Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 5:3 - ພຣະຄຳພີສັກສິ

3 ເຮົາ​ຂໍ​ຢັ້ງຢືນ​ອີກເທື່ອໜຶ່ງ​ວ່າ ຜູ້​ທີ່​ຍອມ​ຮັບ​ພິທີຕັດ ຜູ້ນັ້ນ​ກໍ​ຖືກ​ຜູກມັດ​ໃຫ້​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

3 ເຮົາ​ຂໍ​ປະກາດ​ແກ່​ຜູ້ຊາຍ​ທຸກຄົນ​ທີ່​ຍອມ​ຮັບ​ພິທີຕັດ​ອີກ​ວ່າ ລາວ​ຈຳເປັນ​ຕ້ອງ​ປະຕິບັດ​ຕາມ​ກົດບັນຍັດ​ທັງໝົດ.

Uka jalj uñjjattʼäta Copia luraña




ຄາລາເຕຍ 5:3
19 Jak'a apnaqawi uñst'ayäwi  

ພວກ​ກະສັດ, ພວກຜູ້ນຳ, ພວກ​ປະໂຣຫິດ ແລະ​ພວກ​ປູ່ຍ່າຕາຍາຍ​ຂອງ​ພວກ​ຂ້ານ້ອຍ ຕ່າງ​ກໍ​ບໍ່​ຖື​ຮັກສາ​ກົດບັນຍັດ​ຂອງ​ພຣະອົງ​ທັງນັ້ນ. ພວກເພິ່ນ​ບໍ່​ຍອມ​ຟັງ​ຂໍ້ຄຳສັ່ງ​ຂອງ​ພຣະອົງ ຕະຫລອດ​ທັງ​ຄຳເຕືອນ​ຂອງ​ພຣະອົງ​ດ້ວຍ.


“ວິບັດ​ແກ່​ເຈົ້າ ພວກ​ຜູ້ນຳ​ທາງ​ຕາບອດ​ທີ່​ສອນ​ວ່າ, ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ພຣະວິຫານ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ຄຳ​ໃນ​ພຣະວິຫານ ຜູ້ນັ້ນ​ຕ້ອງ​ເຮັດ​ຕາມ​ຄຳ​ທີ່​ຕົນ​ໄດ້​ສາບານ​ໄວ້.’


ພວກເຈົ້າ​ຍັງ​ສອນ​ວ່າ ‘ຖ້າ​ຜູ້ໃດ​ສາບານ​ໂດຍ​ອ້າງ​ໃສ່​ແທ່ນບູຊາ ຄຳ​ສາບານ​ຂອງ​ລາວ​ກໍ​ບໍ່ມີ​ຂໍ້​ຜູກ​ມັດ, ແຕ່​ຖ້າ​ຜູ້ໃດ​ຜູ້ໜຶ່ງ​ສາບານ​ໂດຍ​ອ້າງ​ໃສ່​ເຄື່ອງ​ຖວາຍ​ເທິງ​ແທ່ນບູຊາ ລາວ​ຈະ​ຕ້ອງ​ເຮັດ​ຕາມ​ທີ່​ຕົນ​ໄດ້​ສາບານ​ໄວ້.’


ເພາະ​ຢູ່​ໃນ​ທີ່ນັ້ນ ຂ້ານ້ອຍ​ຍັງ​ມີ​ອ້າຍນ້ອງ​ຫ້າ​ຄົນ ໃຫ້​ລາວ​ໄປ​ຕັກເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ມາ ໃນ​ບ່ອນ​ທົນທຸກ​ທໍລະມານ​ຢ່າງ​ນີ້​ເໝືອນກັນ.’


ມີ​ບາງຄົນ​ຈາກ​ແຂວງ​ຢູດາຍ​ເລີ່ມ​ສັ່ງສອນ​ພີ່ນ້ອງ​ວ່າ, “ຖ້າ​ເຈົ້າ​ທັງຫລາຍ​ບໍ່​ຮັບ​ພິທີຕັດ​ຕາມ​ຮີດຄອງ​ຂອງ​ໂມເຊ ພວກເຈົ້າ​ຈະ​ພົ້ນ​ບໍ່ໄດ້.”


ແລ້ວ​ເປໂຕ​ກໍ​ສັ່ງ ແລະ​ຕັກເຕືອນ​ໜູນໃຈ​ພວກເຂົາ​ຕື່ມ​ອີກ​ຫລາຍ​ປະການ ເພິ່ນ​ກ່າວ​ວ່າ, “ຈົ່ງ​ເອົາ​ຕົວ​ລອດພົ້ນ​ຈາກ​ເຊື້ອ​ຊາດ​ອັນ​ຄົດໂກງ​ນີ້​ເສຍ.”


ຂ້າພະເຈົ້າ​ຮຽກຮ້ອງ​ຢ່າງ​ໜັກແໜ້ນ​ເຖິງ​ຄົນ​ຢິວ ແລະ​ຄົນຕ່າງຊາດ​ເໝືອນກັນ​ໃຫ້​ຖິ້ມໃຈເກົ່າ​ເອົາໃຈໃໝ່ ແລະ​ກັບຄືນ​ມາ​ຫາ​ພຣະເຈົ້າ ແລະ​ເຊື່ອ​ໃນ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ຖ້າ​ເຈົ້າ​ເຮັດ​ຕາມ​ກົດບັນຍັດ ພິທີຕັດ​ນັ້ນ​ກໍ​ເປັນ​ປະໂຫຍດ​ແທ້, ແຕ່​ຖ້າ​ເຈົ້າ​ລ່ວງ​ລະເມີດ​ກົດບັນຍັດ ການ​ທີ່​ເຈົ້າ​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່ມີ​ປະໂຫຍດ​ຫຍັງ​ເລີຍ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ຈົ່ງ​ຟັງ​ໃຫ້​ດີ ເຮົາ​ຄື​ໂປໂລ ຂໍ​ບອກ​ພວກເຈົ້າ​ວ່າ ຖ້າ​ພວກເຈົ້າ​ຍອມ​ຮັບ​ພິທີຕັດ​ກໍ​ໝາຍຄວາມວ່າ ພຣະຄຣິດ​ບໍ່​ເປັນ​ປະໂຫຍດ​ຫຍັງ​ສຳລັບ​ພວກເຈົ້າ.


ດ້ວຍວ່າ, ໃນ​ພຣະຄຣິດເຈົ້າ​ເຢຊູ ການ​ຮັບ​ພິທີຕັດ​ຫລື​ບໍ່​ຮັບ ກໍ​ບໍ່ມີ​ຜົນ​ຫຍັງ, ແຕ່​ສິ່ງ​ສຳຄັນ​ແມ່ນ​ຄວາມເຊື່ອ​ທີ່​ສະແດງ​ອອກ​ໂດຍ​ທາງ​ຄວາມຮັກ.


ເຫດສະນັ້ນ ຂ້າພະເຈົ້າ​ຈຶ່ງ​ຂໍ​ຢືນຢັນ ແລະ​ເປັນ​ພະຍານ​ໃນ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ວ່າ, ຕັ້ງແຕ່​ນີ້​ຕໍ່ໄປ ເຈົ້າ​ທັງຫລາຍ​ຢ່າ​ດຳເນີນ​ຊີວິດ​ຕາມ​ຢ່າງ​ຄົນຕ່າງຊາດ​ທີ່​ເຂົາ​ດຳເນີນ​ນັ້ນ ຄື​ດ້ວຍ​ໃຈ​ໂງ່​ອັນ​ຫາ​ປະໂຫຍດ​ບໍ່ໄດ້.


‘ຄຳສາບແຊ່ງ​ເປັນ​ຂອງ​ຜູ້ໃດ​ຜູ້ໜຶ່ງ ທີ່​ບໍ່​ເຊື່ອຟັງ​ກົດບັນຍັດ​ແລະ​ຄຳສັ່ງສອນ​ທຸກ​ຂໍ້​ຂອງ​ພຣະເຈົ້າ.’ ແລະ​ປະຊາຊົນ​ທັງໝົດ​ຈະ​ພ້ອມ​ກັນ​ຕອບ​ວ່າ, ‘ອາແມນ.”’


ແລະ​ໄພພິບັດ​ອັນ​ຮ້າຍແຮງ​ຫລາຍ​ຢ່າງ​ຈະ​ມາ​ເຖິງ​ພວກເຂົາ, ແຕ່​ຄົນ​ຍັງ​ຈະ​ຮ້ອງເພງ​ນີ້​ຢູ່​ຕໍ່ໄປ ແລະ​ມັນ​ຈະ​ເປັນ​ຈຸດ​ຢືນ​ແຫ່ງ​ຄວາມຈິງ​ຕໍ່ສູ້​ພວກເຂົາ. ແມ່ນແຕ່​ເວລາ​ນີ້ ກ່ອນ​ເຮົາ​ນຳ​ພວກເຂົາ​ເຂົ້າ​ໄປ​ໃນ​ດິນແດນ​ທີ່​ເຮົາ​ໄດ້​ສັນຍາ​ວ່າ​ຈະ​ມອບ​ໃຫ້​ພວກເຂົາ ເຮົາ​ກໍ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ຢ່າງ​ໃດ​ແລ້ວ.”


ຢ່າ​ລືມໄລ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ຈັກເທື່ອ ຫລື​ຫັນເຫ​ໄປ​ຂາບໄຫວ້​ແລະ​ຮັບໃຊ້​ພະອື່ນ. ຖ້າ​ພວກເຈົ້າ​ຂືນ​ເຮັດ ຂ້າພະເຈົ້າ​ຂໍ​ເຕືອນ​ພວກເຈົ້າ​ໃນວັນນີ້​ໂລດ​ວ່າ ພວກເຈົ້າ​ຈະ​ຖືກ​ທຳລາຍ​ຢ່າງ​ແນ່ນອນ.


ໃນ​ເລື່ອງ​ນີ້ ຢ່າ​ໃຫ້​ຄົນ​ໃດ​ລ່ວງ​ເຮັດ​ຜິດ​ຕໍ່​ພີ່ນ້ອງ​ຄຣິສຕຽນ​ຂອງຕົນ ຕາມ​ທີ່​ພວກເຮົາ​ໄດ້​ບອກ​ພວກເຈົ້າ​ໄວ້​ກ່ອນ​ແລ້ວ ແລະ​ພວກເຮົາ​ກໍໄດ້​ເຕືອນ​ພວກເຈົ້າ​ຢ່າງ​ໜັກແໜ້ນ​ວ່າ ອົງພຣະ​ຜູ້​ເປັນເຈົ້າ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໃນ​ເລື່ອງ​ນີ້.


ຝ່າຍ​ພວກເຮົາ​ໄດ້​ເຫັນ ແລະ​ເປັນ​ພະຍານ​ວ່າ ພຣະບິດາເຈົ້າ​ໄດ້​ຊົງ​ໃຊ້​ພຣະບຸດ​ມາ ເປັນ​ພຣະ​ຜູ້ໂຜດຊ່ວຍ​ຂອງ​ມະນຸດສະໂລກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka