25 ສະນັ້ນ ພຣະເຈົ້າຈຶ່ງໄດ້ສ້າງສັດປ່າຕາມຊະນິດຂອງມັນ, ສັດບ້ານຕາມຊະນິດຂອງມັນ ແລະສັດຍ່າງຍ້າຍເລືອຄານຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
ທຸກໆສິ່ງທີ່ມີຊີວິດຢູ່ໃນໂລກໄດ້ຕາຍໝົດຄື: ນົກທຸກໆຊະນິດ, ສັດທຸກໆຊະນິດ ແລະຄົນທຸກໆຄົນ.
ທຸກໆສິ່ງທີ່ຫາຍໃຈໄດ້ເທິງແຜ່ນດິນໂລກໄດ້ຕາຍໄປໝົດ.
ແມ່ນແຕ່ຝູງນົກແລະຝູງສັດ ກໍຍັງສາມາດສອນພວກເຈົ້າໄດ້ຫລາຍຢ່າງ;
ລົມຫາຍໃຈຂອງພຣະອົງເຮັດໃຫ້ຟ້າສະຫວັນແຈ່ມໃສ ແລະມືພຣະອົງທີ່ໃຊ້ຂ້າໄລ່ຜີບໍລິສາດໜີໄປໄດ້.
ຂໍໃຫ້ເຮົາບອກເຈົ້າກ່ຽວກັບຂາຂອງມັນ ເລົ່າເຖິງຄວາມຍິ່ງໃຫຍ່ແລະເຫື່ອແຮງມັນພ້ອມ.
“ເຮົາໄດ້ສ້າງໂລກ, ມະນຸດສະໂລກ ແລະສັດທັງປວງ ທີ່ອາໄສຢູ່ເທິງແຜ່ນດິນໂລກນີ້ ດ້ວຍຣິດອຳນາດແລະກຳລັງອັນຍິ່ງໃຫຍ່ຂອງເຮົາ; ເຮົາຈະມອບຣິດອຳນາດນັ້ນໃຫ້ແກ່ຜູ້ໃດຜູ້ໜຶ່ງທີ່ເຮົາເລືອກເອົາກໍໄດ້.
ເພາະວ່າສິ່ງເຫຼົ່ານັ້ນ ກໍຖືກຊຳລະໄວ້ແລ້ວ ໂດຍພຣະທຳຂອງພຣະເຈົ້າ ແລະດ້ວຍຄຳພາວັນນາອະທິຖານ.