Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:2 - ພຣະຄຳພີສັກສິ

2 ຈົ່ງ​ຊ່ວຍ​ຮັບ​ພາລະ​ໜັກ​ຂອງ​ກັນແລະກັນ ຖ້າ​ເຮັດ​ດັ່ງນີ້ ພວກເຈົ້າ​ກໍ​ປະຕິບັດ​ຕາມ ກົດບັນຍັດ​ຂອງ​ພຣະຄຣິດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:2
25 Jak'a apnaqawi uñst'ayäwi  

ໂຢອາບ​ເວົ້າ​ກັບ​ລາວ​ວ່າ, “ຖ້າ​ເຈົ້າ​ເຫັນ​ວ່າ​ພວກ​ຊີເຣຍ​ເອົາ​ຊະນະ​ຂ້ອຍ ໃຫ້​ເຈົ້າ​ມາ​ຊ່ວຍ​ຂ້ອຍ. ແຕ່​ຖ້າ​ພວກ​ອຳໂມນ​ເອົາ​ຊະນະ​ເຈົ້າ ຂ້ອຍ​ຈະ​ໄປ​ຊ່ວຍ​ເຈົ້າ.


ຖ້າ​ລໍ​ຂອງ​ເຂົາ​ລົ້ມລົງ​ຍ້ອນ​ບັນທຸກ​ຂອງ​ໜັກ ຈົ່ງ​ຊ່ວຍ​ເຂົາ​ຍົກ​ລໍ​ນັ້ນ​ຂຶ້ນ ຢ່າ​ຍ່າງ​ໜີໄປ​ລ້າໆ.


ການ​ຖືສິນ​ອົດອາຫານ​ແບບ​ທີ່​ເຮົາ​ຕ້ອງການ​ແມ່ນ​ດັ່ງນີ້: ຄື​ແກ້​ໂສ້​ແຫ່ງ​ການກົດຂີ່ ແລະ​ປົດ​ແອກ​ແຫ່ງ​ຄວາມ​ບໍ່​ຍຸດຕິທຳ ແລະ​ປົດປ່ອຍ​ຄົນ​ທີ່​ຖືກ​ກົດຂີ່​ໃຫ້​ເປັນ​ອິດສະຫລະ.


ພຣະອົງ​ເຮັດ​ເຊັ່ນ​ນີ້ ກໍ​ເພື່ອ​ໃຫ້​ສຳເລັດ​ຕາມ​ທີ່​ຜູ້ທຳນວາຍ​ເອຊາຢາ​ໄດ້​ກ່າວ​ໄວ້​ວ່າ, “ພຣະອົງ​ໄດ້​ຮັບ​ເອົາ​ຄວາມ​ເຈັບໄຂ້ ແລະ​ຮັບ​ແບກ​ພະຍາດ​ໂຣຄາ​ຂອງ​ພວກເຮົາ​ໄປ.”


ພຣະເຢຊູເຈົ້າ​ຕອບ​ວ່າ, “ວິບັດ​ຈະ​ມີ​ແກ່​ພວກເຈົ້າ​ເໝືອນກັນ ພວກ​ທຳບັນດິດ​ເອີຍ ພວກເຈົ້າ​ວາງ​ພາລະ​ໜັກ​ເທິງ​ຫລັງ​ປະຊາຊົນ ສ່ວນ​ພວກເຈົ້າ​ເອງ​ນັ້ນ ບໍ່​ຍອມ​ແມ່ນແຕ່​ຈະ​ເດ່​ມື​ນີ້ວ​ດຽວ​ໄປ​ຈັບ.


ບັດນີ້ ເຮົາ​ມອບ​ກົດບັນຍັດ​ຂໍ້​ໃໝ່​ໃຫ້​ພວກເຈົ້າ​ຄື: ຈົ່ງ​ຮັກ​ຊຶ່ງກັນແລະກັນ ເຮົາ​ຮັກ​ພວກເຈົ້າ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຮັກ​ຊຶ່ງກັນແລະກັນ​ຢ່າງ​ນັ້ນ.


ນີ້ແຫລະ ແມ່ນ​ຂໍ້ຄຳສັ່ງ​ຂອງເຮົາ: ຄື​ຈົ່ງ​ຮັກ​ຊຶ່ງກັນແລະກັນ ເໝືອນ​ດັ່ງ​ເຮົາ​ຮັກ​ພວກເຈົ້າ.


ດ້ວຍເຫດນີ້, ພວກເຮົາ​ຜູ້​ທີ່​ມີ​ຄວາມເຊື່ອ​ເຂັ້ມແຂງ​ແລ້ວ ຄວນ​ອົດທົນ​ຕໍ່​ຜູ້​ທີ່​ຍັງ​ອ່ອນ​ໃນ​ຄວາມເຊື່ອ ເພື່ອ​ແບກ​ພາລະ​ຂອງ​ພວກເຂົາ, ພວກເຮົາ​ບໍ່ຄວນ​ເຮັດ​ຕາມ​ຄວາມ​ພໍໃຈ​ຂອງ​ຕົນເອງ.


ເພາະວ່າ​ກົດ​ຂອງ​ພຣະວິນຍານ​ທີ່​ນຳ​ພວກເຮົາ​ໃຫ້​ມີ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ​ໄດ້​ເຮັດ​ໃຫ້​ເຮົາ ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມ​ບາບ​ແລະ​ຄວາມ​ຕາຍ.


ຕໍ່​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ ເຮົາ​ກໍ​ເຮັດ​ເໝືອນ​ຄົນ​ທີ່​ຢູ່​ນອກ​ກົດບັນຍັດ (ເຖິງ​ແມ່ນ​ເຮົາ​ບໍ່​ຢູ່​ນອກ​ກົດບັນຍັດ​ຂອງ​ພຣະເຈົ້າ​ກໍດີ ແຕ່​ເຮົາ​ຢູ່​ໃຕ້​ກົດບັນຍັດ​ຂອງ​ພຣະຄຣິດ) ເພື່ອ​ຈະ​ໄດ້​ໃຈ​ຄົນ​ທັງຫລາຍ​ທີ່​ຢູ່​ນອກ​ກົດບັນຍັດ​ນັ້ນ.


ດ້ວຍວ່າ, ທຸກຄົນ​ຕ້ອງ​ຮັບຜິດຊອບ​ຕໍ່​ພາລະ​ຂອງ​ຕົນເອງ.


ແຕ່​ຂ້າພະເຈົ້າ​ຜູ້​ດຽວ​ຈະ​ຮັບຜິດຊອບ​ວຽກງານ​ອັນ​ໜັກໜ່ວງ ສຳລັບ​ສະສາງ​ການ​ໂຕ້ຖຽງ​ກັນ​ຂອງ​ພວກເຈົ້າ​ໄດ້​ຢ່າງ​ໃດ?


ພີ່ນ້ອງ​ທັງຫລາຍ​ເອີຍ ພວກເຮົາ​ຮ້ອງຂໍ​ພວກເຈົ້າ​ຕື່ມ​ອີກ ຄື​ຈົ່ງ​ຕັກເຕືອນ​ຜູ້​ທີ່​ບໍ່​ຢູ່​ໃນ​ລະບຽບ, ຈົ່ງ​ໜູນໃຈ​ຜູ້​ທີ່​ນ້ອຍໃຈ, ຈົ່ງ​ຊ່ວຍເຫຼືອ​ຜູ້​ທີ່​ອ່ອນແຮງ ແລະ​ຈົ່ງ​ອົດທົນ​ຕໍ່​ທຸກໆ​ຄົນ.


ແຕ່​ຜູ້ໃດ​ທີ່​ພິຈາລະນາ​ເບິ່ງ​ຢ່າງ​ລະມັດ​ລະວັງ ໃນ​ກົດບັນຍັດ​ອັນ​ຄົບຖ້ວນ ຊຶ່ງ​ເຮັດ​ໃຫ້​ມີ​ອິດສະຫລະ​ພາບ ແລະ​ຕັ້ງໝັ້ນ​ຢູ່​ໃນ​ກົດບັນຍັດ​ນັ້ນ ຜູ້​ນັ້ນ​ກໍ​ບໍ່ແມ່ນ​ຜູ້​ທີ່​ໄດ້ຍິນ​ແລ້ວ​ລືມ​ໄປ, ແຕ່​ເປັນ​ຜູ້​ປະຕິບັດ​ຕາມ ຄົນ​ນັ້ນ​ແຫຼະ ຈະ​ໄດ້​ຮັບ​ພຣະພອນ​ຈາກ​ພຣະເຈົ້າ ໃນ​ສິ່ງ​ທີ່​ຕົນ​ກະທຳ.


ເຈົ້າ​ທັງຫລາຍ​ຈົ່ງ​ເວົ້າ​ແລະ​ເຮັດ ເໝືອນ​ຢ່າງ​ຄົນ​ທີ່​ກຳລັງ​ຈະ​ໄດ້​ຮັບ​ການ​ພິພາກສາ ດ້ວຍ​ກົດ​ທີ່​ໃຫ້​ມີ​ເສລີພາບ.


ຖ້າ​ເຈົ້າ​ທັງຫລາຍ​ເຮັດ​ຕາມ​ພຣະ​ຣາຊບັນຍັດ​ໂດຍ​ຄົບຖ້ວນ​ຕາມ​ພຣະຄຳພີ ຂໍ້​ທີ່​ວ່າ, “ຈົ່ງ​ຮັກ​ເພື່ອນບ້ານ​ເໝືອນ​ຮັກ​ຕົນເອງ.” ພວກເຈົ້າ​ກໍ​ເຮັດ​ຖືກຕ້ອງ​ແລ້ວ.


ໃນ​ພຣະກາຍ​ຂອງ​ພຣະອົງ​ເອງ ພຣະອົງ​ໄດ້​ຊົງ​ຮັບ​ແບກ​ບາບ​ຂອງ​ພວກເຮົາ​ໄປ​ເຖິງ​ຕົ້ນໄມ້​ນັ້ນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ເສຍ​ຝ່າຍ​ການບາບ ແລະ​ມີ​ຊີວິດ​ຝ່າຍ​ຄວາມ​ຊອບທຳ, ດ້ວຍ​ບາດແຜ​ຂອງ​ພຣະອົງ ເຈົ້າ​ທັງຫລາຍ​ກໍດີ​ປົກກະຕິ​ແລ້ວ.


ເພາະ​ຖ້າ​ພວກເຂົາ​ບໍ່ໄດ້​ຮູ້ຈັກ​ທາງ​ຊອບທຳ​ນັ້ນ ກໍ​ຍັງ​ຈະ​ດີກວ່າ​ທີ່​ໄດ້​ຮູ້​ແລ້ວ ແຕ່​ຍັງ​ກັບ​ຫັນ​ຫລັງ​ໃສ່​ກົດບັນຍັດ​ອັນ​ສັກສິດ ທີ່​ຊົງ​ໂຜດ​ມອບ​ໃຫ້​ແກ່​ພວກເຂົາ​ນັ້ນ.


ເພື່ອ​ໃຫ້​ພວກເຈົ້າ​ຈົດຈຳ​ຖ້ອຍຄຳ​ທັງຫຼາຍ ຊຶ່ງ​ພວກ​ຜູ້ທຳນວາຍ​ຜູ້​ບໍຣິສຸດ ໄດ້​ກ່າວ​ໄວ້​ເມື່ອ​ກ່ອນ​ນັ້ນ ທັງ​ຂໍ້ຄຳສັ່ງ​ຈາກ​ອົງພຣະ​ຜູ້​ເປັນເຈົ້າ ຄື​ພຣະ​ຜູ້​ຊົງ​ໂຜດ​ຊ່ວຍ​ໃຫ້​ພົ້ນ ຊຶ່ງ​ພວກ​ອັກຄະສາວົກ​ໄດ້​ສັ່ງສອນ​ແກ່​ພວກເຈົ້າ​ນັ້ນ.


ຂໍ້ຄຳສັ່ງ​ທີ່​ພຣະອົງ​ໄດ້​ມອບ​ແກ່​ພວກເຮົາ​ມີ​ດັ່ງນີ້: “ຜູ້ໃດ​ທີ່​ຮັກ​ພຣະເຈົ້າ​ນັ້ນ ຈົ່ງ​ຮັກ​ພີ່ນ້ອງ​ຂອງຕົນ​ເໝືອນກັນ.”


Jiwasaru arktasipxañani:

Anuncios ukanaka


Anuncios ukanaka