Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 10:1 - ພຣະຄຳພີສັກສິ

1 ຕໍ່ໄປນີ້​ແມ່ນ​ເຊື້ອສາຍ​ຂອງ​ພວກ​ລູກຊາຍ​ໂນອາ ມີ​ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ. ສາມ​ຄົນ​ນີ້​ຫລັງຈາກ​ນໍ້າ​ໄດ້​ຖ້ວມ​ແຜ່ນດິນ​ໂລກ ພວກເຂົາ​ກໍໄດ້​ລູກຊາຍ​ຫລາຍ​ຄົນ.

Uka jalj uñjjattʼäta Copia luraña




ປະຖົມມະການ 10:1
12 Jak'a apnaqawi uñst'ayäwi  

ລູກຊາຍ​ຂອງ​ຢາເຟດ​ມີ​ດັ່ງນີ້: ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ​ຕີຣາດ ຜູ້​ທີ່​ເປັນ​ປູ່ຍ່າຕາຍາຍ​ຂອງ​ຊົນຊາດ ຊຶ່ງ​ໃສ່​ຊື່​ດັ່ງ​ກ່າວ​ນັ້ນ​ຕໍ່ໆ​ມາ.


ປະຫວັດ​ຈັກກະວານ​ແລະ​ແຜ່ນດິນ​ໂລກ​ໄດ້​ຖືກ​ນິຣະມິດ​ສ້າງ​ຂຶ້ນ​ມາ​ກໍ​ເປັນ​ດັ່ງນີ້. ເມື່ອ​ພຣະເຈົ້າຢາເວ ​ພຣະເຈົ້າ​ໄດ້​ສ້າງ​ແຜ່ນດິນ​ໂລກ​ແລະ​ຈັກກະວານ​ນັ້ນ;


ຕໍ່ໄປນີ້ ແມ່ນ​ລາຍຊື່​ປະຫວັດ​ເຊື້ອສາຍ​ຂອງ​ອາດາມ. (ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ ພຣະອົງ​ໄດ້​ສ້າງ​ເຂົາ​ໃຫ້​ມີ​ຮູບ​ລັກສະນະ​ຄື​ພຣະອົງ.


ເມື່ອ​ໂນອາ​ອາຍຸ​ໄດ້ 500 ປີ ໂນອາ​ມີ​ລູກຊາຍ​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ.


ປະຫວັດ​ຂອງ​ໂນອາ​ເປັນ​ມາ​ດັ່ງນີ້: ເພິ່ນ​ມີ​ລູກຊາຍ​ຢູ່​ສາມ​ຄົນ​ຄື: ເຊມ, ຮາມ ແລະ​ຢາເຟດ. ໂນອາ​ເປັນ​ຄົນ​ດີ ແລະ​ແມ່ນ​ເພິ່ນ​ຜູ້​ດຽວ​ເທົ່ານັ້ນ​ທີ່​ພຣະເຈົ້າ​ພໍໃຈ​ນຳ ເພາະ​ເພິ່ນ​ໄດ້​ດຳເນີນ​ຊີວິດ​ໃນ​ຄວາມ​ສາມັກຄີທຳ​ຕິດສະໜິດ​ກັບ​ພຣະເຈົ້າ;


ພຣະເຈົ້າ​ໄດ້​ອວຍພອນ​ແກ່​ໂນອາ ແລະ​ພວກ​ລູກຊາຍ​ທັງ​ສາມ​ຄົນ​ຂອງ​ລາວ​ວ່າ, “ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ເທິງ​ແຜ່ນດິນ​ໂລກ​ນີ້.


ລູກຊາຍ​ທັງ​ສາມ​ຂອງ​ໂນອາ​ນີ້​ເປັນ​ບັນພະບຸລຸດ​ຂອງ​ປະຊາຊາດ​ທັງໝົດ​ທີ່​ເທິງ​ແຜ່ນດິນ​ໂລກ.


ເພິ່ນ​ໄດ້​ຕາຍໄປ​ເມື່ອ​ເພິ່ນ​ອາຍຸ​ໄດ້ 950 ປີ.


ຈົ່ງ​ມີ​ລູກຫລານ​ໃຫ້​ມາກ​ຫລາຍ ເພື່ອ​ວ່າ​ເຊື້ອສາຍ​ຂອງ​ເຈົ້າ​ຈະ​ມີ​ຊີວິດ​ຢູ່​ທົ່ວ​ໄປ​ເທິງ​ແຜ່ນດິນ​ໂລກ.”


ອາດາມ​ເປັນ​ພໍ່​ຂອງ​ເຊດ, ເຊດ​ເປັນ​ພໍ່​ຂອງ​ເອໂນດ, ເອໂນດ​ເປັນ​ພໍ່​ຂອງ​ເກນານ,


ແລະ​ລາເມັກ​ເປັນ​ພໍ່​ຂອງ​ໂນອາ. ໂນອາ​ມີ​ລູກຊາຍ​ສາມ​ຄົນ ດັ່ງນີ້: ເຊມ, ຮາມ ແລະ​ຢາເຟດ.


ຕໍ່​ໄປ​ນີ້ ແມ່ນ​ລາຍຊື່​ບັນພະບູລຸດ​ຂອງ​ພຣະເຢຊູ​ຄຣິດເຈົ້າ ເຊື້ອສາຍ​ຄົນ​ໜຶ່ງ​ຂອງ​ດາວິດ​ຜູ້​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ອັບຣາຮາມ. 2-6(ກ) ແຕ່​ອັບຣາຮາມ​ເຖິງ​ກະສັດ​ດາວິດ​ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ອັບຣາຮາມ, ອີຊາກ, ຢາໂຄບ, ຢູດາ ແລະ ອ້າຍນ້ອງ​ຂອງ​ຕົນ, ຕໍ່ມາ ແມ່ນ​ເປເຣັດ ແລະ ເຊຣາ (ແມ່​ຂອງ​ພວກ​ເຂົາ​ຊື່​ວ່າ​ຕາມາ), ເຮຊະໂຣນ, ຣາມ, ອຳມີນາດາບ, ນາໂຊນ, ສານໂມນ, ໂບອາດ (ແມ່​ຂອງ​ລາວ​ຊື່​ວ່າ​ຣາຮາບ), ໂອເບັດ (ແມ່​ຂອງ​ລາວ​ຊື່​ວ່າ ຣຸດ), ເຢຊີ ແລະ ກະສັດ​ດາວິດ. 6(ຂ)-11 ແຕ່​ດາວິດ​ເຖິງ​ສະໄໝ​ທີ່​ປະຊາຊົນ​ອິດສະຣາເອນ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃນ​ນະຄອນ​ບາບີໂລນ ມີ​ບັນພະບູລຸດ​ດັ່ງ​ລາຍຊື່​ຕໍ່​ລົງ​ໄປ​ນີ້: ດາວິດ, ໂຊໂລໂມນ (ແມ່​ຂອງ​ລາວ​ເຄີຍ​ເປັນ​ເມຍ​ຂອງ​ອູຣີຢາ), ເຣໂຫໂບອາມ, ອາບີຢາ, ອາສາ, ເຢໂຮຊາຟັດ, ເຢໂຮຣາມ, ອຸດຊີຢາ, ໂຢທາມ, ອາຮາດ, ເຮເສກີຢາ, ມານາເຊ, ອາໂມນ, ໂຢສີຢາ ແລະ ເຢໂຮຍອາກິນ​ກັບ​ພວກ​ອ້າຍ​ນ້ອງ​ຂອງ​ຕົນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka