5 ແລະພຣະເຈົ້າໄດ້ເອີ້ນແຈ້ງນັ້ນວ່າ, “ກາງເວັນ.” ແລະໄດ້ເອີ້ນມືດນັ້ນວ່າ, “ກາງຄືນ.” ມີເວລາຄໍ່າແລະເວລາເຊົ້າ ນັ້ນແມ່ນມື້ທີໜຶ່ງ.
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສາມ.
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສີ່.
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫ້າ.
ພຣະເຈົ້າໄດ້ເຫັນວ່າທຸກໆສິ່ງທີ່ໄດ້ນິຣະມິດສ້າງຂຶ້ນມາ ແລ້ວກໍໄດ້ເຫັນວ່າດີຫລາຍ. ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫົກ.
ພຣະເຈົ້າໄດ້ເອີ້ນແຜ່ນຟ້ານັ້ນວ່າ, “ຟ້າ.” ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສອງ.
ຕາບໃດທີ່ໂລກຍັງຄົງດຳລົງຢູ່ ລະດູຫວ່ານກັບລະດູເກັບກ່ຽວກໍຍັງມີຢູ່ຕໍ່ໄປ ຈະມີໜາວມີຮ້ອນຮ່ວມກັນຢູ່ສະເໝີໄປ ຍາມຮ້ອນແລະຍາມໜາວ ກາງເວັນແລະກາງຄືນດ້ວຍ.”
ພຣະອົງໄດ້ສົ່ງຄວາມມືດມາເປັນຕອນກາງຄືນ ຊຶ່ງເປັນເວລາທີ່ສັດປ່າອອກໄປທ່ອງທ່ຽວ.
ແຕ່ລະວັນກໍປະກາດເລື່ອງນີ້ໃຫ້ວັນຕໍ່ໄປ. ແຕ່ລະຄືນກໍກ່າວຢໍ້າເຖິງເລື່ອງນີ້
ທົ່ວທັງໂລກຕົກສະທ້ານຢ້ານກົວ ຕໍ່ສິ່ງອັດສະຈັນອັນຍິ່ງໃຫຍ່ ທີ່ພຣະອົງໄດ້ກະທຳ ຈາກສົ້ນໂລກເບື້ອງນີ້ເຖິງສົ້ນໂລກເບື້ອງນັ້ນ ພຣະຣາຊກິດຂອງພຣະອົງ ຈະນຳສຽງໂຮຮ້ອງຍິນດີມາ.
ພຣະອົງໄດ້ສ້າງກາງເວັນແລະກາງຄືນ ດວງອາທິດແລະດວງເດືອນກໍໄດ້ຖືກຕັ້ງໄວ້.
ເຮົາໄດ້ສ້າງຄວາມສະຫວ່າງຂຶ້ນມາ ຄວາມມືດ ເຮົາກໍນິຣະມິດສ້າງຂຶ້ນດ້ວຍ; ເຮົານຳພອນ ແລະຄວາມພິນາດມາຄືກັນ ເຮົາຄືພຣະເຈົ້າຢາເວເຮັດທຸກສິ່ງເຫຼົ່ານີ້.
“ພຣະເຈົ້າຢາເວກ່າວວ່າດັ່ງນີ້: ເຮົາໄດ້ເຮັດພັນທະສັນຍາຢ່າງໜຶ່ງໄວ້ກັບມື້ເວັນແລະກັບມື້ຄືນ ເພື່ອວ່າສິ່ງນັ້ນຈະມາຖືກຕ້ອງຕາມເວລາສະເໝີ; ແລະພັນທະສັນຍານັ້ນຈະບໍ່ຖືກລົບລ້າງຈັກເທື່ອ.
ເມື່ອຊຸມຊົນທັງໝົດຮູ້ວ່າ ອາໂຣນໄດ້ຕາຍແລ້ວ ຄອບຄົວອິດສະຣາເອນທັງໝົດກໍພາກັນໄວ້ທຸກໃຫ້ເພິ່ນ 30 ວັນ.
ການງານຂອງແຕ່ລະຄົນ ກໍຈະປາກົດໃຫ້ເຫັນແຈ່ມແຈ້ງໃນວັນນັ້ນ. ດ້ວຍວ່າ, ໃນວັນນັ້ນ ໄຟຈະເປີດເຜີຍການງານຂອງທຸກຄົນ ໄຟນັ້ນຈະທົດລອງເບິ່ງວ່າ ການງານຂອງທຸກຄົນເປັນຢ່າງໃດ.
ແຕ່ເມື່ອສິ່ງສາລະພັດຖືກເປີດເຜີຍອອກໂດຍຄວາມສະຫວ່າງ ສິ່ງນັ້ນກໍປາກົດແຈ້ງ ເພາະວ່າທຸກສິ່ງທີ່ປາກົດແຈ້ງ ກໍຄືຄວາມສະຫວ່າງ.
ເພາະວ່າພວກເຈົ້າທຸກຄົນເປັນລູກຂອງຄວາມສະຫວ່າງ ເປັນລູກຂອງກາງເວັນ ພວກເຮົາບໍ່ເປັນຝ່າຍກາງຄືນ ຫລືຝ່າຍຄວາມມືດ.