Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:12 - ພຣະຄຳພີສັກສິ

12 ສະນັ້ນ ພືດ​ທຸກ​ຊະນິດ​ຈຶ່ງ​ເກີດຂຶ້ນ​ຕາມ​ຊະນິດ​ຂອງ​ມັນ. ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.

Uka jalj uñjjattʼäta Copia luraña




ປະຖົມມະການ 1:12
11 Jak'a apnaqawi uñst'ayäwi  

ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ.


ມີ​ເວລາ​ຄໍ່າ ແລະ​ເວລາ​ເຊົ້າ ນັ້ນ​ແມ່ນ​ມື້​ທີ​ສາມ.


ພຣະອົງ​ເຮັດ​ໃຫ້​ຫຍ້າ​ເກີດຂຶ້ນ​ສຳລັບ​ຝູງສັດ ແລະ​ພືດພັນ​ສຳລັບ​ໃຫ້​ມະນຸດ​ເພາະປູກ


ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ແມ່ນ​ຜືນ​ແຜ່ນດິນ​ເອງ​ທີ່​ເຮັດ​ໃຫ້​ເມັດ​ພືດ​ງອກງາມ​ຈົນ​ເກີດຜົນ​ຄື: ທຳອິດ​ເປັນ​ຕົ້ນ​ອ່ອນ​ແຕກ​ອອກ ຕໍ່ມາ ເປັນ​ຮວງເຂົ້າ​ຂຽວ ແລະ​ໃນ​ທີ່ສຸດ​ກໍ​ມີ​ເມັດ​ຕຶ່ງ​ເຕັມ​ຮວງ.


ຕົ້ນໄມ້​ທຸກ​ຕົ້ນ​ຍ່ອມ​ຮູ້​ໄດ້​ດ້ວຍ​ຜົນ​ຂອງ​ມັນ ພວກເຈົ້າ​ບໍ່​ຫ່ອນ​ເກັບ​ໝາກ​ເດື່ອເທດ​ຈາກ​ຕົ້ນ​ມີ​ໜາມ ແລະ​ບໍ່​ຫ່ອນ​ເກັບ​ໝາກ​ອະງຸ່ນ​ຈາກ​ເຄືອ​ໜາມ.


ຝ່າຍ​ພຣະອົງ ຜູ້​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ຜູ້​ຫວ່ານ ກັບ​ທັງ​ອາຫານ​ສຳລັບ​ກິນ ຈະ​ຊົງ​ປະທານ​ແນວປູກ​ໃຫ້​ແກ່​ເຈົ້າ​ທັງຫລາຍ ທັງ​ຈະ​ຊົງ​ບັນດານ​ໃຫ້​ແນວປູກ​ນັ້ນ​ທະວີ​ຫລາຍ​ຂຶ້ນ ຊໍ້າ​ຈະ​ຊົງ​ບັນດານ​ໃຫ້​ຜົນ​ແຫ່ງ​ຄຸນຄວາມດີ​ຂອງ​ພວກເຈົ້າ​ນັ້ນ​ຈະເລີນ​ຂຶ້ນ


ຢ່າ​ເຂົ້າໃຈ​ຜິດ ພວກເຈົ້າ​ຈະ​ຫລອກລວງ​ພຣະເຈົ້າ​ບໍ່ໄດ້ ເພາະວ່າ​ຜູ້ໃດ​ຫວ່ານ​ສິ່ງໃດ​ລົງ ກໍ​ຈະ​ເກັບກ່ຽວ​ສິ່ງ​ນັ້ນ.


ດ້ວຍວ່າ, ພື້ນດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດຜົນ​ງອກ​ຂຶ້ນ​ໃຫ້​ປະໂຫຍດ​ແກ່​ຄົນ​ປູກຝັງ​ນັ້ນ ກໍໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka