Biblia Todo Logo
Internet tuqin Biblia

- Anuncios ukanaka -




ປະຖົມມະການ 1:1 - ພຣະຄຳພີສັກສິ

1 ເມື່ອ​ພຣະເຈົ້າ​ຕັ້ງຕົ້ນ​ນິຣະມິດ​ສ້າງ​ຈັກກະວານ

Uka jalj uñjjattʼäta Copia luraña




ປະຖົມມະການ 1:1
67 Jak'a apnaqawi uñst'ayäwi  

ແລະ​ພາວັນນາ​ອະທິຖານ​ວ່າ, “ຂ້າແດ່​ພຣະເຈົ້າຢາເວ ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ຢູ່​ເທິງ​ບັນລັງ​ຂອງ​ພຣະອົງ​ເໜືອ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ທຸກ​ອານາຈັກ​ທົ່ວໂລກນີ້. ພຣະອົງ​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ບັນດາ​ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ ເປັນ​ພະ​ຈອມປອມ​ທັງໝົດ ແຕ່​ພຣະເຈົ້າຢາເວ​ຂອງ​ພວກເຮົາ ເປັນ​ຜູ້​ສ້າງ​ຈັກກະວານ.


ກະສັດ​ຮີຣາມ​ໄດ້​ສົ່ງ​ສານ​ຕອບ​ກະສັດ​ໂຊໂລໂມນ​ວ່າ, “ເພາະ​ພຣະເຈົ້າຢາເວ​ຮັກ​ປະຊາຊົນ​ຂອງ​ພຣະອົງ ຈຶ່ງ​ໄດ້​ໃຫ້​ທ່ານ​ຂຶ້ນ​ເປັນ​ກະສັດ​ຂອງ​ພວກເຂົາ.


ແລ້ວ​ປະຊາຊົນ​ອິດສະຣາເອນ​ກໍໄດ້​ພາວັນນາ​ອະທິຖານ​ດ້ວຍ​ຖ້ອຍຄຳ​ດັ່ງນີ້: “ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ເທົ່ານັ້ນ ພຣະອົງ​ເທົ່ານັ້ນ; ພຣະອົງ​ໄດ້​ຊົງສ້າງ​ສະຫວັນ, ຟ້າ​ສະຫວັນ​ທີ່​ສູງສຸດ ພ້ອມທັງ​ບໍລິວານ​ຂອງ​ຟ້າ​ສະຫວັນ​ທຸກຢ່າງ​ທັງໝົດ, ແຜ່ນດິນ​ໂລກ​ກັບ​ທະເລ ແລະ​ທຸກໆສິ່ງ​ທີ່​ຢູ່​ໃນ​ນັ້ນ; ພຣະອົງ​ຊົງ​ພິທັກ​ຮັກສາ​ສິ່ງ​ເຫຼົ່ານັ້ນ​ທັງໝົດ ທຸກສິ່ງ​ໃນ​ສະຫວັນ​ກໍ​ນະມັດສະການ​ພຣະອົງ.


ລົມ​ຫາຍໃຈ​ຂອງ​ພຣະອົງ​ເຮັດ​ໃຫ້​ຟ້າ​ສະຫວັນ​ແຈ່ມໃສ ແລະ​ມື​ພຣະອົງ​ທີ່​ໃຊ້​ຂ້າ​ໄລ່​ຜີບໍລິສາດ​ໜີໄປ​ໄດ້.


ເມື່ອ​ເຮົາ​ສ້າງ​ຈັກກະວານ​ນັ້ນ ເຈົ້າ​ຢູ່​ບ່ອນ​ນັ້ນ​ບໍ? ຖ້າ​ເຈົ້າ​ຮູ້​ຫລວງຫລາຍ ຈົ່ງ​ບອກ​ເຮົາ​ມາ​ເບິ່ງ.


ບໍ່ມີ​ຜູ້ໃດ​ຊ່ວຍ​ພຣະເຈົ້າ​ຄຶງ​ຟ້າ​ສະຫວັນ​ອອກ ຫລື​ຢຽບຢໍ່າ​ມັງກອນ​ກັບຄືນ​ສູ່​ທະເລ​ໄດ້.


ພຣະອົງ​ດຳລົງ​ຢູ່​ສືບໆໄປ. ພຣະອົງ​ສ້າງ​ແຜ່ນດິນ​ໂລກ​ແຕ່​ດົນນານ​ແລ້ວ ແລະ​ພຣະອົງ​ໄດ້​ສ້າງ​ຟ້າ​ສະຫວັນ ​ດ້ວຍ​ມື​ຂອງ​ພຣະອົງ​ເອງ.


ຂ້າແດ່​ພຣະເຈົ້າຢາເວ ພຣະອົງ​ໄດ້​ສ້າງ​ຫລາຍ​ສິ່ງ​ຫລາຍແນວ ພຣະອົງ​ໄດ້​ສ້າງ​ສັບພະທຸກສິ່ງ​ໃນ​ຈັກກະວານ​ນີ້. ພຣະອົງ​ໄດ້​ສ້າງ​ສິ່ງ​ເຫຼົ່ານີ້​ຢ່າງ​ສະຫລາດ ແຜ່ນດິນ​ໂລກ​ກໍ​ເຕັມ​ດ້ວຍ​ສິ່ງ​ທີ່​ພຣະອົງ​ໄດ້​ສ້າງ.


ແຕ່​ເມື່ອ​ພຣະອົງ​ສົ່ງ​ວິນຍານ​ຂອງ​ພຣະອົງ​ອອກ​ໄປ ພວກມັນ​ກໍ​ຖືກ​ສ້າງ​ຂຶ້ນ​ມາ ແລະ​ພຣະອົງ​ກໍ​ປ່ຽນ​ໂສມໜ້າ​ຂອງ​ແຜ່ນດິນ​ໂລກ​ຄືນ​ໃໝ່.


ຂໍ​ໃຫ້​ພວກເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະເຈົ້າຢາເວ ຄື​ຜູ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ຄວາມ​ຊ່ວຍເຫລືອ​ຂອງ​ຂ້ານ້ອຍ​ຈະ​ມາ​ແຕ່​ພຣະເຈົ້າຢາເວ ອົງ​ທີ່​ໄດ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.


ຄວາມ​ຊ່ວຍເຫຼືອ​ຂອງ​ພວກເຮົາ​ນັ້ນ ມາ​ຈາກ​ພຣະນາມ​ຂອງ​ພຣະເຈົ້າຢາເວ ອົງ​ຊົງ​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ.


ຂໍ​ໃຫ້​ພຣະເຈົ້າຢາເວ​ຜູ້​ສ້າງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ໂຜດ​ອວຍພອນ​ທ່ານ​ຈາກ​ພູເຂົາ​ຊີໂອນ​ເທີ້ນ.


ພຣະອົງ​ໄດ້​ສ້າງ​ຈັກກະວານ​ດ້ວຍ​ພຣະ​ສະຕິປັນຍາ ຄວາມຮັກ​ໝັ້ນຄົງ​ຂອງ​ພຣະອົງ​ດຳລົງຢູ່​ສືບໄປ​ເປັນນິດ.


ຜູ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ທັງ​ທຸກສິ່ງ​ຢູ່​ໃນ​ນັ້ນ ພຣະອົງ​ຮັກສາ​ພຣະສັນຍາ​ສະເໝີ.


ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ​ດ້ວຍ​ຖ້ອຍຄຳ​ຂອງ​ພຣະອົງ ຕາເວັນ, ເດືອນ​ແລະ​ດາວ​ກໍ​ໂດຍ​ລົມປາກ​ຂອງ​ພຣະອົງ.


ເມື່ອ​ພຣະອົງ​ຊົງ​ກ່າວ ໂລກນີ້​ກໍໄດ້​ເກີດ​ມາ ທຸກສິ່ງ​ກໍໄດ້​ປາກົດ​ຂຶ້ນ​ມາ​ຕາມ​ຄຳສັ່ງ​ຂອງ​ພຣະອົງ.


ເມື່ອ​ຂ້ານ້ອຍ​ຫລຽວ​ເບິ່ງ​ຟ້າ​ສະຫວັນ​ທີ່​ພຣະອົງ​ໄດ້​ສ້າງ​ຂຶ້ນ​ມາ ເດືອນ​ດາວ​ທີ່​ພຣະອົງ​ຕັ້ງ​ໄວ້​ໃນ​ບ່ອນ​ຂອງ​ມັນ​ນັ້ນ


ມະນຸດ​ສຳຄັນ​ຫຍັງ​ແດ່​ທີ່​ພຣະອົງ​ຕ້ອງ​ຄິດເຖິງ​ພວກເຂົາ ມະນຸດ​ທີ່​ຕາຍ​ເປັນ ສຳຄັນ​ຫຍັງ​ທີ່​ພຣະອົງ​ຕ້ອງ​ຫ່ວງໃຍ​ພວກເຂົາ?


ກ່ອນ​ທີ່​ພູຜາ​ປ່າໄມ້​ຖືກ​ສ້າງ​ຂຶ້ນ​ມາ ກ່ອນ​ທີ່​ໂລກ​ເຮົາ​ດຳລົງ​ຄົງຕົວ​ຢູ່​ຢ່າງ​ນີ້ ພຣະອົງ​ເປັນ​ພຣະເຈົ້າ​ອົງ​ເປັນ​ຢູ່​ຊົ່ວ​ນິຣັນການ ແລະ​ເປັນ​ພຣະເຈົ້າ​ທີ່​ດຳລົງ​ຢູ່​ສືບໄປ​ເປັນນິດ.


ພະ​ຂອງ​ຊົນຊາດ​ອື່ນ​ນັ້ນ​ເປັນ​ພຽງແຕ່​ຮູບເຄົາຣົບ ສ່ວນ​ພຣະເຈົ້າຢາເວ​ໄດ້​ສ້າງ​ຟ້າ​ສະຫວັນ.


ໃນ​ຫົກ​ວັນ ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ​ແລະ​ແຜ່ນດິນ​ໂລກ, ທະເລ ແລະ​ສັບພະທຸກສິ່ງ​ທີ່​ຢູ່​ໃນ​ນັ້ນ, ແຕ່​ໃນ​ວັນ​ທີ​ເຈັດ​ໄດ້​ພັກຜ່ອນ. ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ອວຍພອນ​ວັນ​ຊະບາໂຕ ແລະ​ຕັ້ງ​ໄວ້​ເປັນ​ວັນ​ສັກສິດ.


ເມື່ອ​ພຣະເຈົ້າ​ໄດ້​ກ່າວ​ກັບ​ໂມເຊ​ທີ່​ເທິງ​ພູເຂົາ​ຊີນາຍ​ຈົບ​ແລ້ວ ພຣະອົງ​ໄດ້​ເອົາ​ຫີນ​ສອງ​ແຜ່ນ ຊຶ່ງ​ໄດ້​ຈາລຶກ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຊຶ່ງ​ຂຽນ​ໂດຍ​ພຣະຫັດ(ມື)​ຂອງ​ພຣະເຈົ້າ​ເອງ​ນັ້ນ ຍື່ນໃຫ້​ໂມເຊ.


ທຸກສິ່ງ​ທີ່​ພຣະເຈົ້າຢາເວ​ໄດ້​ເຮັດ​ກໍ​ມີ​ເປົ້າໝາຍ​ແນ່ນອນ ແລະ​ຊາຕາກຳ​ຂອງ​ຄົນ​ອະທຳ​ກໍ​ຄື​ຄວາມພິນາດ.


ພຣະເຈົ້າຢາເວ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ປັນຍາ​ຂອງ​ພຣະອົງ ດ້ວຍ​ຄວາມ​ຮອບຮູ້​ຂອງ​ພຣະອົງ ຈຶ່ງ​ໄດ້​ຕັ້ງ​ຟ້າ​ສະຫວັນ ​ໄວ້​ໃນ​ທີ່ນັ້ນ.


ສະນັ້ນ ຈົ່ງ​ລະນຶກເຖິງ​ພຣະຜູ້​ສ້າງ​ຂອງເຈົ້າ ໃນ​ເມື່ອ​ເຈົ້າ​ຍັງ​ໜຸ່ມ​ຢູ່ ກ່ອນ​ວັນ​ທັງຫຼາຍ​ແລະ​ປີ​ທັງຫຼາຍ​ທີ່​ມືດມົວ​ມາເຖິງ ແລະ​ເມື່ອ​ເຈົ້າ​ຈະ​ເວົ້າ​ວ່າ, “ຂ້ອຍ​ບໍ່ໄດ້​ສະໜຸກ​ເລີຍ​ໃນ​ຊີວິດ​ນີ້.”


“ຂ້າແດ່​ພຣະເຈົ້າຢາເວ​ອົງ​ຊົງຣິດ​ອຳນາດ​ຍິ່ງໃຫຍ່ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ເອີຍ ພຣະອົງ​ນັ່ງ​ທີ່​ເທິງ​ເຄຣຸບ ພຣະອົງ​ເທົ່ານັ້ນ​ເປັນ​ພຣະເຈົ້າ​ທີ່​ປົກຄອງ​ອານາຈັກ​ທັງໝົດ​ຢູ່​ໃນ​ແຜ່ນດິນ​ໂລກ​ນີ້. ພຣະອົງ​ເປັນ​ຜູ້​ໄດ້ສ້າງ​ຟ້າ​ສະຫວັນ ແລະ​ແຜ່ນດິນ​ໂລກ.


ທ່ານ​ບໍ່​ຮູ້​ບໍ​ສິ່ງ​ທີ່​ຄົນ​ໄດ້​ກໍ່​ຕັ້ງ​ແຕ່​ດົນນານ? ບໍ່ໄດ້ຍິນ​ບໍ​ວ່າ​ໂລກ​ເຮົາ​ໄດ້​ຕັ້ງຕົ້ນ​ຢ່າງໃດ​ແທ້?


ຈົ່ງ​ເງີຍ​ໜ້າ​ຂຶ້ນ​ສູ່​ທ້ອງຟ້າ​ເວຫາ​ເບິ່ງດູ ຜູ້ໃດ​ສ້າງ​ໝູ່​ດວງດາວ​ທີ່​ທ່ານ​ເຫັນ​ຢູ່​ນັ້ນ? ຜູ້​ທີ່​ນຳ​ດວງດາວ​ມາ​ໄວ້​ດັ່ງ​ກອງທັບ​ທະຫານ ຮູ້ຈັກ​ຈຳນວນ​ແລະ​ເອີ້ນ​ຊື່​ດາວ​ແຕ່ລະ​ດວງ​ໄດ້ ຣິດອຳນາດ​ຂອງ​ພຣະອົງ​ຍິ່ງໃຫຍ່​ເຫລືອຫລາຍ ຈົນ​ບໍ່ມີ​ດາວ​ດວງໃດ​ຂາດຫາຍ​ໄປ​ຈັກດວງ.


ພວກເຈົ້າ​ຕັ້ງ​ບໍ່​ຮູ້ ພວກເຈົ້າ​ບໍ່ໄດ້ຍິນ​ບໍ? ພຣະເຈົ້າຢາເວ​ຄື​ພຣະເຈົ້າ​ເປັນ​ຢູ່​ສືບໄປ​ເປັນນິດ; ພຣະອົງ​ເປັນ​ຜູ້​ສ້າງ​ສັບພະທຸກສິ່ງ​ຢູ່​ໃນ​ໂລກ​ເຮົາ ພຣະອົງ​ບໍ່ເຄີຍ​ກ່າວ​ວ່າ​ພຣະອົງ​ອ່ອນແຮງ​ຈັກເທື່ອ ຫລື​ພຣະອົງ​ອິດເມື່ອຍ​ແຕ່​ປະການ​ໃດ​ເລີຍ ບໍ່ມີ​ຜູ້ໃດ​ເຂົ້າໃຈ​ຄວາມຄິດ​ຂອງ​ພຣະອົງ​ໄດ້.


ພຣະເຈົ້າ, ພຣະເຈົ້າຢາເວ, ຜູ້​ນິຣະມິດ​ສ້າງ​ຟ້າ​ສະຫວັນ ແລະ​ກາງ​ອອກ​ມາ ອອກແບບ​ແຜ່ນດິນ​ໂລກ ແລະ​ທຸກສິ່ງ​ຢູ່​ໃນ​ນັ້ນ; ພຣະອົງ​ໃຫ້​ຊີວິດ​ແລະ​ລົມຫາຍໃຈ​ແກ່​ທຸກຄົນ ພຣະອົງ​ກ່າວ​ດັ່ງນີ້:


“ພຣະເຈົ້າຢາເວ ພຣະຜູ້​ໄຖ່​ຂອງເຈົ້າ​ກ່າວວ່າ: ແມ່ນ​ເຮົາ​ທີ່​ເປັນ​ຜູ້​ໄດ້ສ້າງ​ເຈົ້າ ເຮົາ​ຄື​ພຣະເຈົ້າຢາເວ​ທີ່​ສ້າງ​ສັບພະທຸກສິ່ງ​ທັງຫລາຍ ແມ່ນ​ເຮົາ​ແຕ່​ຜູ້ດຽວ​ທີ່​ໄດ້​ກາງ​ຟ້າ​ສະຫວັນ​ອອກ. ເມື່ອ​ເຮົາ​ໄດ້ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ບໍ່ມີ​ຜູ້ໃດ​ເລີຍ​ທີ່​ໄດ້​ຊ່ວຍເຫລືອ​ເຮົາ.


ພຣະເຈົ້າຢາເວ​ໄດ້​ນິຣະມິດ​ສ້າງ​ຈັກກະວານ ແມ່ນ​ພຣະອົງ​ແຕ່​ຜູ້ດຽວ​ທີ່​ເປັນ​ພຣະເຈົ້າ ພຣະອົງ​ໄດ້​ຈັດ​ຮູບຮ່າງ​ສ້າງ​ແຜ່ນດິນ​ໂລກ​ຂຶ້ນ​ມາ ໄດ້​ເຮັດ​ໃຫ້​ໂລກ​ໝັ້ນຄົງ ແລະ​ຢັ້ງຢືນ​ຄົງຢູ່​ໄດ້. ພຣະອົງ​ບໍ່ໄດ້​ເຮັດ​ໃຫ້​ເປັນ​ທີ່​ເປົ່າຮ້າງ​ຫວ່າງຄົນ ແຕ່​ເປັນ​ບ່ອນ​ທີ່​ມະນຸດ​ເຮົາ​ພັກພາ​ອາໄສ​ຢູ່ ພຣະເຈົ້າ​ລັ່ນປາກ​ກ່າວ​ໄຂ​ວາຈາ​ວ່າ, “ເຮົາ​ຄື​ພຣະເຈົ້າຢາເວ ພຣະເຈົ້າ​ອົງ​ອື່ນ​ບໍ່ມີ.


ພວກເຈົ້າ​ລືມໄລ​ພຣະເຈົ້າຢາເວ​ຜູ້​ສ້າງ​ເຈົ້າ​ແລ້ວ​ບໍ? ຜູ້​ໄດ້​ກາງ​ຈັກກະວານ ​ທັງ​ວາງ​ຮາກຖານ​ແຜ່ນດິນ​ໂລກ? ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໃຊ້​ຊີວິດ​ດ້ວຍ​ຄວາມຢ້ານ​ເປັນ​ປະຈຳ? ໂດຍ​ຢ້ານ​ພວກ​ທີ່​ກົດຂີ່​ພວກເຈົ້າ​ຢ່າງ​ໂຫດຮ້າຍ ຄື​ພວກ​ທີ່​ພ້ອມ​ຈະ​ທຳລາຍ​ພວກເຈົ້າ​ທຸກ​ເວລາ? ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ​ແຕະຕ້ອງ​ພວກເຈົ້າ​ບໍ່ໄດ້.


ເຮົາ​ໄດ້​ກາງ ຈັກກະວານ ແລະ​ວາງ​ຮາກຖານ​ແຜ່ນດິນ​ໂລກ ເຮົາ​ກ່າວ​ແກ່​ນະຄອນ​ເຢຣູຊາເລັມ​ດັ່ງນີ້: ‘ເຈົ້າ​ເປັນ​ປະຊາຊົນ​ທີ່​ເຮົາ​ປົກປ້ອງ​ຄຸ້ມຄອງ​ໄວ້ ເຮົາ​ມອບ​ຄຳສັ່ງສອນ​ໃຫ້​ເຈົ້າ​ຮັກສາ​ໄວ້.”’


ອົງພຣະ​ຜູ້​ເປັນເຈົ້າ​ກ່າວ​ວ່າ, “ເຮົາ​ກຳລັງ​ສ້າງ​ຟ້າ​ສະຫວັນ​ໃໝ່​ແລະ​ແຜ່ນດິນ​ໂລກ​ໃໝ່. ເຫດການ​ຕ່າງໆ​ໃນ​ອະດີດ​ຈະ​ຖືກ​ລືມໄລ​ໄປ​ຢ່າງ​ໝົດສິ້ນ.


ພຣະເຈົ້າ​ສ້າງ​ແຜ່ນດິນ​ໂລກ​ໂດຍ​ຣິດທານຸພາບ ໂດຍ​ພຣະ​ປັນຍາ​ໄດ້​ສ້າງ​ໂລກ​ແລະ​ກາງ​ຟ້າ​ສະຫວັນ​ອອກ.


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ພຣະເຈົ້າ ພຣະອົງ​ໄດ້​ສ້າງ​ຈັກກະວານ ແລະ​ແຜ່ນດິນ​ໂລກ ໂດຍ​ຣິດອຳນາດ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ; ບໍ່ມີ​ສິ່ງໃດ​ເລີຍ​ຍາກ​ສຳລັບ​ພຣະອົງ.


ພຣະອົງ​ໄດ້​ສ້າງ​ແຜ່ນດິນ​ໂລກ ດ້ວຍ​ຣິດອຳນາດ​ຂອງ​ພຣະອົງ; ໂດຍ​ສະຕິປັນຍາ​ຂອງ​ພຣະອົງ ພຣະອົງ​ໄດ້​ສ້າງ​ໂລກນີ້​ແລະ​ກາງ​ຟ້າ​ສະຫວັນ.


ຕໍ່ໄປນີ້​ແມ່ນ​ຖ້ອຍຄຳ​ທີ່​ມາ​ຈາກ​ພຣະເຈົ້າຢາເວ ເຖິງ​ຊາດ​ອິດສະຣາເອນ: ພຣະເຈົ້າຢາເວ​ອົງ​ໄດ້​ກາງ​ຈັກກະວານ​ອອກ ໄດ້​ນິຣະມິດ​ສ້າງ​ແຜ່ນດິນ​ໂລກ ແລະ​ໄດ້​ໃຫ້​ຊີວິດ​ແກ່​ມວນ​ມະນຸດ. ພຣະອົງ​ກ່າວ​ວ່າ,


ໃນ​ເວລາ​ນັ້ນ ພຣະເຢຊູເຈົ້າ​ໄດ້​ກາບ​ທູນ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ຜູ້​ເປັນ​ເຈົ້າ​ຂອງ​ສະຫວັນ​ແລະ​ແຜ່ນດິນ​ໂລກ ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ທີ່​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫຼົ່ານີ້​ໄວ້​ຈາກ​ຜູ້​ສະຫລາດ ແລະ​ຜູ້​ມີ​ສະຕິປັນຍາ, ແຕ່​ຊົງ​ເປີດເຜີຍ​ແກ່​ຜູ້​ທີ່​ບໍ່ໄດ້​ຮຽນຮູ້.


ດ້ວຍວ່າ, ໃນ​ຄາວ​ນັ້ນ​ຈະ​ມີ​ຄວາມ​ທຸກ​ລຳບາກ​ຢ່າງ​ໜັກໜ່ວງ ຢ່າງ​ບໍ່ເຄີຍ​ມີ​ມາ​ຕັ້ງແຕ່​ຕົ້ນເດີມ ເມື່ອ​ພຣະເຈົ້າ​ໄດ້​ເນຣະມິດ​ສ້າງ​ໂລກ​ຈົນເຖິງ​ທຸກ​ວັນນີ້ ແລະ​ເມືອ​ໜ້າ​ຈະ​ບໍ່​ເກີດຂຶ້ນ​ອີກ​ຈັກເທື່ອ.


“ທ່ານ​ທັງຫລາຍ​ເອີຍ ເປັນຫຍັງ​ຈຶ່ງ​ເຮັດ​ເຊັ່ນນີ້? ພວກເຮົາ​ທັງສອງ​ກໍ​ເປັນ​ມະນຸດ​ຢ່າງ​ດຽວກັນ​ກັບ​ພວກທ່ານ ແລະ​ມາ​ປະກາດ​ຂ່າວປະເສີດ​ໃຫ້​ພວກທ່ານ​ກັບໃຈ​ຈາກ​ສິ່ງ​ອັນ​ບໍ່ມີ​ປະໂຫຍດ​ເຫຼົ່ານີ້ ແລະ​ຫັນມາ​ຫາ​ພຣະເຈົ້າ​ອົງ​ຊົງ​ຊີວິດ​ຢູ່ ຄື​ອົງ​ທີ່​ໄດ້​ສ້າງ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ແລະ​ສັບພະທຸກສິ່ງ ຊຶ່ງ​ຢູ່​ໃນ​ທີ່ນັ້ນ.


ພຣະເຈົ້າ​ອົງ​ທີ່​ໄດ້​ສ້າງ​ໂລກ​ກັບ​ສິ່ງ​ທັງປວງ ທີ່​ຢູ່​ໃນ​ໂລກ​ແມ່ນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ສະຫວັນ ແລະ​ແຜ່ນດິນ​ໂລກ, ພຣະເຈົ້າ​ອົງ​ນີ້​ບໍ່ໄດ້​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ມາ​ດ້ວຍ​ມື​ຂອງ​ມະນຸດ.


ເມື່ອ​ໄດ້ຍິນ​ດັ່ງນັ້ນ, ແລ້ວ​ພວກເຂົາ​ທຸກຄົນ​ກໍ​ຮ່ວມ​ໃຈ​ກັນ ຍົກ​ສຽງ​ພາວັນນາ​ອະທິຖານ​ຕໍ່​ພຣະເຈົ້າ​ວ່າ, “ຂ້າແດ່​ພຣະອົງເຈົ້າ ອົງ​ຄຸ້ມ​ຄອງ​ຈັກກະວານ ອົງ​ທີ່​ໄດ້​ສ້າງ​ສະຫວັນ ແລະ​ແຜ່ນດິນ​ໂລກ​ກັບ​ນໍ້າ​ທະເລ ແລະ​ທຸກໆ​ສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ


ດ້ວຍວ່າ, ສິ່ງສາລະພັດ​ເປັນ​ມາ​ຈາກ​ພຣະອົງ ມີ​ມາ​ດ້ວຍ​ພຣະອົງ ແລະ​ເພື່ອ​ພຣະອົງ ຂໍ​ໃຫ້​ພຣະ​ສະຫງ່າຣາສີ ຈົ່ງ​ເປັນ​ຂອງ​ພຣະອົງ​ຕະຫລອດ​ໄປ​ເປັນນິດ​ເທີ້ນ ອາແມນ.


ແຕ່​ສຳລັບ​ພວກເຮົາ​ນັ້ນ ມີ​ພຣະເຈົ້າ​ອົງ​ດຽວ ຄື​ພຣະບິດາເຈົ້າ ແລະ​ສິ່ງສາລະພັດ​ທັງປວງ​ເກີດ​ມາ​ຈາກ​ພຣະອົງ ແລະ​ພວກເຮົາ​ເປັນ​ມາ​ເພື່ອ​ພຣະອົງ ແລະ​ມີ​ອົງພຣະ​ຜູ້​ເປັນເຈົ້າ​ອົງ​ດຽວ ຄື​ພຣະເຢຊູ​ຄຣິດເຈົ້າ ແລະ ສິ່ງສາລະພັດ​ກໍ​ເກີດຂຶ້ນ​ໂດຍ​ພຣະອົງ ແລະ​ເຮົາ​ກໍ​ເປັນ​ມາ​ໂດຍ​ພຣະອົງ.


ແລະ​ເຮັດ​ໃຫ້​ຄົນ​ທັງປວງ ເຫັນ​ແຈ້ງ​ເຖິງ​ແຜນການ​ອັນ​ລັບເລິກ​ຂອງ​ພຣະເຈົ້າ​ຜູ້​ຊົງ​ສ້າງ​ສັບພະທຸກສິ່ງ ຊຶ່ງ​ໄດ້​ເຊື່ອງຊ້ອນ​ຄວາມ​ລັບເລິກ​ຂອງ​ພຣະອົງ​ໄວ້ ຕະຫລອດ​ທຸກຍຸກ​ທຸກສະໄໝ​ທີ່​ຜ່ານ​ມາ,


ພຣະອົງ​ຊົງ​ກ່າວ​ອີກ​ວ່າ, “ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ເມື່ອ​ຕົ້ນເດີມ​ນັ້ນ ພຣະອົງ​ຊົງ​ວາງ​ຮາກ​ແຜ່ນດິນ​ໂລກ​ໄວ້ ແລະ​ສ້າງ​ຟ້າ​ສະຫວັນ ດ້ວຍ​ສີພຣະຫັດ​ຂອງ​ພຣະອົງ.


ແຕ່​ໃນ​ຍຸກ​ສຸດທ້າຍ​ນີ້ ພຣະອົງ​ໄດ້​ຊົງ​ກ່າວ​ແກ່​ເຮົາ​ທັງຫລາຍ​ທາງ​ພຣະບຸດ ຜູ້​ຊຶ່ງ​ພຣະອົງ​ໄດ້​ຊົງ​ຕັ້ງ​ໃຫ້​ເປັນ​ຜູ້​ຮັບ​ສັບພະທຸກສິ່ງ​ທັງປວງ​ເປັນ​ມໍຣະດົກ ແລະ​ດ້ວຍ​ພຣະບຸດ​ນັ້ນ​ພຣະອົງ​ໄດ້​ຊົງ​ສ້າງ​ໂລກ​ທັງຫລາຍ.


ແມ່ນ​ໂດຍ​ຄວາມເຊື່ອ​ແບບ​ນີ້ ພວກເຮົາ​ຈຶ່ງ​ເຂົ້າໃຈ​ວ່າ​ໂລກ​ຈັກກະວານ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ​ໂດຍ​ພຣະທຳ​ຂອງ​ພຣະເຈົ້າ. ດັ່ງນັ້ນ ສິ່ງ​ທີ່​ຕາ​ເຫັນ​ຢູ່​ກໍ​ເປັນ​ມາ​ຈາກ​ສິ່ງ​ທີ່​ບໍ່​ປາກົດ​ໃຫ້​ເຫັນ.


ດ້ວຍວ່າ, ທຸກ​ວົງຕະກຸນ​ກໍ​ມີ​ກົກເຄົ້າ ແຕ່​ຜູ້​ຊົງ​ເປັນ​ກົກເຄົ້າ​ຂອງ​ສັບພະສິ່ງ​ທັງປວງ​ນັ້ນ​ແມ່ນ​ພຣະເຈົ້າ.


ເພາະວ່າ​ພວກເຂົາ​ເຮັດ​ຄື​ລືມ​ຂໍ້​ນີ້​ເສຍ ດ້ວຍ​ພຣະທຳ​ຂອງ​ພຣະເຈົ້າ ຟ້າ​ສະຫວັນ​ຈຶ່ງ​ໄດ້​ມີ​ຢູ່​ຕັ້ງແຕ່​ບູຮານ ແລະ​ແຜ່ນດິນ​ໂລກ​ຈຶ່ງ​ໄດ້​ເກີດຂຶ້ນ​ຈາກ​ນໍ້າ​ແລະ​ດ້ວຍ​ທາງ​ນໍ້າ.


ຊຶ່ງ​ມີ​ຢູ່​ແຕ່​ປະຖົມມະການ ຊຶ່ງ​ເຮົາ​ໄດ້ຍິນ ຊຶ່ງ​ເຮົາ​ໄດ້​ເຫັນ​ກັບ​ຕາ ຊຶ່ງ​ເຮົາ​ໄດ້​ພິຈາລະນາ​ເບິ່ງ ແລະ​ມື​ຂອງເຮົາ​ໄດ້​ຈັບ​ຕ້ອງ​ນັ້ນ​ກ່ຽວກັບ​ພຣະທຳ​ອັນ​ຊົງ​ຊີວິດ.


ແລະ​ສາບານ​ໃນ​ພຣະນາມ​ຂອງ​ພຣະເຈົ້າ ອົງ​ຊົງ​ຊີວິດ​ຢູ່​ນິຣັນດອນ ຜູ້​ທີ່​ໄດ້​ສ້າງ​ສະຫວັນ ແຜ່ນດິນ​ໂລກ ແລະ​ທະເລ ກັບ​ສັບພະທຸກສິ່ງ​ທີ່​ມີ​ຢູ່​ໃນ​ບ່ອນ​ເຫຼົ່ານັ້ນ ວ່າ, “ຈະ​ບໍ່ມີ​ການ​ຊັກຊ້າ​ອີກ​ຕໍ່ໄປ.”


ເທວະດາ​ຕົນ​ນັ້ນ​ເປັ່ງ​ສຽງ​ຮ້ອງ​ວ່າ, “ຈົ່ງ​ຢຳເກງ​ພຣະເຈົ້າ ແລະ​ຍົກຍ້ອງ​ໃຫ້ກຽດ​ແກ່​ພຣະອົງ ເພາະ​ເຖິງ​ເວລາ​ແລ້ວ ທີ່​ພຣະອົງ​ຈະ​ຕັດສິນ​ມະນຸດສະໂລກ ຈົ່ງ​ນະມັດສະການ​ພຣະອົງ ຜູ້​ທີ່​ໄດ້​ສ້າງ​ຟ້າ​ສະຫວັນ, ແຜ່ນດິນ​ໂລກ, ນໍ້າ​ທະເລ ກັບ​ບໍ່​ນໍ້າພຸ​ທັງຫລາຍ.”


ພຣະອົງ​ຊົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ສຳເລັດ​ແລ້ວ ເຮົາ​ນີ້ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ, ຜູ້ໃດ​ທີ່​ຫິວນໍ້າ ເຮົາ​ຈະ​ໃຫ້​ຜູ້ນັ້ນ​ດື່ມ​ຈາກ​ບໍ່​ນໍ້າພຸ​ແຫ່ງ​ຊີວິດ ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ.


ເຮົາ ຄື​ອາລະຟາ​ແລະ​ໂອເມຄາ ເປັນ​ຜູ້ກົກ​ແລະ​ເປັນ​ຜູ້​ສຸດທ້າຍ ເປັນ​ເບື້ອງຕົ້ນ​ແລະ​ເປັນ​ເບື້ອງປາຍ.”


“ຈົ່ງ​ຂຽນ​ໄປ​ຍັງ​ເທວະດາ​ຂອງ​ພຣະເຈົ້າ ໃນ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ, ນີ້​ເປັນ​ຖ້ອຍຄຳ​ຂອງ​ພຣະອົງ​ທີ່​ເປັນ ອາແມນ ພຣະອົງ​ຜູ້​ເປັນ​ພະຍານ​ຜູ້​ສັດຊື່​ແລະ​ຍຸດຕິທຳ ພຣະອົງ​ເປັນ​ຕົ້ນ​ກຳເນີດ ແຫ່ງ​ສິ່ງສາລະພັດ​ທີ່​ພຣະເຈົ້າ​ຊົງ​ສ້າງ​ໄວ້ ຊົງ​ກ່າວ​ດັ່ງນີ້​ວ່າ,


“ຂ້າແດ່​ອົງພຣະ​ຜູ້​ເປັນເຈົ້າ ແລະ​ພຣະເຈົ້າ​ຂອງ​ຂ້ານ້ອຍ​ທັງຫລາຍ ພຣະອົງ​ຊົງ​ສົມຄວນ​ທີ່​ຈະ​ໄດ້​ຮັບ ສະຫງ່າຣາສີ ກຽດຕິຍົດ ແລະ ຣິດເດດ ເພາະວ່າ​ພຣະອົງ​ໄດ້​ຊົງ​ສ້າງ​ ສັບພະທຸກສິ່ງ​ທັງປວງ. ແລະ​ສັບພະທຸກສິ່ງ​ທັງປວງ​ນັ້ນ ກໍ​ຊົງ​ສ້າງ​ຂຶ້ນ​ແລ້ວ ແລະ​ດຳລົງ​ຢູ່​ຕາມ​ຊອບ​ພຣະໄທ ຂອງ​ພຣະອົງ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka