Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:4 - ພຣະຄຳພີສັກສິ

4 ພຣະເຈົ້າ​ໄດ້​ເຫັນ​ແຈ້ງ​ນັ້ນ​ແລ້ວ​ເຫັນ​ວ່າ​ດີ. ພຣະເຈົ້າ​ແຍກ​ແຈ້ງ​ອອກ​ຈາກ​ມືດ

Uka jalj uñjjattʼäta Copia luraña




ປະຖົມມະການ 1:4
10 Jak'a apnaqawi uñst'ayäwi  

ພຣະເຈົ້າ​ໄດ້ເອີ້ນ​ບ່ອນ​ແຫ້ງ​ນັ້ນ​ວ່າ, “ແຜ່ນດິນ​ໂລກ.” ແລະ​ບ່ອນ​ທີ່​ນໍ້າ​ມາ​ໂຮມກັນ​ນັ້ນ​ວ່າ, “ທະ​ເລ.” ພຣະເຈົ້າ​ໄດ້​ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ສະນັ້ນ ພືດ​ທຸກ​ຊະນິດ​ຈຶ່ງ​ເກີດຂຶ້ນ​ຕາມ​ຊະນິດ​ຂອງ​ມັນ. ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ເພື່ອ​ຄອບຄອງ​ກາງເວັນ​ກັບ​ກາງຄືນ ແລະ​ໃຫ້​ແຍກ​ແຈ້ງ​ຈາກ​ມືດ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ສະນັ້ນ ພຣະເຈົ້າ​ຈຶ່ງ​ໄດ້​ສ້າງ​ສັດປ່າ​ຕາມ​ຊະນິດ​ຂອງ​ມັນ, ສັດ​ບ້ານ​ຕາມ​ຊະນິດ​ຂອງ​ມັນ ແລະ​ສັດ​ຍ່າງຍ້າຍ​ເລືອຄານ​ຕາມ​ຊະນິດ​ຂອງ​ມັນ. ແລະ​ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ພຣະເຈົ້າ​ໄດ້​ເຫັນ​ວ່າ​ທຸກໆ​ສິ່ງ​ທີ່​ໄດ້​ນິຣະມິດ​ສ້າງ​ຂຶ້ນ​ມາ ແລ້ວ​ກໍ​ໄດ້ເຫັນ​ວ່າ​ດີຫລາຍ. ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ຫົກ.


ຂ້າແດ່​ພຣະເຈົ້າຢາເວ ທຸກສິ່ງ​ທີ່​ຖືກ​ສ້າງ​ມາ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ ແລະ​ປະຊາຊົນ​ຂອງ​ພຣະອົງ​ຈະ​ໂມທະນາ​ຂອບພຣະຄຸນ​ແດ່​ພຣະອົງ.


ພຣະເຈົ້າຢາເວ​ກະທຳ​ດີ​ຕໍ່​ມະນຸດ​ທຸກໆຄົນ ແລະ​ສົງສານ​ຕໍ່​ສັບພະທຸກສິ່ງ​ທີ່​ພຣະອົງ​ໄດ້​ສ້າງ​ນັ້ນ.


ແສງແຈ້ງ​ໃນ​ຕອນ​ກາງເວັນ ພາ​ໃຫ້​ເປັນ​ທີ່​ໜ້າຊົມ​ແລະ​ໜ້າຢູ່.


ແນ່ນອນ ຂ້າພະເຈົ້າ​ຮູ້​ໄດ້​ວ່າ, “ປັນຍາ​ກໍດີກວ່າ​ຄວາມ​ໂງ່ຈ້າ ແລະ​ແຈ້ງ​ກໍດີກວ່າ​ມືດ.


ເຮົາ​ໄດ້ສ້າງ​ຄວາມ​ສະຫວ່າງ​ຂຶ້ນ​ມາ ຄວາມມືດ ເຮົາ​ກໍ​ນິຣະມິດ​ສ້າງ​ຂຶ້ນ​ດ້ວຍ; ເຮົາ​ນຳ​ພອນ ແລະ​ຄວາມພິນາດ​ມາ​ຄືກັນ ເຮົາ​ຄື​ພຣະເຈົ້າຢາເວ​ເຮັດ​ທຸກສິ່ງ​ເຫຼົ່ານີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka