Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:6 - ພຣະຄຳພີສັກສິ

6 ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ແຜ່ນ​ຟ້າ​ໃນ​ລະຫວ່າງ​ນໍ້າ ແຍກ​ນໍ້າ​ອອກ​ຈາກ​ກັນ​ເປັນ​ສອງ​ສ່ວນ.”

Uka jalj uñjjattʼäta Copia luraña




ປະຖົມມະການ 1:6
23 Jak'a apnaqawi uñst'ayäwi  

ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ມີ​ດວງແຈ້ງ​ໃນ​ທ້ອງຟ້າ ແຍກ​ກາງເວັນ​ຈາກ​ກາງຄືນ ແລະ​ໃຫ້​ເປັນ​ເຄື່ອງໝາຍ​ກຳນົດ​ເວລາ​ຂອງ​ມື້, ປີ ແລະ​ລະດູ​ການ;


ແລະ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ສັດ​ຫລາຍ​ຈຳພວກ​ເກີດຂຶ້ນ​ຢູ່​ໃນ​ນໍ້າ ແລະ​ໃຫ້​ມີ​ນົກ​ບິນ​ໄປມາ​ໃນ​ທ້ອງຟ້າ​ອາກາດ.”


ລົມ​ຫາຍໃຈ​ຂອງ​ພຣະອົງ​ເຮັດ​ໃຫ້​ຟ້າ​ສະຫວັນ​ແຈ່ມໃສ ແລະ​ມື​ພຣະອົງ​ທີ່​ໃຊ້​ຂ້າ​ໄລ່​ຜີບໍລິສາດ​ໜີໄປ​ໄດ້.


ພຣະອົງ​ບັນທຸກ​ນໍ້າ​ໝອກ​ມາ​ພ້ອມ​ຄວາມ​ຊຸ່ມເຢັນ ໃຫ້​ແສງຟ້າແມບ​ກະຈາຍ​ໃສ່​ກຸ່ມ​ເມກ​ໝອກ


ເຈົ້າ​ຊ່ວຍ​ພຣະເຈົ້າ​ພື​ທ້ອງຟ້າ​ອອກ​ໄດ້​ບໍ? ເຮັດ​ໃຫ້​ແຂງຈັດ​ດັ່ງ​ໂລຫະ​ຖືກ​ຂັດ​ໃຫ້​ເຫລື້ອມ?


ພຣະອົງ​ຫຸ້ມຫໍ່​ພຣະອົງ​ເອງ​ດ້ວຍ​ແສງ​ຣັດສະໝີ ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າເຕັນ.


ຟ້າ​ສະຫວັນ​ທີ່​ສູງສຸດ ແລະ​ນໍ້າ​ທີ່​ຟ້າ​ສະຫວັນ​ເບື້ອງເທິງ ຈົ່ງ​ພາກັນ​ຍ້ອງຍໍ​ສັນລະເສີນ​ພຣະອົງ​ເທີ້ນ.


ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າຢາເວ. ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະເຈົ້າ​ໃນ​ພຣະວິຫານ​ຂອງ​ພຣະອົງ ຈົ່ງ​ຍ້ອງຍໍ​ສັນລະເສີນ​ພຣະ​ກຳລັງ​ໃນ​ຟ້າ​ສະຫວັນ


ຟ້າ​ສະຫວັນ​ໄດ້​ເປີດເຜີຍ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊີ້​ໃຫ້​ເຫັນ​ຊັດເຈນ​ສິ່ງ​ທີ່​ໄດ້​ຊົງ​ກະທຳ​ນັ້ນ


ແຕ່ລະວັນ​ກໍ​ປະກາດ​ເລື່ອງ​ນີ້​ໃຫ້​ວັນ​ຕໍ່ໄປ. ແຕ່ລະຄືນ​ກໍ​ກ່າວ​ຢໍ້າ​ເຖິງ​ເລື່ອງ​ນີ້


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ບໍ່​ວ່າ​ຕົ້ນໄມ້​ຈະ​ລົ້ມລົງ​ທາງ​ທິດໃດ ມັນ​ກໍ​ຈະ​ນອນ​ຢູ່​ໃນ​ທິດທາງ​ນັ້ນ. ເມື່ອ​ເມກ​ມືດໜາ​ຝົນ​ກໍ​ຈະ​ຕົກ.


ພຣະອົງ​ທີ່​ນັ່ງ​ເທິງ​ບັນລັງ​ຂອງ​ພຣະອົງ ຢູ່​ເໜືອ​ແຜ່ນດິນ​ໂລກ​ເຮົາ ແລະ​ຢູ່​ເທິງ​ທ້ອງຟ້າ; ພຣະອົງ​ໄດ້​ສ້າງ​ໂລກນີ້​ດ້ວຍ​ສີມື​ຂອງ​ພຣະອົງ​ເອງ ພຣະອົງ​ຫລຽວເຫັນ​ມະນຸດ​ຄື​ໂຕ​ຕັກແຕນ​ຢູ່​ເທິງ​ໂລກ. ພຣະອົງ​ກາງ​ຟ້າ​ສະຫວັນ​ດັ່ງ​ກາງ​ຜ້າກັ້ງ​ອອກ​ມາ ດັ່ງ​ຄົນ​ກາງ​ຜ້າເຕັນ​ເພື່ອ​ຈະ​ອາໄສ​ຢູ່.


ແຕ່​ພຣະເຈົ້າຢາເວ​ເປັນ​ພຣະເຈົ້າ​ແຫ່ງ​ຄວາມຈິງ ພຣະອົງ​ຊົງ​ເປັນ​ຊີວິດ​ແລະ​ເປັນ​ກະສັດ​ຕະຫລອດໄປ. ເມື່ອ​ພຣະອົງ​ໂກດຮ້າຍ ໂລກນີ້​ກໍ​ສະທ້ານ​ຫວັ່ນໄຫວ ທຸກ​ຊົນຊາດ​ບໍ່​ອາດ​ທົນທານ​ຕໍ່​ຄວາມ​ໂກດຮ້າຍຂອງ​ພຣະອົງ​ໄດ້. (


ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ; ໂດຍ​ສະຕິປັນຍາ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກນີ້​ແລະ​ກາງ​ຟ້າ​ສະຫວັນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,


ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ​ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka