Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 6:10 - ພຣະຄຳພີສັກສິ

10 ເພາະສະນັ້ນ ເມື່ອ​ພວກເຮົາ​ມີ​ໂອກາດ ຈົ່ງ​ເຮັດ​ດີ​ຕໍ່​ທຸກຄົນ ເປັນ​ຕົ້ນ​ຕໍ່​ຄອບຄົວ​ທີ່​ຮ່ວມ​ຢູ່​ໃນ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

10 ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.

Uka jalj uñjjattʼäta Copia luraña




ຄາລາເຕຍ 6:10
38 Jak'a apnaqawi uñst'ayäwi  

ຈົ່ງ​ຫັນ​ໜີ​ຈາກ​ການຊົ່ວ​ແລະ​ກະທຳ​ແຕ່​ການດີ ເຊື້ອສາຍ​ຂອງເຈົ້າ​ກໍ​ຈະ​ຢູ່​ໃນ​ດິນແດນ​ເລື້ອຍໆ


ຈົ່ງ​ໄວ້ວາງໃຈ​ໃນ​ພຣະເຈົ້າຢາເວ​ແລະ​ເຮັດ​ດີ ຈົ່ງ​ອາໄສ​ຢູ່​ໃນ​ດິນແດນ​ຢ່າງ​ປອດໄພ​ເຖີດ.


ຢ່າ​ເກັບ​ຄວາມດີ​ໄວ້​ຈາກ​ຜູ້​ທີ່​ສົມຄວນ​ຈະ​ໄດ້​ຮັບ ໃນ​ເມື່ອ​ສິ່ງນີ້​ຢູ່​ໃນ​ອຳນາດ​ຂອງເຈົ້າ​ທີ່​ຈະ​ກະທຳ​ໄດ້.


ສະນັ້ນ ຂ້າພະເຈົ້າ​ຈຶ່ງ​ສຳນຶກ​ໄດ້​ວ່າ​ສິ່ງ​ທີ່​ມະນຸດ​ພໍ​ກະທຳ​ໄດ້​ນັ້ນ ແມ່ນ​ເຮັດ​ໃຫ້​ຈິດໃຈ​ເປັນ​ສຸກ ແລະ​ເຮັດ​ດີທີ່ສຸດ​ເທົ່າທີ່ຈະ​ເຮັດ​ໄດ້ ເມື່ອ​ຕົນ​ຍັງ​ມີ​ຊີວິດ​ຢູ່.


ບໍ່​ວ່າ​ຈະ​ເຮັດ​ສິ່ງໃດ​ກໍຕາມ ຈົ່ງ​ເຮັດ​ສິ່ງ​ນັ້ນ​ຢ່າງ​ເຕັມ​ກຳລັງ ເພາະ​ໃນ​ແດນ​ຂອງ​ຄົນຕາຍ​ນັ້ນ​ຈະ​ບໍ່ມີ​ການກະທຳ, ບໍ່ມີ​ຄວາມຄິດ, ບໍ່ມີ​ຄວາມຮູ້, ບໍ່ມີ​ປັນຍາ​ໃດໆ ແລະ​ໃນ​ບ່ອນນັ້ນແຫລະ​ທີ່​ພວກເຈົ້າ​ຈະ​ໄປ.


ໃຫ້​ສິດ​ສະເໝີ​ກັບ​ຄູ ແລະ​ຂ້ອຍໃຊ້​ສະເໝີ​ກັບ​ນາຍ​ຂອງຕົນ​ກໍ​ພໍ​ແລ້ວ ຖ້າ​ຄົນ​ເອີ້ນ​ຫົວໜ້າ​ຄອບຄົວ​ວ່າ, ເບເອນເຊບູນ ສະມາຊິກ​ໃນ​ຄອບຄົວ​ກໍ​ຈະ​ຖືກ​ປະນາມ​ຍິ່ງ​ກວ່າ​ນັ້ນ​ຫລາຍ​ເທົ່າ​ໃດ​ໜໍ.”


ຜູ້ໃດ​ທີ່​ປະຕິບັດ​ຕາມ​ນໍ້າພຣະໄທ​ພຣະບິດາ​ຂອງເຮົາ ຜູ້​ຊົງ​ສະຖິດ​ຢູ່​ໃນ​ສະຫວັນ ຜູ້ນັ້ນ​ແຫຼະ ເປັນ​ນ້ອງຊາຍ, ນ້ອງສາວ ແລະ​ມານດາ​ຂອງເຮົາ.”


ຈອມ​ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ ເມື່ອ​ພວກເຈົ້າ​ໄດ້​ເຮັດ​ສິ່ງ​ເຫຼົ່ານີ້ ແກ່​ຜູ້​ທີ່​ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ພວກ​ພີ່ນ້ອງ​ເຫຼົ່ານີ້​ຂອງເຮົາ, ພວກເຈົ້າ​ກໍໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ.’


“ເຈົ້າ​ທັງຫລາຍ​ໄດ້ຍິນ​ຄຳ​ທີ່​ກ່າວ​ໄວ້​ວ່າ, ‘ຈົ່ງ​ຮັກ​ເພື່ອນບ້ານ​ແລະ​ຊັງ​ສັດຕູ.’


ແລ້ວ​ພຣະອົງ​ກໍ​ຊົງ​ຖາມ​ວ່າ, “ໃນ​ວັນ​ຊະບາໂຕ ເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ? ຈະ​ເຮັດ​ການ​ດີ ຫລື​ຈະ​ເຮັດ​ການ​ຮ້າຍ? ຈະ​ຊ່ວຍ​ຊີວິດ​ຄົນ​ໄວ້ ຫລື​ທຳລາຍ​ຊີວິດ​ຄົນ​ຖິ້ມ?” ແຕ່​ພວກເຂົາ​ໄດ້​ມິດ​ຢູ່.


ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ, ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ຈະ​ໄດ້​ຮັບ​ຄືນ ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ບຳເໜັດ​ອັນ​ຍິ່ງໃຫຍ່ ແລະ​ພວກເຈົ້າ​ກໍ​ຈະ​ເປັນ​ລູກ​ຂອງ​ພຣະເຈົ້າ​ອົງ​ສູງສຸດ ເພາະວ່າ​ພຣະອົງ​ຍັງ​ຊົງ​ໂຜດ​ແກ່​ຄົນ​ເນ​ລະ​ຄຸນ​ແລະ​ຄົນຊົ່ວ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ຄວາມ​ສະຫວ່າງ​ຈະ​ຍັງ​ຢູ່​ກັບ​ພວກເຈົ້າ​ອີກ​ໜ້ອຍໜຶ່ງ ເມື່ອ​ຍັງ​ມີ​ຄວາມ​ສະຫວ່າງ​ຢູ່​ກໍ​ຈົ່ງ​ຍ່າງ​ໄປ​ເທາະ ເພາະ​ຢ້ານ​ວ່າ​ຄວາມມືດ​ຈະ​ຕາມ​ມາ​ທັນ​ພວກເຈົ້າ. ດ້ວຍວ່າ, ຜູ້​ທີ່​ຍ່າງ​ໃນ​ຄວາມມືດ​ນັ້ນ ກໍ​ບໍ່​ຮູ້​ວ່າ​ຕົນ​ກຳລັງ​ໄປ​ໃສ.


ເມື່ອ​ຍັງ​ເວັນ​ຢູ່ ເຮົາ​ທັງຫລາຍ​ຕ້ອງ​ເຮັດ​ພາລະກິດ​ຂອງ​ພຣະອົງ ຜູ້​ທີ່​ໄດ້​ໃຊ້​ເຮົາ​ມາ ເວລາ​ກາງຄືນ​ກໍ​ໃກ້​ຈະ​ມາ​ເຖິງ​ແລ້ວ ຄື​ເວລາ​ທີ່​ບໍ່ມີ​ຜູ້ໃດ​ເຮັດ​ການ​ໄດ້.


ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.


ສະນັ້ນ ເຮົາ​ຈຶ່ງ​ຂໍຮ້ອງ​ພວກເຈົ້າ​ໃຫ້​ສະແດງ​ຄວາມຮັກ​ຕໍ່​ລາວ​ຢ່າງ​ແທ້ຈິງ.


ພວກເຂົາ​ພຽງແຕ່​ໄດ້ຍິນ​ວ່າ, “ຜູ້​ທີ່​ແຕ່​ກ່ອນ​ເຄີຍ​ໄດ້​ກົດຂີ່​ຂົ່ມເຫັງ​ພວກເຮົາ ມາບັດນີ້​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ຄວາມເຊື່ອ ຊຶ່ງ​ຕົນ​ໄດ້​ເຄີຍ​ທຳຮ້າຍ​ແລ້ວ​ນັ້ນ.”


ເຫດສະນັ້ນ ເຈົ້າ​ທັງຫລາຍ​ຈຶ່ງ​ບໍ່​ເປັນ​ຄົນ​ຕ່າງດ້າວ​ທ້າວ​ຕ່າງ​ແດນ​ອີກ​ຕໍ່ໄປ ແຕ່​ເປັນ​ພົນລະເມືອງ​ອັນ​ດຽວກັນ​ກັບ​ພວກ​ໄພ່ພົນ​ຂອງ​ພຣະເຈົ້າ ແລະ​ເປັນ​ຄົນ​ໃນ​ຄອບຄົວ​ຂອງ​ພຣະເຈົ້າ.


ອົງ​ທີ່​ບັນດານ​ໃຫ້​ທຸກໆ​ຄອບຄົວ ໃນ​ສະຫວັນ​ແລະ​ທີ່​ເທິງ​ແຜ່ນດິນ​ໂລກ​ດຳລົງ​ຢູ່.


ຝ່າຍ​ຄົນ​ທີ່​ເຄີຍ​ລັກ​ກໍ​ຈົ່ງ​ເຊົາ​ລັກ​ຕໍ່ໄປ, ແຕ່​ໃຫ້​ລົງ​ມື​ເຮັດ​ວຽກ​ເພື່ອ​ລ້ຽງຊີບ​ໃນ​ທາງ​ສັດຊື່ ເພື່ອ​ຈະ​ໄດ້​ມີ​ສ່ວນ​ຊ່ວຍເຫລືອ​ຄົນ​ຍາກຈົນ.


ຈົ່ງ​ສວຍໂອກາດ ເພາະ​ທຸກ​ວັນ​ນີ້​ເປັນ​ຄາວ​ຊົ່ວຮ້າຍ.


ໃນ​ອົງພຣະ​ຜູ້​ເປັນເຈົ້າ​ຂອງເຮົາ​ນັ້ນ ເຮົາ​ຊົມຊື່ນ​ຍິນດີ​ຫລາຍ ເພາະ​ໃນ​ທີ່ສຸດ ພວກເຈົ້າ​ກໍໄດ້​ລະນຶກເຖິງ​ເຮົາ​ອີກ ເຮົາ​ບໍ່ໄດ້​ໝາຍຄວາມວ່າ​ພວກເຈົ້າ​ເຊົາ​ເປັນ​ຫ່ວງ​ເຮົາ​ແລ້ວ ແຕ່​ພວກເຈົ້າ​ຍັງ​ບໍ່ໄດ້​ມີ​ໂອກາດ​ສະແດງ​ອອກ​ເທົ່ານັ້ນ.


ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.


ຈົ່ງ​ລະວັງ​ໃຫ້​ດີ ຢ່າ​ໃຫ້​ຜູ້ໃດ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ແຕ່​ໃຫ້​ສະແຫວງ​ຫາ​ທາງ​ເຮັດ​ຄວາມດີ​ຕໍ່​ກັນແລະກັນ​ສະເໝີ ແລະ​ແກ່​ທຸກຄົນ​ດ້ວຍ.


ແຕ່​ຈົ່ງ​ທົດລອງ​ເບິ່ງ​ທຸກສິ່ງ ສິ່ງໃດ​ດີ ຈົ່ງ​ຢຶດຖື​ໄວ້​ໃຫ້​ໝັ້ນ


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຄຳ​ນີ້​ເປັນ​ຄຳ​ສັດຈິງ. ເຮົາ​ປາຖະໜາ​ໃຫ້​ເຈົ້າ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່ານີ້ ເພື່ອ​ຄົນ​ທັງຫລາຍ​ທີ່​ເຊື່ອ​ໃນ​ພຣະເຈົ້າ​ແລ້ວ ຈະ​ເອົາໃຈໃສ່​ເຮັດ​ການ​ດີ ການ​ເຫຼົ່ານີ້​ດີ​ແລະ​ມີ​ປະໂຫຍດ​ແກ່​ຄົນ​ທັງປວງ.


ຢ່າ​ລືມ​ທີ່​ຈະ​ເຮັດ​ຄຸນງາມ​ຄວາມດີ ແລະ​ຊ່ວຍເຫລືອ​ຊຶ່ງກັນແລະກັນ ເພາະ​ເຄື່ອງ​ບູຊາ​ຢ່າງ​ນີ້​ແຫຼະ ເປັນ​ທີ່​ພໍພຣະໄທ​ພຣະເຈົ້າ.


ແຕ່​ຝ່າຍ​ພຣະຄຣິດ​ຊົງ​ສັດຊື່ ໃນ​ຖານະ​ເປັນ​ພຣະບຸດ​ຢູ່​ເໜືອ​ວົງສາ​ຄະນາຍາດ ອັນ​ເປັນ​ຄົວເຮືອນ​ຂອງ​ພຣະເຈົ້າ ແລະ​ເຮົາ​ທັງຫລາຍ​ກໍ​ເປັນ​ຄົວເຮືອນ​ຂອງ​ພຣະອົງ ຖ້າ​ເຮົາ​ຫາກ​ຢຶດໝັ້ນ​ໃນ​ຄວາມ​ໄວ້ວາງໃຈ ແລະ​ຄວາມ​ພາກພູມ​ໃຈ​ໃນ​ຄວາມຫວັງ​ນັ້ນ​ໄວ້​ໃຫ້​ໝັ້ນຄົງ​ຈົນເຖິງ​ທີ່ສຸດ.


ເພາະວ່າ ພຣະເຈົ້າ​ບໍ່ໄດ້​ຊົງ​ອະຍຸດຕິທຳ ຊຶ່ງ​ຈະ​ຊົງ​ລືມ​ການງານ​ທີ່​ພວກເຈົ້າ​ໄດ້​ເຮັດ ແລະ​ຄວາມຮັກ​ທີ່​ພວກເຈົ້າ​ໄດ້​ສະແດງ​ຕໍ່​ພຣະນາມ​ຂອງ​ພຣະອົງ ຄື​ການ​ຮັບໃຊ້​ໄພ່ພົນ​ຂອງ​ພຣະອົງ ເໝືອນ​ດັ່ງ​ພວກເຈົ້າ​ຍັງ​ຮັບໃຊ້​ຢູ່.


ເຈົ້າ​ທັງຫລາຍ​ກໍ​ເປັນ​ເໝືອນ​ຫີນ​ທີ່​ມີ​ຊີວິດ​ຢູ່ ພວກເຈົ້າ​ຈົ່ງ​ຍອມ​ໃຫ້​ພຣະເຈົ້າ​ຊົງ​ກໍ່​ຂຶ້ນ​ເປັນ​ວິຫານ​ຝ່າຍ​ວິນຍານ ເປັນ​ປະໂຣຫິດ​ບໍຣິສຸດ ເພື່ອ​ຖວາຍ​ເຄື່ອງ​ບູຊາ​ຝ່າຍ​ວິນຍານ ຊຶ່ງ​ພໍພຣະໄທ​ຂອງ​ພຣະເຈົ້າ ໂດຍ​ທາງ​ພຣະເຢຊູ​ຄຣິດເຈົ້າ.


ດ້ວຍວ່າ, ເຖິງ​ເວລາ​ແລ້ວ​ທີ່​ການ​ຊົງ​ພິພາກສາ ຈະ​ຕ້ອງ​ເລີ່ມຕົ້ນ​ທີ່​ຄົວ​ວິຫານ​ຂອງ​ພຣະເຈົ້າ ແລະ​ຖ້າ​ການ​ພິພາກສາ​ນັ້ນ​ເລີ່ມຕົ້ນ​ທີ່​ພວກເຮົາ​ກ່ອນ ປາຍ​ທາງ​ຂອງ​ຄົນ​ເຫຼົ່ານັ້ນ ທີ່​ບໍ່​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ຂອງ​ພຣະເຈົ້າ​ຈະ​ເປັນ​ຢ່າງ​ໃດ?


ຜູ້ໃດ​ທີ່​ເຊື່ອ​ວ່າ​ພຣະເຢຊູເຈົ້າ​ຊົງ​ເປັນ​ພຣະຄຣິດ ຜູ້ນັ້ນ​ກໍ​ເກີດ​ຈາກ​ພຣະເຈົ້າ ແລະ​ທຸກຄົນ​ທີ່​ຮັກ​ພຣະເຈົ້າ​ຜູ້​ຊົງ​ໃຫ້​ກຳເນີດ ຜູ້ນັ້ນ​ກໍ​ຮັກ​ລູກ​ຂອງ​ພຣະອົງ​ເໝືອນກັນ.


ເຫດສະນັ້ນ ຖ້າ​ເຮົາ​ມາ ເຮົາ​ຈະ​ເປີດເຜີຍ​ການ​ທີ່​ລາວ​ເຮັດ ຄື​ລາວ​ໄດ້​ກ່າວ​ໃສ່​ຮ້າຍ​ຕໍ່​ເຮົາ ດ້ວຍ​ຄວາມ​ບໍ່ມີ​ແກ່ນສານ ແລະ​ເທົ່ານັ້ນ​ຍັງ​ບໍ່​ສົມໃຈ ຊໍ້າ​ບໍ່​ໜຳ ລາວ​ຍັງ​ປະຕິເສດ ບໍ່​ຍອມ​ຮັບ​ຕ້ອນ​ຄຣິສຕຽນ​ເຫຼົ່ານັ້ນ ແລ້ວ​ຍັງ​ກີດກັ້ນ​ຄົນ​ທັງຫລາຍ​ທີ່​ຢາກ​ຮັບຕ້ອນ​ພວກເຂົາ ກັບ​ທັງ​ຕັດ​ພວກເຂົາ​ອອກ​ເສຍ​ຈາກ​ຄຣິສຕະຈັກ.


ເພື່ອນ​ທີ່ຮັກ​ເອີຍ, ຢ່າ​ເອົາ​ການ​ຊົ່ວຮ້າຍ​ເປັນ​ແບບຢ່າງ ແຕ່​ຈົ່ງ​ເອົາ​ການ​ດີງາມ ຜູ້​ທີ່​ເຮັດ​ການ​ດີ​ກໍ​ເປັນ​ຂອງ​ພຣະເຈົ້າ ຜູ້​ທີ່​ເຮັດ​ການ​ຊົ່ວ​ກໍ​ບໍ່ໄດ້​ເຫັນ​ພຣະເຈົ້າ.


ເຮົາ​ມີ​ຄວາມ​ຍິນດີ​ຫລາຍ ເມື່ອ​ພີ່ນ້ອງ​ຄຣິສຕຽນ​ບາງຄົນ​ໄດ້​ມາ​ຮອດ ແລະ​ເປັນ​ພະຍານ​ເຖິງ​ຄວາມ​ສັດຊື່​ຂອງ​ເຈົ້າ​ຕໍ່​ຄວາມຈິງ ເໝືອນ​ດັ່ງ​ທີ່​ເຈົ້າ​ໄດ້​ເຄີຍ​ປະຕິບັດ​ຢູ່​ໃນ​ຄວາມຈິງ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka