16 ສະນັ້ນ ພຣະເຈົ້າຈຶ່ງສ້າງດວງແຈ້ງໃຫຍ່ສອງດວງຄື: ດວງຕາເວັນເພື່ອຄອບຄອງກາງເວັນ ແລະດວງຈັນເພື່ອຄອບຄອງກາງຄືນ; ພຣະອົງຍັງສ້າງດວງດາວອື່ນໆອີກ.
ໃຫ້ດວງແຈ້ງແຫ່ງຈັກກະວານນັ້ນ ສ່ອງແສງລົງມາເທິງແຜ່ນດິນໂລກ.” ແລະກໍເປັນດັ່ງນັ້ນ.
ຂ້ອຍບໍ່ເຄີຍຂາບໄຫວ້ດວງອາທິດທີ່ສ່ອງໃສ ຫລືດວງຈັນເຕັມດວງທີ່ສະຫງ່າງາມນັ້ນ.
ໃນຮຸ່ງເຊົ້າຂອງວັນນັ້ນ ໝູ່ດວງດາວຮ້ອງເພງນຳກັນ ພວກເທວະດາຂອງພຣະອົງ ກໍເປັ່ງສຽງໂຮຮ້ອງຍິນດີທັງນັ້ນ.
ດວງຕາເວັນ ດວງເດືອນ ພ້ອມດວງດາວທັງຫລາຍ ທີ່ສ່ອງແສງແຈ້ງໃສ ຈົ່ງຍ້ອງຍໍສັນລະເສີນພຣະອົງເທີ້ນ.
ຈົ່ງຍ້ອງຍໍສັນລະເສີນພຣະນາມຂອງພຣະເຈົ້າຢາເວເຖີດ ພຽງແຕ່ພຣະອົງສັ່ງເທົ່ານັ້ນ ແລະທຸກສິ່ງເຫຼົ່ານີ້ກໍຖືກສ້າງຂຶ້ນມາ.
ມັນຂຶ້ນຈາກຟ້າສະຫວັນເບື້ອງໜຶ່ງໄປຫາອີກເບື້ອງໜຶ່ງ ບໍ່ມີສິ່ງໃດຫລົບລີ້ຈາກຄວາມຮ້ອນຂອງມັນໄດ້.
ພຣະອົງໄດ້ສ້າງກາງເວັນແລະກາງຄືນ ດວງອາທິດແລະດວງເດືອນກໍໄດ້ຖືກຕັ້ງໄວ້.
ເມື່ອຂ້ານ້ອຍຫລຽວເບິ່ງຟ້າສະຫວັນທີ່ພຣະອົງໄດ້ສ້າງຂຶ້ນມາ ເດືອນດາວທີ່ພຣະອົງຕັ້ງໄວ້ໃນບ່ອນຂອງມັນນັ້ນ
ດວງດາວທັງຫລາຍແຫ່ງຟ້າສະຫວັນຈະຢຸດສ່ອງແສງ ດວງອາທິດຈະມືດດຳໄປ ເມື່ອມັນຂຶ້ນສູ່ຂອບຟ້າ ແລະດວງເດືອນກໍຈະບໍ່ສ່ອງແຈ້ງ.
ດວງຈັນຈະມືດມົວ ແລະດວງອາທິດຈະບໍ່ສ່ອງແສງ. ດ້ວຍວ່າ, ພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່ຈະຂຶ້ນເປັນກະສັດ. ພຣະອົງຈະປົກຄອງຢູ່ໃນນະຄອນເຢຣູຊາເລັມທີ່ເທິງພູເຂົາຊີໂອນ ແລະພວກຜູ້ນຳປະຊາຊົນຈະເຫັນສະຫງ່າຣາສີຂອງພຣະອົງ.
ຈົ່ງເງີຍໜ້າຂຶ້ນສູ່ທ້ອງຟ້າເວຫາເບິ່ງດູ ຜູ້ໃດສ້າງໝູ່ດວງດາວທີ່ທ່ານເຫັນຢູ່ນັ້ນ? ຜູ້ທີ່ນຳດວງດາວມາໄວ້ດັ່ງກອງທັບທະຫານ ຮູ້ຈັກຈຳນວນແລະເອີ້ນຊື່ດາວແຕ່ລະດວງໄດ້ ຣິດອຳນາດຂອງພຣະອົງຍິ່ງໃຫຍ່ເຫລືອຫລາຍ ຈົນບໍ່ມີດາວດວງໃດຂາດຫາຍໄປຈັກດວງ.
ເຮົາໄດ້ສ້າງຄວາມສະຫວ່າງຂຶ້ນມາ ຄວາມມືດ ເຮົາກໍນິຣະມິດສ້າງຂຶ້ນດ້ວຍ; ເຮົານຳພອນ ແລະຄວາມພິນາດມາຄືກັນ ເຮົາຄືພຣະເຈົ້າຢາເວເຮັດທຸກສິ່ງເຫຼົ່ານີ້.
ພຣະເຈົ້າຢາເວກ່າວດັ່ງນີ້: ອົງໃຫ້ຕາເວັນສ່ອງແສງໃນກາງເວັນ ໃຫ້ເດືອນດາວສ່ອງແສງໃນກາງຄືນດ້ວຍ. ພຣະອົງເຮັດໃຫ້ທະເລຄຶກຄະນອງມີຟອງໃຫຍ່ຂຶ້ນ ພຣະນາມຂອງພຣະອົງຄືພຣະເຈົ້າຢາເວອົງຊົງຣິດອຳນາດຍິ່ງໃຫຍ່.
ຕໍ່ແສງແມບມາບຂອງລູກທະນູທີ່ຟົ້ງໄປຢ່າງໄວ ຕໍ່ແສງເຫລື້ອມໃສຂອງຫອກທີ່ຟົ້ງຜ່ານໄປນັ້ນ ດວງຕາເວັນກໍຍັງໄດ້ຢູ່ກັບບ່ອນຂອງມັນ ແລະດວງເດືອນກໍຍັງບໍ່ໄດ້ເຄື່ອນຍ້າຍ.
“ພໍໝົດຄວາມທຸກລຳບາກຂອງວັນເຫຼົ່ານັ້ນແລ້ວ ດວງອາທິດຈະມືດໄປ ດວງຈັນຈະບໍ່ສ່ອງແສງຕໍ່ໄປ, ດວງດາວທັງຫລາຍຈະຕົກລົງຈາກທ້ອງຟ້າ ແລະສິ່ງທີ່ມີອຳນາດໃນທ້ອງຟ້າກໍຈະສັ່ນສະທ້ານຫວັ່ນໄຫວ.
ຕັ້ງແຕ່ເວລາທ່ຽງວັນ ທົ່ວແຜ່ນດິນກໍເກີດມືດມົວເປັນເວລາສາມຊົ່ວໂມງ.
ສະຫງ່າຣາສີຂອງດວງອາທິດກໍຢ່າງໜຶ່ງ ສະຫງ່າຣາສີຂອງດວງຈັນກໍຢ່າງໜຶ່ງ ສະຫງ່າຣາສີຂອງດວງດາວກໍຢ່າງໜຶ່ງ ແລະດວງດາວແຕ່ລະດວງກໍຍັງມີສະຫງ່າຣາສີແຕກຕ່າງກັນ.
ຢ່າໃຫ້ຖືກລໍ້ລວງໄປຂາບໄຫວ້ແລະຮັບໃຊ້ ສິ່ງທີ່ພວກເຈົ້າເຫັນໃນຈັກກະວານ ເຊັ່ນ: ຕາເວັນ, ດວງເດືອນ ແລະດວງດາວຕ່າງໆ. ພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ ໄດ້ໃຫ້ໝົດທຸກຊົນຊາດອື່ນໆຂາບໄຫວ້ສິ່ງເຫຼົ່ານີ້.
ນະຄອນນັ້ນ ບໍ່ຕ້ອງການແສງສະຫວ່າງຂອງດວງອາທິດ ຫລືດວງຈັນ, ເພາະວ່າພຣະຣັດສະໝີຂອງພຣະເຈົ້າ ຊົງເປັນແສງສະຫວ່າງຂອງນະຄອນນັ້ນ ແລະພຣະເມສານ້ອຍ ຊົງເປັນໂຄມໄຟຂອງນະຄອນນັ້ນ.