, ສະເປນ, ໄຊປຣັດ ແລະ​ໂຣເດັດ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ກ່ຽວກັບ​ຕີເຣ. ຈົ່ງ​ໂສກເສົ້າ​ຮໍ່າໄຮ​ເຖີດ ພວກ​ແລ່ນ​ເຮືອ​ແຫ່ງ​ຕາກຊິດ​ເອີຍ ທ່າ​ເຮືອ​ໃນ​ເມືອງ​ທ່າ​ຂອງ​ພວກເຈົ້າ​ຖືກ​ທຳລາຍ​ສາ​ແລ້ວ; ບ້ານ​ເຮືອນ​ກັບ​ທ່າ​ເຮືອ​ຖືກ​ພັງ​ພິນາດ​ສາ​ແລ້ວ. ພວກເຈົ້າ​ຮູ້​ຂ່າວ​ຕ່າງໆ ເມື່ອ​ເຮືອ​ຂອງ​ພວກເຈົ້າ​ກັບ​ມາ​ແຕ່​ເມືອງ​ໄຊປຣັດ.


ເມືອງ​ຊີໂດນ​ເອີຍ ຄວາມສຸກ​ຂອງ​ເຈົ້າ​ໄດ້​ສິ້ນສຸດລົງ​ສາ​ແລ້ວ ແລະ​ປະຊາຊົນ​ຂອງ​ເຈົ້າ​ກໍໄດ້​ຖືກ​ກົດຂີ່. ເຖິງ​ແມ່ນ​ວ່າ​ພວກເຂົາ​ປົບໜີໄປ​ທີ່​ເມືອງ​ໄຊປຣັດ; ແຕ່​ກໍ​ຈະ​ບໍ່ໄດ້​ຮັບ​ຄວາມ​ປອດໄພ.


ເຈົ້າ​ໄດ້​ເຮັດ​ທຸລະກິດ​ກັບ​ຕາກຊິດ​ແລະ​ໄດ້​ເອົາ​ເງິນ, ເຫຼັກ, ກົ່ວ ແລະ​ຊືນ ຈ່າຍ​ເປັນ​ຄ່າ​ສິນຄ້າ​ອັນ​ຫລວງຫລາຍ​ຂອງ​ເຈົ້າ.


ຂະບວນ​ເຮືອ​ສິນຄ້າ​ຂະໜາດ​ໃຫຍ່​ທີ່ສຸດ​ແຫ່ງ​ຕາກຊິດ​ໄດ້​ມາ​ຂົນ​ສິນຄ້າ​ຂອງເຈົ້າ. ເຈົ້າ​ເປັນ​ດັ່ງ​ເຮືອ​ລຳ​ໜຶ່ງ​ນອນ​ຢູ່​ເທິງ​ທ້ອງ​ທະເລ ເປັນ​ເຮືອ​ໃຫຍ່​ດີ​ທີ່​ບັນທຸກ​ສິນຄ້າ​ຂະໜາດ​ໃຫຍ່.


ພວກເຂົາ​ໄດ້​ຕົ້ນກໍ່​ມາ​ຈາກ​ບາຊານ​ເຮັດ​ໄມ້​ພາຍ ໄດ້​ໄມ້​ສົນ​ຈາກ​ໄຊປຣັດ​ເຮັດ​ຂົວ​ເຮືອ​ຂັດ​ງາ​ຊ້າງ.


ຜ້າໃບ​ຂອງ​ເຈົ້າ​ເຮັດ​ດ້ວຍ​ຜ້າປ່ານ​ຈາກ​ປະເທດ​ເອຢິບ ຜ້າ​ແສ່ວ​ເປັນ​ສີແດງເຂັ້ມ​ເບິ່ງ​ເຫັນ​ແຕ່​ໄກ​ໄດ້. ຜ້າ​ເຫຼົ່ານີ້​ໄດ້​ເຮັດ​ມາ​ຈາກ​ເກາະ​ໄຊປຣັດ ຜ້າປ່ານ​ສີມ່ວງ​ຊັ້ນດີ​ເປັນ​ສິນຄ້າ​ຂອງ​ເຈົ້າ.


ຊາວ​ໂຣມ​ຈະ​ມາ​ທາງ​ເຮືອ ແລະ​ຂັດຂວາງ​ລາວ​ໄວ້ ແລະ​ລາວ​ຈະ​ຢ້ານກົວ. ແລ້ວ​ລາວ​ກໍ​ຈະ​ກັບຄືນ​ໄປ​ດ້ວຍ​ຄວາມ​ຄຽດແຄ້ນ ແລະ​ຈະ​ວາງແຜນ​ທຳລາຍ​ພັນທະສັນຍາ​ແຫ່ງ​ໄພ່ພົນ​ຂອງ​ພຣະເຈົ້າ. ລາວ​ຈະ​ເຮັດ​ຕາມ​ຄຳແນະນຳ​ຂອງ​ພວກ​ທີ່​ປະຖິ້ມ​ພັນທະສັນຍາ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka