Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:16 - ພຣະຄຳພີສັກສິ

16 ຂໍ​ໃຫ້​ສັນຕິສຸກ​ແລະ​ພຣະ​ກະລຸນາຄຸນ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ປະຕິບັດ​ຕາມ​ກົດ​ຢ່າງ​ນີ້ ແລະ​ທັງ​ອິດສະຣາເອນ​ຂອງ​ພຣະເຈົ້າ​ເທີ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

16 ຂໍ​ໃຫ້​ສັນຕິສຸກ ແລະ ຄວາມ​ເມດຕາ ຈົ່ງ​ມີ​ແກ່​ທຸກຄົນ​ທີ່​ເຮັດ​ຕາມ​ກົດ​ນີ້ ຄື​ແກ່​ອິດສະຣາເອນ​ຂອງ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:16
25 Jak'a apnaqawi uñst'ayäwi  

ພຣະວິນຍານ​ໄດ້​ຄວບຄຸມ​ອາມາໄສ ຊຶ່ງ​ໃນ​ເວລາ​ຕໍ່ມາ​ໄດ້​ເປັນ​ຜູ້​ບັນຊາການ​ຂອງ “ທະຫານ​ເອກ​ສາມສິບ​ຄົນ.” ລາວ​ໄດ້​ຮ້ອງ​ຕອບ​ວ່າ, “ດາວິດ​ລູກຊາຍ​ຂອງ​ເຢຊີ​ເອີຍ ພວກເຮົາ​ຢູ່​ຝ່າຍ​ທ່ານ ຂໍ​ໃຫ້​ທ່ານ​ກັບ​ຜູ້​ຊ່ວຍ​ຂອງທ່ານ ຈົ່ງ​ມີ​ສັນຕິສຸກ, ສັນຕິສຸກ​ຢູ່​ກັບ​ທ່ານ ພຣະເຈົ້າ​ຢູ່​ຝ່າຍ​ທ່ານ​ແລ້ວ.” ແລ້ວ​ດາວິດ​ກໍ​ຕ້ອນຮັບ​ພວກເຂົາ ແລະ​ເພິ່ນ​ໄດ້​ໃຫ້​ພວກເຂົາ​ເປັນ​ນາຍ​ທະຫານ​ປະຈຳ​ກອງທັບ​ຂອງຕົນ.


ພຣະເຈົ້າ​ຊົງ​ຄຸນຄວາມດີ​ແກ່​ອິດສະຣາເອນ ຄື​ແກ່​ພວກ​ທີ່​ມີ​ຈິດໃຈ​ບໍຣິສຸດ​ຜຸດຜ່ອງ.


ເຊື້ອສາຍ​ອິດສະຣາເອນ​ທັງໝົດ​ຈະ​ຕັ້ງ​ຢູ່​ໃນ​ຄວາມມີໄຊ ແລະ​ຈະ​ຍ້ອງຍໍ​ສັນລະເສີນ​ໃນ​ພຣະເຈົ້າຢາເວ.”


ປະຊາຊົນ​ອິດສະຣາເອນ​ຈະ​ມີ​ຫລາຍ​ດັ່ງ​ເມັດ​ຊາຍ​ໃນ​ແຄມ​ທະເລ ຊຶ່ງ​ເກີນ​ທີ່​ຈະ​ນັບ ຫລື​ຕັກຕວງ​ໄດ້. ບັດນີ້ ພຣະເຈົ້າ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່ແມ່ນ​ປະຊາຊົນ​ຂອງເຮົາ” ແຕ່​ໃນ​ວັນ​ໜຶ່ງ ພຣະອົງ​ຈະ​ກ່າວ​ແກ່​ພວກເຂົາ​ວ່າ, “ພວກເຈົ້າ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ຊົງ​ພຣະຊົນຢູ່.”


ເມື່ອ​ພຣະເຢຊູເຈົ້າ​ຫລຽວ​ເຫັນ​ນະທານາເອັນ ກຳລັງ​ມາ​ຫາ​ພຣະອົງ ຈຶ່ງ​ເວົ້າ​ຕໍ່​ລາວ​ວ່າ, “ຜູ້​ນີ້​ແຫຼະ ເປັນ​ຄົນ​ອິດສະຣາເອນ​ແທ້ ໃນ​ຕົວ​ລາວ​ບໍ່ມີ​ກົນອຸບາຍ​ເລີຍ.”


“ເຮົາ​ມອບ​ສັນຕິສຸກ​ໄວ້​ກັບ​ພວກເຈົ້າ ເປັນ​ສັນຕິສຸກ​ຂອງເຮົາ ທີ່​ເຮົາ​ມອບ​ໃຫ້​ພວກເຈົ້າ, ສັນຕິສຸກ​ທີ່​ເຮົາ​ໃຫ້​ນັ້ນ ບໍ່​ເໝືອນ​ສັນຕິສຸກ​ທີ່​ໂລກ​ໃຫ້, ຢ່າ​ວຸ້ນວາຍ​ເປັນທຸກໃຈ ແລະ​ຢ່າສູ່ຢ້ານ.


ເຮົາ​ບອກ​ເລື່ອງ​ນີ້​ແກ່​ເຈົ້າ​ທັງຫລາຍ ເພື່ອ​ພວກເຈົ້າ​ຈະ​ມີ​ຄວາມ​ສະຫງົບສຸກ​ໃນ​ເຮົາ ໃນ​ໂລກນີ້​ພວກເຈົ້າ​ຈະ​ມີ​ຄວາມ​ທຸກ​ລຳບາກ ແຕ່​ຈົ່ງ​ຊື່ນໃຈ​ເທາະ ເພາະ​ຝ່າຍ​ເຮົາ​ໄດ້​ຊະນະ​ໂລກ​ແລ້ວ.”


ເຖິງ ບັນດາ​ຄົນ​ທັງຫລາຍ​ໃນ​ນະຄອນ​ໂຣມ​ທີ່​ພຣະເຈົ້າ​ຊົງ​ຮັກ ແລະ​ຊົງ​ເອີ້ນ​ໃຫ້​ເປັນ​ໄພ່ພົນ​ບໍຣິສຸດ​ຂອງ​ພຣະອົງ. ຂໍ​ໃຫ້​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ພວກເຮົາ ແລະ ອົງ​ພຣະເຢຊູ​ຄຣິດເຈົ້າ ໂຜດ​ປະທານ​ພຣະຄຸນ ແລະ​ສັນຕິສຸກ​ໃຫ້​ມີ​ຢູ່​ກັບ​ເຈົ້າ​ທັງຫລາຍ​ເທີ້ນ.


ແລະ​ເພື່ອ​ເພິ່ນ​ຈະ​ເປັນ​ບິດາ​ຂອງ​ຄົນ​ທັງປວງ​ທີ່​ຮັບ​ພິທີຕັດ ແລະ​ບໍ່​ພຽງແຕ່​ຮັບ​ພິທີຕັດ​ເທົ່ານັ້ນ ແຕ່​ມີ​ຄວາມເຊື່ອ​ຕາມ​ແບບ​ຂອງ​ອັບຣາຮາມ ບິດາ​ຂອງ​ເຮົາ​ທັງຫລາຍ ຊຶ່ງ​ເພິ່ນ​ມີ​ຄວາມເຊື່ອ​ເມື່ອ​ຍັງ​ບໍ່​ທັນ​ໄດ້​ຮັບ​ພິທີຕັດ​ນັ້ນ.


ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ແລະ​ອົງ​ພຣະເຢຊູ​ຄຣິດເຈົ້າ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.


ຖ້າ​ພວກເຈົ້າ​ເປັນ​ຄົນ​ຂອງ​ພຣະຄຣິດ​ແລ້ວ ພວກເຈົ້າ​ກໍ​ເປັນ​ເຊື້ອສາຍ​ຂອງ​ອັບຣາຮາມ ຄື​ເປັນ​ຜູ້​ໄດ້​ຮັບ​ມໍຣະດົກ​ຕາມ​ພຣະສັນຍາ.


ເຮົາ​ບອກ​ວ່າ, ຈົ່ງ​ຍອມ​ໃຫ້​ພຣະວິນຍານ​ນຳພາ​ຊີວິດ ແລະ​ພວກເຈົ້າ​ຈະ​ບໍ່ໄດ້​ເຮັດ​ຕາມ​ສັນດານ​ຕັນຫາ​ມະນຸດ.


ຖ້າ​ພວກເຮົາ​ມີ​ຊີວິດ​ຢູ່​ໂດຍ​ພຣະວິນຍານ ກໍ​ຈົ່ງ​ດຳເນີນ​ຊີວິດ​ໄປ​ຕາມ​ພຣະວິນຍານ​ນັ້ນ.


ຂໍ​ໃຫ້​ພີ່ນ້ອງ​ຄຣິສຕຽນ​ທຸກຄົນ​ໄດ້​ຮັບ​ສັນຕິສຸກ ແລະ​ຄວາມຮັກ ພ້ອມ​ທັງ​ຄວາມເຊື່ອ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ກັບ​ອົງ​ພຣະເຢຊູ​ຄຣິດເຈົ້າ​ດ້ວຍ​ເທີ້ນ.


ຖ້າ​ພວກເຮົາ​ເຖິງ​ຂັ້ນ​ໃດ​ແລ້ວ ກໍ​ໃຫ້​ພວກເຮົາ​ດຳເນີນ​ຊື່​ໄປ​ຕາມ​ນັ້ນ.


ເພາະວ່າ​ເຮົາ​ທັງຫລາຍ​ເປັນ​ພວກ​ທີ່​ຖື​ພິທີຕັດ​ແທ້ ເປັນ​ຜູ້​ນະມັດສະການ​ພຣະເຈົ້າ​ດ້ວຍ​ຈິດວິນຍານ ​ແລະ​ເອົາ​ພຣະເຢຊູ​ຄຣິດເຈົ້າ​ມາ​ອວດ ແລະ​ບໍ່ໄດ້​ໄວ້​ໃຈ​ໃນ​ຝ່າຍ​ມະນຸດ.


ແລ້ວ​ສັນຕິສຸກ​ອັນ​ມາ​ແຕ່​ພຣະເຈົ້າ ຊຶ່ງ​ເກີນ​ຄວາມ​ເຂົ້າໃຈ ຈະ​ເຝົ້າ​ຮັກສາ​ຈິດໃຈ ແລະ​ຄວາມ​ຄິດ​ຂອງ​ເຈົ້າ​ທັງຫລາຍ ໄວ້​ໃນ​ພຣະຄຣິດເຈົ້າ​ເຢຊູ.


ສາທຸການ​ແດ່​ພຣະເຈົ້າ ພຣະບິດາເຈົ້າ​ແຫ່ງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຜູ້​ໄດ້​ຊົງ​ພຣະ​ມະຫາ​ກະລຸນາ​ແກ່​ພວກເຮົາ ຊົງ​ໂຜດ​ໃຫ້​ພວກເຮົາ​ບັງເກີດ​ໃໝ່ ເຂົ້າ​ສູ່​ຄວາມຫວັງ​ໃຈ​ອັນ​ມີ​ຊີວິດ​ຢູ່​ໂດຍ​ການ​ຄືນພຣະຊົນ​ຂອງ​ພຣະເຢຊູ​ຄຣິດເຈົ້າ,


ຂໍ​ໃຫ້​ຄວາມ​ເມດຕາ ສັນຕິສຸກ ແລະ​ຄວາມຮັກ ຈົ່ງ​ມີ​ເພີ່ມ​ທະວີຄູນ​ແກ່​ພວກເຈົ້າ​ຢ່າງ​ເຕັມລົ້ນ​ເທີ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka