Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:12 - ພຣະຄຳພີສັກສິ

12 ຄົນ​ທີ່​ຂົ່ມເຫັງ ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ ເປັນ​ພວກ​ທີ່​ຢາກ​ໄດ້​ໜ້າ ຊື່ສຽງ ແລະ​ອວດອ້າງ​ເຖິງ​ເລື່ອງ​ພາຍນອກ ທີ່​ພວກເຂົາ​ເຮັດ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ຂົ່ມເຫັງ​ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

12 ບັນດາ​ຜູ້​ທີ່​ຢາກ​ສ້າງ​ຄວາມປະທັບໃຈ​ຕໍ່​ຄົນ​ໂດຍ​ທາງ​ເນື້ອໜັງ ກໍ​ກຳລັງ​ພະຍາຍາມ​ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ. ເຫດຜົນ​ດຽວ​ທີ່​ພວກເຂົາ​ເຮັດ​ຢ່າງນີ້ ກໍ​ເພື່ອ​ຫລີກເວັ້ນ​ບໍ່​ໃຫ້​ຕົນເອງ​ຖືກ​ຂົ່ມເຫັງ​ເພາະ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:12
22 Jak'a apnaqawi uñst'ayäwi  

“ວິບັດ​ແກ່​ເຈົ້າ ພວກ​ທຳມະຈານ​ແລະ​ພວກ​ຟາຣີຊາຍ​ເອີຍ ຄົນ​ໜ້າຊື່​ໃຈຄົດ ພວກເຈົ້າ​ເປັນ​ເໝືອນ​ອຸບມຸງ​ຝັງສົບ​ທີ່​ທາ​ດ້ວຍ​ປູນຂາວ ຊຶ່ງ​ເບິ່ງ​ຂ້າງ​ນອກ​ງົດງາມ, ແຕ່​ຂ້າງ​ໃນ​ແລ້ວ​ພັດ​ເຕັມ​ໄປ​ດ້ວຍ​ກະດູກ​ຄົນ​ຕາຍ ແລະ​ສິ່ງ​ສາລະພັດ​ຂີ້ດຽດ​ສົກກະປົກ.


ພວກເຈົ້າ​ກໍ​ເປັນ​ຢ່າງ​ດຽວກັນ​ນັ້ນ​ແຫຼະ ຄົນ​ເບິ່ງ​ພວກເຈົ້າ​ພາຍນອກ​ຄື​ເປັນ​ຄົນ​ຊອບທຳ ແຕ່​ພາຍໃນ​ພວກເຈົ້າ​ເຕັມ​ໄປ​ດ້ວຍ​ຄວາມ​ໜ້າຊື່​ໃຈຄົດ ແລະ​ການບາບ.”


ພວກເຂົາ​ເຮັດ​ທຸກໆ​ຢ່າງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ມີ​ແອບ​ໜັງ​ທີ່​ບັນຈຸ​ຂໍ້​ພຣະຄຳພີ​ມັດ​ໄວ້​ທີ່​ໜ້າຜາກ ແລະ​ທີ່​ແຂນ​ຂອງ​ພວກເຂົາ ສ່ວນ​ຍອຍ​ແຄມ​ເສື້ອຄຸມ ຂອງ​ພວກເຂົາ​ກໍ​ເຮັດ​ໃຫ້​ຍາວ​ອອກ​ໄປ


ຜູ້ໃດ​ຖືກ​ຂົ່ມເຫັງ​ເພາະ​ເຫັນ​ແກ່​ ຄວາມ​ຊອບທຳ​ກໍ​ເປັນ​ສຸກ, ເພາະວ່າ​ອານາຈັກ​ສະຫວັນ ເປັນ​ຂອງ​ຜູ້​ນັ້ນ.”


“ເມື່ອ​ເຈົ້າ​ທັງຫລາຍ​ຖືສິນ​ອົດອາຫານ ຢ່າ​ເຮັດ​ສີ​ໜ້າ​ເສົ້າໝອງ​ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ. ດ້ວຍວ່າ, ເຂົາ​ເຮັດ​ສີ​ໜ້າ​ເສົ້າໝອງ ເພື່ອ​ໃຫ້​ຄົນ​ທັງຫລາຍ​ເຫັນ​ວ່າ​ພວກ​ຕົນ​ຖືສິນ​ອົດອາຫານ. ເຮົາ​ບອກ​ເຈົ້າ​ທັງຫລາຍ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ດັ່ງນັ້ນ ເມື່ອ​ເຈົ້າ​ໃຫ້​ທານ​ຢ່າ​ສູ່​ເປົ່າແກ​ໄປ​ກ່ອນ​ໜ້າ​ເຈົ້າ ເໝືອນ​ດັ່ງ​ຄົນ​ໜ້າຊື່​ໃຈຄົດ​ມັກ​ເຮັດ​ໃນ​ທຳມະສາລາ​ແລະ​ຕາມ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ຊົມເຊີຍ ເຮົາ​ບອກ​ເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


“ເມື່ອ​ເຈົ້າ​ທັງຫລາຍ​ພາວັນນາ​ອະທິຖານ ຢ່າ​ເຮັດ​ເໝືອນ​ຄົນ​ໜ້າຊື່​ໃຈຄົດ ພວກເຂົາ​ມັກ​ຢືນ​ພາວັນນາ​ອະທິຖານ​ໃນ​ທຳມະສາລາ ແລະ​ຕາມ​ແຈ​ຖະໜົນ​ຫົນທາງ ເພື່ອ​ໃຫ້​ຄົນ​ເຫັນ​ພວກເຂົາ, ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ພວກເຂົາ​ໄດ້​ຮັບ​ບຳເໜັດ​ແລ້ວ.


ແຕ່​ພຣະອົງ​ກ່າວ​ຕໍ່​ພວກເຂົາ​ວ່າ, “ເຈົ້າ​ທັງຫລາຍ​ອ້າງ​ຕົວ​ວ່າ ເປັນ​ຄົນ​ຊອບທຳ​ຕໍ່ໜ້າ​ມະນຸດ, ແຕ່​ພຣະເຈົ້າ​ຊົງ​ຮູ້ຈັກ​ຈິດໃຈ​ຂອງ​ພວກເຈົ້າ. ດ້ວຍວ່າ, ຊຶ່ງ​ເປັນ​ທີ່​ນັບຖື​ໃນ​ທ່າມກາງ​ມະນຸດ ກໍ​ເປັນ​ທີ່​ລັງກຽດ​ຕໍ່​ພຣະພັກ​ພຣະເຈົ້າ.”


ນອກຈາກນີ້ ພວກເຂົາ​ຍັງ​ສໍ້ໂກງ​ເອົາ​ສິ່ງຂອງ ຂອງ​ພວກ​ແມ່ໝ້າຍ ແລະ​ເຮັດ​ທຳທ່າ​ພາວັນນາ​ອະທິຖານ​ຢ່າງ​ຍືດຍາວ ໂທດ​ຂອງ​ຄົນ​ເຫຼົ່ານີ້​ແມ່ນ​ໜັກ​ທີ່ສຸດ.”


ຜູ້ໃດ​ທີ່​ເວົ້າ​ຕາມໃຈຊອບ​ຂອງ​ຕົນເອງ ຜູ້ນັ້ນ​ກໍ​ສະແຫວງ​ຫາ​ກຽດ​ສຳລັບ​ຕົນເອງ ແຕ່​ທ່ານ​ຜູ້​ທີ່​ສະແຫວງ​ຫາ​ກຽດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ຕົນ​ມາ ຜູ້ນັ້ນ​ແຫລະ ເປັນ​ຄົນ​ຈິງ​ແລະ​ບໍ່ມີ​ອະທຳ​ໃນ​ຕົວ.


ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”


ແຕ່​ມີ​ບາງຄົນ​ໃນ​ຄະນະ​ຟາຣີຊາຍ ທີ່​ໄດ້​ເຊື່ອ​ແລ້ວ ລຸກ​ຂຶ້ນ​ເວົ້າ​ວ່າ, “ຄົນຕ່າງຊາດ​ນັ້ນ ຕ້ອງ​ໃຫ້​ພວກເຂົາ​ຮັບ​ພິທີຕັດ ແລະ​ສັ່ງ​ໃຫ້​ພວກເຂົາ​ຖື​ຮັກສາ​ກົດບັນຍັດ​ຂອງ​ໂມເຊ.”


ເພາະວ່າ ເຮົາ​ບໍ່​ກ້າ​ນັບ​ຕົວ​ເຮົາ​ເຂົ້າ ຫລື​ປຽບ​ໃສ່​ກັບ​ບາງຄົນ​ທີ່​ຖື​ຕົວ​ວ່າ ເປັນ​ຄົນ​ສຳຄັນ ພວກເຂົາ​ໂງ່​ສໍ່າ​ໃດ​ໜໍ ພວກເຂົາ​ວາງ​ຫລັກເກນ​ຂອງຕົນ​ຂຶ້ນ​ເພື່ອ​ວັດ​ແທກ​ຕົນເອງ ແລະ​ວັດແທກ​ຕົນເອງ​ຕາມ​ຫລັກເກນ​ທີ່​ພວກເຂົາ​ຕັ້ງ​ຂຶ້ນ​ນັ້ນ.


ເພາະ​ຄົນ​ເຫຼົ່ານັ້ນ ເປັນ​ພຽງແຕ່​ຄູສອນ​ປອມ ເປັນ​ຄົນງານ​ທີ່​ຫລອກລວງ ແລະ​ປອມຕົວ​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດ.


ເມື່ອ​ເຮົາ​ເຫັນ​ວ່າ ພວກເພິ່ນ​ບໍ່ໄດ້​ດຳເນີນ​ໄປ​ຕາມ​ຄວາມຈິງ​ແຫ່ງ​ຂ່າວປະເສີດ ເຮົາ​ຈຶ່ງ​ເວົ້າ​ໃຫ້​ເປໂຕ​ຕໍ່ໜ້າ​ຄົນ​ທັງໝົດ​ນັ້ນ​ວ່າ, “ເຈົ້າ​ຜູ້​ເປັນ​ຄົນ​ຢິວ ແຕ່​ເຈົ້າ​ໄດ້​ດຳເນີນ​ຊີວິດ​ເໝືອນ​ຄົນຕ່າງຊາດ​ແລະ​ບໍ່​ເໝືອນ​ຄົນ​ຢິວ. ຖ້າດັ່ງນັ້ນ ເປັນຫຍັງ​ເຈົ້າ​ຈຶ່ງ​ບັງຄັບ​ຄົນຕ່າງຊາດ​ໃຫ້​ດຳເນີນ​ຊີວິດ​ເໝືອນ​ຄົນ​ຢິວ?”


ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,


ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.


ແມ່ນແຕ່​ພວກ​ທີ່​ໃຫ້​ຮັບ​ພິທີຕັດ ກໍ​ບໍ່​ປະຕິບັດ​ຕາມ​ກົດບັນຍັດ ພວກເຂົາ​ຢາກ​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ ເພື່ອ​ພວກເຂົາ​ຈະ​ເອົາ​ເລື່ອງ​ເນື້ອກາຍ​ຂອງ​ພວກເຈົ້າ​ໄປ​ອວດອ້າງ.


ຄວາມຈິງ​ມີ​ບາງຄົນ​ໃນ​ພວກເຂົາ ທີ່​ປະກາດ​ເລື່ອງ​ພຣະຄຣິດ​ດ້ວຍ​ໃຈ​ອິດສາ​ແລະ​ຜິດຖຽງ​ກັນ ແຕ່​ມີ​ຄົນອື່ນ​ທີ່​ປະກາດ​ດ້ວຍ​ໃຈ​ຫວັງ​ດີ.


ຢ່າ​ໃຫ້​ຜູ້ໃດ​ເຫັນແກ່​ຜົນປະໂຫຍດ​ຂອງຕົນ​ແຕ່​ຝ່າຍ​ດຽວ, ແຕ່​ຈົ່ງ​ຄິດເຖິງ​ຜົນປະໂຫຍດ​ຂອງ​ຄົນອື່ນ​ດ້ວຍ.


ເຮົາ​ເຄີຍ​ບອກ​ເລື່ອງ​ນີ້​ແກ່​ພວກເຈົ້າ​ຫລາຍ​ເທື່ອ​ແລ້ວ ແລະ​ບັດນີ້ ເຮົາ​ກໍ​ຂໍ​ບອກ​ຊໍ້າ​ອີກ​ດ້ວຍ​ນໍ້າຕາ​ໄຫລ​ວ່າ ມີ​ຫລາຍ​ຄົນ​ທີ່​ດຳເນີນ​ຊີວິດ​ເປັນ​ສັດຕູ​ຕໍ່​ໄມ້ກາງແຂນ​ຂອງ​ພຣະຄຣິດ.


ຈິງ​ຢູ່ ສິ່ງ​ເຫຼົ່ານີ້​ເບິ່ງ​ທ່າທີ​ເໝືອນ​ມີ​ປັນຍາ ຄື​ການ​ເຕັມໃຈ​ນະມັດສະການ, ການ​ຖ່ອມຕົວ​ລົງ, ການ​ທໍລະມານ​ຮ່າງກາຍ ຊຶ່ງ​ບໍ່ມີ​ປະໂຫຍດ​ອັນ​ໃດ ໃນ​ການ​ຕໍ່ສູ້​ກັບ​ຄວາມ​ປາຖະໜາ​ຝ່າຍ​ເນື້ອກາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka