Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:11 - ພຣະຄຳພີສັກສິ

11 ແລ້ວ​ພຣະເຈົ້າ​ໄດ້ກ່າວ​ວ່າ, “ໃຫ້​ແຜ່ນດິນ​ເກີດ​ພືດ​ທຸກ​ຊະນິດ​ທັງ​ແນວ​ເປັນເມັດ​ແລະ​ແນວ​ເປັນ​ໝາກ​ຕາມ​ຊະນິດ​ຂອງ​ມັນ.” ແລະ​ກໍ​ເປັນ​ດັ່ງນັ້ນ.

Uka jalj uñjjattʼäta Copia luraña




ປະຖົມມະການ 1:11
20 Jak'a apnaqawi uñst'ayäwi  

ສະນັ້ນ ພືດ​ທຸກ​ຊະນິດ​ຈຶ່ງ​ເກີດຂຶ້ນ​ຕາມ​ຊະນິດ​ຂອງ​ມັນ. ພຣະເຈົ້າ​ໄດ້ເຫັນ​ວ່າ​ສິ່ງ​ນັ້ນ​ດີ.


ພຣະເຈົ້າ​ໄດ້ກ່າວ​ວ່າ, “ເຮົາ​ໃຫ້​ພືດ​ເປັນເມັດ ແລະ​ໝາກໄມ້​ທຸກ​ຊະນິດ​ແກ່​ເຈົ້າ​ເປັນ​ອາຫານ,


ແລ້ວ​ພຣະເຈົ້າຢາເວ​ພຣະເຈົ້າ​ສັ່ງ​ລາວ​ວ່າ, “ໝາກໄມ້​ທຸກ​ຕົ້ນ​ໃນ​ສວນ​ນີ້​ເຈົ້າ​ກິນ​ໄດ້


ຕົ້ນໄມ້​ກັບ​ກໍ​ຫຍ້າ​ບໍ່ທັນ​ມີ​ເທິງ​ແຜ່ນດິນ​ໂລກ ເພາະ​ພຣະເຈົ້າຢາເວ​ພຣະເຈົ້າ​ຍັງ​ບໍ່​ໃຫ້​ຝົນ​ຕົກລົງ​ມາ ແລະ​ຍັງ​ບໍ່ທັນ​ມີ​ຈັກ​ຄົນ​ທີ່​ທຳມາ​ຫາກິນ​ຢູ່​ເທິງ​ແຜ່ນດິນ​ໂລກ,


ໃນ​ສວນ​ແຫ່ງ​ນີ້​ພຣະເຈົ້າຢາເວ​ພຣະເຈົ້າ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທຸກ​ຊະນິດ ໃບ​ຂຽວ​ງາມ​ດີ ແລະ​ໝາກໄມ້​ກໍ​ເປັນ​ໜ້າຢາກກິນ. ໃນ​ກາງ​ສວນ​ນັ້ນ​ພຣະອົງ​ບັນດານ​ໃຫ້​ມີ​ຕົ້ນໄມ້​ທີ່​ໃຫ້​ຊີວິດ, ໃຫ້​ຮູ້ຈັກ​ດີ ແລະ​ຮູ້ຈັກ​ຊົ່ວ.


ອາຫານ​ການກິນ​ເກີດ​ຈາກ​ພື້ນ​ແຜ່ນດິນ ແຕ່​ໃນ​ບ່ອນ​ດຽວກັນ, ທຸກສິ່ງ​ກໍ​ຖືກ​ຈີກ​ໃຫ້​ໝຸ່ນ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ໃຫຍ່​ຢູ່​ໃກ້​ລຳນໍ້າ ຊຶ່ງ​ເກີດ​ໝາກ​ຕາມ​ລະດູການ ແລະ​ໃບ​ກໍ​ບໍ່​ຫ່ຽວແຫ້ງ​ຈັກເທື່ອ. ທຸກສິ່ງ​ທີ່​ພວກເຂົາ​ກະທຳ​ກໍ​ຈະເລີນ​ຮຸ່ງເຮືອງ​ຂື້ນ.


ພຣະອົງ​ໃຫ້​ເມກ​ປົກຄຸມ​ທົ່ວ​ທັງ​ຟ້າ​ສະຫວັນ ແລະ​ໃຫ້​ຝົນ​ແກ່​ແຜ່ນດິນ​ໂລກ ທັງ​ຫຍ້າ​ທີ່​ເກີດ​ຕາມ​ເນີນພູ​ດ້ວຍ.


ສະນັ້ນ ດັ່ງ​ພື້ນດິນ​ເຮັດ​ໃຫ້​ພືດ​ງອກຂຶ້ນ​ມາ ດັ່ງ​ສວນ​ເຮັດ​ໃຫ້​ພືດ​ທີ່​ຫວ່ານ​ລົງ​ງອກ​ຂຶ້ນ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ​ຈະ​ໄດ້​ຊ່ວຍ​ຄົນ​ຂອງ​ພຣະອົງ ແລະ​ທຸກ​ຊົນຊາດ​ກໍ​ຈະ​ຍ້ອງຍໍ​ສັນລະເສີນ​ພຣະອົງ.


ພວກເຂົາ​ເປັນ​ດັ່ງ​ຕົ້ນໄມ້​ທີ່​ເກີດ​ໃກ້​ແຄມ​ລຳທານ ຢັ່ງຮາກ​ລົງ​ດູດ​ນໍ້າ​ຕາມ​ລຳທານ​ນັ້ນ. ພວກເຂົາ​ຈະ​ບໍ່​ຢ້ານ​ເມື່ອ​ອາກາດ​ຮ້ອນ​ພັດ​ຜ່ານ​ມາ ເພາະ​ໃບ​ກໍ​ດົກ ແລະ​ຂຽວ​ຢູ່​ເລື້ອຍໆ; ມັນ​ຈະ​ບໍ່​ເດືອດຮ້ອນ​ເມື່ອ​ບໍ່ມີ​ຝົນ​ຕົກ ຈະ​ສືບຕໍ່​ເກີດດອກ​ອອກຜົນ​ຢູ່​ຢ່າງນັ້ນ.


ບັດນີ້ ຂວານ​ກໍ​ມີ​ຢູ່​ແລ້ວ ທີ່​ວາງ​ໄວ້​ພ້ອມ​ຈະ​ຕັດ​ຕົ້ນໄມ້​ໃຫ້​ຄຸງ​ເຫງົ້າ. ສະນັ້ນ ໄມ້​ທຸກ​ຕົ້ນ​ທີ່​ບໍ່​ເກີດຜົນ​ດີ​ຈະ​ຖືກ​ຕັດ ແລະ​ຖືກ​ໂຍນ​ຖິ້ມ​ໃສ່​ໄຟ​ເສຍ.


ແມ່ນ​ພຣະເຈົ້າ​ທີ່​ເປັນ​ຜູ້​ຕົບແຕ່ງ​ດອກໄມ້​ປ່າ​ຢູ່​ຕາມ​ທົ່ງຫຍ້າ ຊຶ່ງ​ເປັນ​ຢູ່​ໃນ​ມື້ນີ້ ແລະ​ມື້ອື່ນ​ກໍ​ຈະ​ຖືກ​ຕັດ​ຖິ້ມ​ເຜົາ​ໄຟ​ເສຍ ພຣະເຈົ້າ​ຈະ​ບໍ່​ຕົບແຕ່ງ​ພວກເຈົ້າ​ຫລາຍກວ່າ​ດອກໄມ້​ນັ້ນ​ບໍ? ໂອ ຜູ້​ມີ​ຄວາມເຊື່ອ​ຫນ້ອຍ​ເອີຍ.”


ແມ່ນ​ຜືນ​ແຜ່ນດິນ​ເອງ​ທີ່​ເຮັດ​ໃຫ້​ເມັດ​ພືດ​ງອກງາມ​ຈົນ​ເກີດຜົນ​ຄື: ທຳອິດ​ເປັນ​ຕົ້ນ​ອ່ອນ​ແຕກ​ອອກ ຕໍ່ມາ ເປັນ​ຮວງເຂົ້າ​ຂຽວ ແລະ​ໃນ​ທີ່ສຸດ​ກໍ​ມີ​ເມັດ​ຕຶ່ງ​ເຕັມ​ຮວງ.


ພຣະເຈົ້າ​ປະທານ​ຮູບຮ່າງ​ຂອງ​ຕົ້ນ​ພືດ​ໃຫ້​ເມັດ​ພືດ​ນັ້ນ ຕາມ​ທີ່​ພຣະອົງ​ຕ້ອງການ ພຣະອົງ​ໃຫ້​ເມັດ​ພືດ​ແຕ່ລະ​ຊະນິດ​ມີ​ຮູບຮ່າງ​ຂອງ​ຕົ້ນ​ພືດ​ຕາມ​ແບບ​ສະເພາະ​ຂອງ​ມັນ​ເອງ.


ດ້ວຍວ່າ, ພື້ນດິນ​ຕອນ​ໃດ​ດູດ​ຮັບ​ເອົາ​ນໍ້າ​ຝົນ​ທີ່​ຕົກ​ໃສ່​ຢູ່​ເລື້ອຍ ແລະ​ເກີດ​ພືດຜົນ​ງອກ​ຂຶ້ນ​ໃຫ້​ປະໂຫຍດ​ແກ່​ຄົນ​ປູກຝັງ​ນັ້ນ ກໍໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ.


ພີ່ນ້ອງ​ທັງຫລາຍ​ຂອງເຮົາ​ເອີຍ, ຕົ້ນ​ເດື່ອເທດ​ຈະ​ເກີດຜົນ​ເປັນ​ໝາກກອກ​ໄດ້​ບໍ? ຫລື​ເຄືອ​ອະງຸ່ນ​ຈະ​ເກີດຜົນ​ເປັນ​ໝາກ​ເດື່ອເທດ​ໄດ້​ບໍ? ດັ່ງນັ້ນ ນໍ້າເຄັມ​ຈະ​ເກີດ​ເປັນ​ນໍ້າຈືດ​ກໍ​ບໍ່ໄດ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka