18 ເພື່ອຄອບຄອງກາງເວັນກັບກາງຄືນ ແລະໃຫ້ແຍກແຈ້ງຈາກມືດ. ແລະພຣະເຈົ້າໄດ້ເຫັນວ່າສິ່ງນັ້ນດີ.
ມີເວລາຄໍ່າ ແລະເວລາເຊົ້າ ນັ້ນແມ່ນມື້ທີສີ່.
ມັນຂຶ້ນຈາກຟ້າສະຫວັນເບື້ອງໜຶ່ງໄປຫາອີກເບື້ອງໜຶ່ງ ບໍ່ມີສິ່ງໃດຫລົບລີ້ຈາກຄວາມຮ້ອນຂອງມັນໄດ້.
ພຣະເຈົ້າຢາເວກ່າວດັ່ງນີ້: ອົງໃຫ້ຕາເວັນສ່ອງແສງໃນກາງເວັນ ໃຫ້ເດືອນດາວສ່ອງແສງໃນກາງຄືນດ້ວຍ. ພຣະອົງເຮັດໃຫ້ທະເລຄຶກຄະນອງມີຟອງໃຫຍ່ຂຶ້ນ ພຣະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.