ປະຖົມມະການ 10:11 - ພຣະຄຳພີສັກສິ11 ເມື່ອນິມໂຣດໜີຈາກດິນແດນນີ້ໄປ ເພິ່ນຈຶ່ງໄປທີ່ປະເທດອັດຊີເຣຍ ແລະສ້າງເມືອງຕ່າງໆຂຶ້ນອີກດັ່ງນີ້: ນີເນເວ, ເຣໂຮໂບດອີເຣ, ກາລາ, Uka jalj uñjjattʼäta |
ດັ່ງນັ້ນ ພວກເຂົາຈຶ່ງໄປຫາເຊຣຸບບາເບນ ແລະພວກຫົວໜ້າຂອງຕະກຸນຕ່າງໆ ແລະກ່າວວ່າ, “ຂໍໃຫ້ພວກເຮົາໄດ້ຮ່ວມຊ່ວຍສ້າງພຣະວິຫານດ້ວຍ. ພວກເຮົາແລະພວກທ່ານກໍນະມັດສະການພຣະເຈົ້າອົງດຽວກັນ ແລະເຄີຍໄດ້ເຜົາເຄື່ອງບູຊາແກ່ພຣະອົງ ຕັ້ງແຕ່ຄາວທີ່ກະສັດເອສາຮັດໂດນແຫ່ງອັດຊີເຣຍໄດ້ສົ່ງພວກເຮົາມາຢູ່ທີ່ນີ້.”
ອັດຊີເຣຍບໍ່ເຄີຍຊ່ວຍພວກຂ້ານ້ອຍໃຫ້ພົ້ນ ມ້າເສິກໃຫ້ຄວາມຄຸ້ມຄອງແກ່ພວກຂ້ານ້ອຍກໍບໍ່ໄດ້. ພວກຂ້ານ້ອຍຈະບໍ່ກ່າວຕໍ່ຮູບເຄົາຣົບຂອງພວກຂ້ານ້ອຍອີກວ່າ ພວກມັນເປັນພຣະເຈົ້າຂອງພວກຂ້ານ້ອຍ. ຂ້າແດ່ພຣະເຈົ້າຂອງພວກຂ້ານ້ອຍ ຂໍໂຜດສຳແດງຄວາມເມດຕາຕໍ່ພວກຂ້ານ້ອຍ ທີ່ຂາດຜູ້ເພິ່ງພາອາໄສດ້ວຍເຖີດ.”