Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:6 - ພຣະຄຳພີສັກສິ

6 ຄົນ​ທີ່​ຮັບ​ພຣະທຳ​ຄຳສອນ​ແລ້ວ ຈົ່ງ​ແບ່ງ​ສິ່ງ​ທີ່​ດີ​ທຸກຢ່າງ​ໃຫ້​ແກ່​ຜູ້​ທີ່​ສັ່ງສອນ​ຕົນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

6 ເຖິງຢ່າງໃດ​ກໍ​ຕາມ, ຜູ້​ທີ່​ຮັບ​ຄຳສັ່ງສອນ​ໃນ​ຖ້ອຍຄຳ​ກໍ​ຄວນ​ແບ່ງປັນ​ສິ່ງ​ທີ່​ດີ​ທັງປວງ​ໃຫ້​ແກ່​ຜູ້ສອນ​ຂອງ​ຕົນ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:6
9 Jak'a apnaqawi uñst'ayäwi  

ລູກຊາຍກົກ​ແຕ່ລະຄົນ​ຂອງ​ພວກ​ຂ້ານ້ອຍ ຈະ​ຕ້ອງ​ຖືກ​ນຳ​ໄປ​ຫາ​ປະໂຣຫິດ​ທີ່​ວິຫານ​ຂອງ​ພຣະເຈົ້າ​ຂອງ​ພວກ​ຂ້ານ້ອຍ ແລະ​ຖວາຍ​ລາວ​ແກ່​ພຣະເຈົ້າ​ຢູ່​ໃນ​ທີ່ນັ້ນ ຕາມ​ທີ່​ກົດບັນຍັດ​ໄດ້​ຂຽນ​ໄວ້. ພວກ​ຂ້ານ້ອຍ​ຍັງ​ຈະ​ຖວາຍ​ລູກກົກ​ຂອງ​ງົວເຖິກ, ຂອງ​ງົວແມ່​ແຕ່ລະໂຕ ແລະ​ລູກກົກ​ຂອງ​ແກະເຖິກ ຫລື​ລູກແກະ ຫລື​ລູກ​ແບ້​ແຕ່ລະໂຕ​ດ້ວຍ.


ພວກເຈົ້າ​ແລະ​ຄອບຄົວ​ຈະ​ເອົາ​ໄປ​ກິນ​ບ່ອນ​ໃດ​ບ່ອນ​ໜຶ່ງ​ກໍໄດ້ ເພາະວ່າ​ແມ່ນ​ຄ່າຈ້າງ​ສຳລັບ​ວຽກງານ​ທີ່​ພວກເຈົ້າ​ໄດ້​ເຮັດ​ໃນ​ຫໍເຕັນ​ບ່ອນ​ຊຸມນຸມ.


ຢ່າ​ເອົາ​ຖົງ​ໄປ​ໃສ່​ເຄື່ອງ​ຂອງ​ຕາມ​ທາງ ຫລື​ເຄື່ອງນຸ່ງຫົ່ມ​ໄປ ຫລື​ເກີບ ຫລື​ໄມ້ເທົ້າ​ໄປ​ນຳ, ເພາະ​ຄົນງານ​ກໍ​ສົມຄວນ​ໄດ້​ຮັບ​ອາຫານ​ກິນ.”


ຂ້າພະເຈົ້າ​ເຮັດ​ເຊັ່ນ​ນີ້​ກໍ​ເພື່ອ​ທ່ານ​ຈະ​ຮູ້​ຄວາມຈິງ​ຢ່າງ​ຄັກແນ່ ເຖິງ​ເລື່ອງລາວ​ທີ່​ເປັນ​ແກ່ນສານ​ທີ່​ທ່ານ​ໄດ້​ຮັບ​ຮູ້​ກ່ອນ​ນັ້ນ.


ພວກ​ສິດ​ເຫຼົ່ານັ້ນ ກໍ​ພໍໃຈ​ທີ່​ຈະ​ເຮັດ​ຢ່າງ​ນັ້ນ ແລະ​ທີ່​ຈິງ​ພວກເຂົາ​ກໍ​ເປັນ​ໜີ້​ພວກ​ໄພ່ພົນ​ເຫຼົ່ານັ້ນ​ດ້ວຍ ເພາະວ່າ​ຖ້າ​ພວກເຂົາ​ໄດ້​ຮັບ​ຄົນຕ່າງຊາດ​ເຂົ້າ​ສ່ວນ​ໃນ​ການ​ຝ່າຍ​ວິນຍານຈິດ ກໍ​ເປັນ​ການ​ສົມຄວນ​ທີ່​ພວກ​ຕ່າງຊາດ​ນັ້ນ ຈະ​ໄດ້​ຊ່ວຍ​ອຸປະຖຳ​ສິດ​ເຫຼົ່ານັ້ນ ດ້ວຍ​ສິ່ງ​ຂອງ​ຝ່າຍ​ເນື້ອກາຍ.


ຈົ່ງ​ໃຫ້​ແນ່ໃຈ​ເໝືອນກັນ​ວ່າ ຊາວ​ເລວີ​ບໍ່ໄດ້​ຖືກ​ປ່ອຍປະ ຕາບໃດ​ທີ່​ພວກເຈົ້າ​ອາໄສ​ຢູ່​ໃນ​ດິນແດນ​ນີ້.


ຈົ່ງ​ເອົາໃຈໃສ່​ເທດສະໜາ​ສັ່ງສອນ​ພຣະທຳ​ຂອງ​ພຣະເຈົ້າ ທັງ​ໃນ​ເວລາ​ມີ​ໂອກາດ​ແລະ​ບໍ່ມີ​ໂອກາດ, ຈົ່ງ​ຊັກຊວນ​ດ້ວຍ​ເຫດ​ຜົນ, ຈົ່ງ​ເຕືອນ​ສະຕິ​ແລະ​ໜູນໃຈ ດ້ວຍ​ຄວາມ​ພຽນ​ອົດທົນ​ທຸກຢ່າງ​ແລະ​ໃນ​ການ​ສິດສອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka