22 ພຣະເຈົ້າໄດ້ອວຍພອນສັດເຫຼົ່ານັ້ນ ໃຫ້ພາກັນແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມນໍ້າທະເລ ແລະທັງໃຫ້ມີຝູງນົກແຜ່ຜາຍຂະຫຍາຍພັນທະວີຄູນຫລາຍຂຶ້ນຢູ່ເຕັມແຜ່ນດິນໂລກ.
ດັ່ງນັ້ນ ພຣະເຈົ້າຈຶ່ງໄດ້ນິຣະມິດສ້າງສັດທະເລຂະໜາດໃຫຍ່ ພ້ອມກັບບັນດາສັດນໍ້າທີ່ມີຊີວິດເຄື່ອນໄຫວໄປມາຕາມຊະນິດຂອງມັນ ເກີດຂື້ນຢ່າງບໍຣິບູນໃນນໍ້ານັ້ນ; ນົກທຸກປະເພດຕາມຊະນິດຂອງມັນ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີຫ້າ.
ພຣະເຈົ້າໄດ້ອວຍພອນພວກເຂົາ ແລະພຣະເຈົ້າໄດ້ກ່າວແກ່ພວກເຂົາວ່າ, “ຈົ່ງມີລູກຫລານໃຫ້ແຜ່ຜາຍຂະຫຍາຍທະວີຄູນຫລາຍຂຶ້ນ ເພື່ອເຊື້ອສາຍຂອງເຈົ້າຈະມີຢູ່ທົ່ວທຸກແຫ່ງຫົນ ແລະປົກຄອງທຸກສິ່ງເທິງແຜ່ນດິນໂລກນີ້. ເຮົາໃຫ້ເຈົ້າມີອຳນາດເໜືອປາ, ນົກ ແລະສັດປ່າທຸກຊະນິດ.”
ແຕ່ລາບານຕອບວ່າ, “ລູງຂໍເວົ້າຢ່າງນີ້ ຄື: ລູງໄດ້ຮຽນຮູ້ຈາກການເດົາວ່າ ພຣະເຈົ້າຢາເວໄດ້ອວຍພອນລຸງກໍຍ້ອນຫລານ.
ກ່ອນຫລານມາ ລູງມີສັດແຕ່ໜ້ອຍດຽວ. ແຕ່ມາບັດນີ້ ລູງມີຝູງສັດຈຳນວນຫລວງຫລາຍ ແລະພຣະເຈົ້າຢາເວໄດ້ອວຍພອນລູງກໍເພາະຫລານ. ບັດນີ້ ເຖິງເວລາແລ້ວທີ່ຫລານຈະມີຝູງສັດເປັນຂອງຕົນເອງ.”
ແລ້ວພຣະອົງກໍກ່າວອີກວ່າ, “ເຮົາແມ່ນພຣະເຈົ້າອົງຊົງຣິດອຳນາດຍິ່ງໃຫຍ່. ຈົ່ງມີລູກຫລານໃຫ້ຫລວງຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະກາຍເປັນຫລາຍຊົນຊາດ ແລະສືບເຊື້ອສາຍໃຫ້ກະສັດຫລາຍຄົນ.
ຈົ່ງປ່ອຍນົກ ແລະສັດທັງຫລາຍທີ່ຢູ່ໃນເຮືອອອກໄປໝົດ ເພື່ອໃຫ້ອອກແມ່ແຜ່ລູກຫລາຍຂຶ້ນຢູ່ເທິງແຜ່ນດິນໂລກ.”
ພຣະເຈົ້າໄດ້ອວຍພອນແກ່ໂນອາ ແລະພວກລູກຊາຍທັງສາມຄົນຂອງລາວວ່າ, “ຈົ່ງມີລູກຫລານໃຫ້ມາກຫລາຍ ເພື່ອວ່າເຊື້ອສາຍຂອງເຈົ້າຈະມີຊີວິດຢູ່ທົ່ວເທິງແຜ່ນດິນໂລກນີ້.
ຈົ່ງເບິ່ງເບເຮໂມດ ທີ່ເຮົາສ້າງດັ່ງໄດ້ສ້າງເຈົ້າມາ ມັນກໍກິນຫຍ້າເໝືອນກັນກັບງົວໂຕໜຶ່ງ
ພຣະເຈົ້າຢາເວໄດ້ອວຍພອນຊີວິດບັ້ນປາຍຂອງໂຢບ ຫລາຍກວ່າພຣະອົງໄດ້ອວຍພອນຊີວິດບັ້ນຕົ້ນຂອງເພິ່ນ. ໂຢບມີແກະສິບສີ່ພັນໂຕ, ອູດຫົກພັນໂຕ, ງົວສອງພັນໂຕ ແລະລໍໜຶ່ງພັນໂຕ.
ພວກເຂົາຕ້ອງໂມທະນາຂອບພຣະຄຸນພຣະເຈົ້າຢາເວ ຍ້ອນຄວາມຮັກອັນໝັ້ນຄົງ ສຳລັບການອັດສະຈັນທີ່ຊົງໄດ້ກະທຳໃຫ້ພວກເຂົານັ້ນ.
ພຣະອົງອວຍພອນຄົນຂອງພຣະອົງໃຫ້ມີຫລາຍ ແລະຮັກສາຝູງສັດຂອງພວກເຂົາບໍ່ໃຫ້ຫລຸດໜ້ອຍ.
ເມຍເຈົ້ານັ້ນຈະເປັນດັ່ງຕົ້ນອະງຸ່ນພັນດີ ທີ່ມີໝາກດົກງາມໃນບ້ານເຮືອນຂອງເຈົ້າ ແລະພວກລູກຊາຍທີ່ນັ່ງຢູ່ອ້ອມຂ້າງອ້ອມແອວ ກໍເປັນດັ່ງແຖວຕົ້ນກອກເທດໜຸ່ມຢູ່ອ້ອມຮອບເຈົ້າ.
ພຣະພອນຂອງພຣະເຈົ້າຢາເວເຮັດໃຫ້ມະນຸດຮັ່ງມີ ແລະພຣະອົງບໍ່ໃຫ້ຄວາມໂສກເສົ້າເພາະເຈົ້າເປັນຄົນຮັ່ງມີ.
ເຮົາຈະອວຍພອນພວກເຈົ້າໃຫ້ມີລູກຫລານຢ່າງຫລວງຫລາຍ; ສ່ວນເຮົາກໍຈະຖືຮັກສາພັນທະສັນຍາ ຊຶ່ງເຮົາໄດ້ເຮັດໄວ້ກັບພວກເຈົ້າ.