Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:7 - ພຣະຄຳພີສັກສິ

7 ພຣະ​ເຈົ້າ​ຈຶ່ງ​ຊົງ​ສ້າງ​ແຜ່ນ​ຟ້າ ແລະ​ແຍກ​ນໍ້າ​ອອກ​ຈາກ​ກັນ​ຄື: ນໍ້າ​ທີ່​ຢູ່​ເທິງ​ແຜ່ນ​ຟ້າ​ແລະ​ນໍ້າ​ທີ່​ຢູ່​ລຸ່ມ​ແຜ່ນ​ຟ້າ. ແລະ​ກໍ​ເປັນ​ດັ່ງນັ້ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 1:7
15 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ໃຫ້​ດວງແຈ້ງ​ແຫ່ງ​ຈັກກະວານ​ນັ້ນ ສ່ອງ​ແສງ​ລົງ​ມາ​ເທິງ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ສັດ​ຈຳພວກ​ຕ່າງໆ​ຄື: ສັດ​ບ້ານ, ສັດປ່າ ແລະ​ສັດ​ຍ່າງຍ້າຍ​ເລືອຄານ ເກີດຂຶ້ນ​ທົ່ວ​ແຜ່ນດິນ​ໂລກ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ພຣະເຈົ້າ​ໄດ້ເອີ້ນ​ແຜ່ນ​ຟ້າ​ນັ້ນ​ວ່າ, “ຟ້າ.” ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສອງ.


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ນໍ້າ​ທີ່​ຢູ່​ລຸ່ມ​ທ້ອງຟ້າ​ມາ​ໂຮມ​ກັນ​ຢູ່​ບ່ອນ​ດຽວ ເພື່ອ​ພື້ນດິນ​ແຫ້ງ​ຈະ​ໄດ້​ປາກົດ​ຂຶ້ນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ແມ່ນ​ພຣະເຈົ້າ​ທີ່​ເຮັດ​ໃຫ້​ເມກ​ເຕັມ​ດ້ວຍ​ນໍ້າ​ຝົນ ແລະ​ຮັກສາ​ບໍ່​ໃຫ້​ຟົ້ງ​ໄປ​ໂດຍ​ມີ​ນໍ້າໜັກ​ເກີນໂພດ.


ພຣະອົງ​ສ້າງ​ນໍ້າພຸ​ໃຫ້​ໄຫລ​ໄປ​ຕາມ​ຮ່ອມພູ ແລະ​ໃຫ້​ແມ່ນໍ້າ​ໄຫລ​ຜ່ານ​ລະຫວ່າງ​ເນີນພູ​ດ້ວຍ.


ພຣະອົງ​ໄດ້​ສ້າງ​ຈັກກະວານ​ດ້ວຍ​ພຣະ​ສະຕິປັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຟ້າ​ສະຫວັນ​ທີ່​ສູງສຸດ ແລະ​ນໍ້າ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ຟ້າ​ສະຫວັນ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊີ້​ໃຫ້​ເຫັນ​ຊັດເຈນ​ສິ່ງ​ທີ່​ໄດ້​ຊົງ​ກະທຳ​ນັ້ນ


ແຕ່ລະວັນ​ກໍ​ປະກາດ​ເລື່ອງ​ນີ້​ໃຫ້​ວັນ​ຕໍ່ໄປ. ແຕ່ລະຄືນ​ກໍ​ກ່າວ​ຢໍ້າ​ເຖິງ​ເລື່ອງ​ນີ້


ບໍ່​ວ່າ​ຕົ້ນໄມ້​ຈະ​ລົ້ມລົງ​ທາງ​ທິດໃດ ມັນ​ກໍ​ຈະ​ນອນ​ຢູ່​ໃນ​ທິດທາງ​ນັ້ນ. ເມື່ອ​ເມກ​ມືດໜາ​ຝົນ​ກໍ​ຈະ​ຕົກ.


ຄົນ​ເຫຼົ່ານັ້ນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ເວົ້າ​ວ່າ, “ທ່ານ​ຜູ້​ນີ້​ເປັນ​ຜູ້ໃດ? ແມ່ນແຕ່​ລົມ​ແລະ​ຟອງ​ນໍ້າ​ທະເລ​ກໍ​ຍອມ​ຟັງ​ຄວາມ​ເພິ່ນ!”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka