ປະຖົມມະການ 1:9 - ພຣະຄຳພີສັກສິ9 ແລະພຣະເຈົ້າໄດ້ກ່າວວ່າ, “ໃຫ້ນໍ້າທີ່ຢູ່ລຸ່ມທ້ອງຟ້າມາໂຮມກັນຢູ່ບ່ອນດຽວ ເພື່ອພື້ນດິນແຫ້ງຈະໄດ້ປາກົດຂຶ້ນ.” ແລະກໍເປັນດັ່ງນັ້ນ. Uka jalj uñjjattʼäta |
ແລ້ວປະຊາຊົນອິດສະຣາເອນກໍໄດ້ພາວັນນາອະທິຖານດ້ວຍຖ້ອຍຄຳດັ່ງນີ້: “ຂ້າແດ່ພຣະເຈົ້າຢາເວ ພຣະອົງເທົ່ານັ້ນ ພຣະອົງເທົ່ານັ້ນ; ພຣະອົງໄດ້ຊົງສ້າງສະຫວັນ, ຟ້າສະຫວັນທີ່ສູງສຸດ ພ້ອມທັງບໍລິວານຂອງຟ້າສະຫວັນທຸກຢ່າງທັງໝົດ, ແຜ່ນດິນໂລກກັບທະເລ ແລະທຸກໆສິ່ງທີ່ຢູ່ໃນນັ້ນ; ພຣະອົງຊົງພິທັກຮັກສາສິ່ງເຫຼົ່ານັ້ນທັງໝົດ ທຸກສິ່ງໃນສະຫວັນກໍນະມັດສະການພຣະອົງ.
ເຮົາແມ່ນພຣະເຈົ້າຢາເວ ເປັນຫຍັງພວກເຈົ້າຈຶ່ງບໍ່ຢຳເກງເຮົາ? ເປັນຫຍັງພວກເຈົ້າຈຶ່ງບໍ່ຢ້ານກົວຕົວສັ່ນຕໍ່ໜ້າເຮົາ? ເຮົາເປັນຜູ້ຈັດສັນດິນຊາຍໄວ້ເປັນເຂດອ້ອມທະເລ ເພື່ອໃຫ້ເປັນເຄື່ອງກີດກັ້ນອັນຖາວອນບໍ່ໃຫ້ນໍ້າທະເລຜ່ານໄປໄດ້. ນໍ້າທະເລອາດໂຍກຂຶ້ນໂຍກລົງ ແຕ່ກໍເລີຍຂອບເຂດນັ້ນໄປບໍ່ໄດ້; ຄື້ນທະເລອາດດັງກ້ອງສະໜັ່ນ ແຕ່ກໍຜ່ານໄປບໍ່ໄດ້.