12 ສ່ວນຄົນເຫຼົ່ານັ້ນ ທີ່ກໍ່ກວນຄວາມວຸ້ນວາຍຕໍ່ພວກເຈົ້າ ໃຫ້ເຂົາຕອນຕົວເອງເສຍ.
12 ສ່ວນຜູ້ກໍ່ກວນເຫລົ່ານັ້ນ ເຮົາປາຖະໜາໃຫ້ພວກເຂົາຕອນຕົນເອງສາ!
ຊາຍຄົນໃດທີ່ບໍ່ຍອມເຮັດພິທີຕັດ ຊາຍຄົນນັ້ນກໍຈະຖືກຕັດອອກຈາກພີ່ນ້ອງຂອງຕົນ ເພາະລາວບໍ່ຮັກສາພັນທະສັນຍາທີ່ໄດ້ມີໄວ້ກັບເຮົາ.”
ລາບານຕອບວ່າ, “ຕົກລົງ. ພວກເຮົາຈະເຮັດດັ່ງທີ່ຫລານເວົ້າມາ.”
ຈົ່ງກິນເຂົ້າຈີ່ ບໍ່ມີເຊື້ອແປ້ງໃຫ້ຄົບເຕັມເຈັດວັນ. ໃນວັນທຳອິດ ໃຫ້ເອົາເຊື້ອແປ້ງທັງໝົດໃນເຮືອນຖິ້ມ ເພາະວ່າຖ້າຜູ້ໃດຜູ້ໜຶ່ງກິນເຂົ້າຈີ່ ມີເຊື້ອແປ້ງໃນເຈັດວັນນັ້ນ ຈະບໍ່ໄດ້ເປັນປະຊາຊົນຂອງເຮົາອີກຕໍ່ໄປ.
ຜູ້ໃດກໍຕາມທີ່ໃຊ້ສູດນີ້ປະສົມເພື່ອປຸງນໍ້າມັນຫົດສົງ ຫລືໃຊ້ນໍ້າມັນນີ້ຫົດສົງຄົນທີ່ບໍ່ແມ່ນປະໂຣຫິດ ຜູ້ນັ້ນຈະບໍ່ຖືກນັບເຂົ້າເປັນປະຊາຊົນຂອງເຮົາອີກຕໍ່ໄປ.”’
ຖ້າເຊື້ອສາຍຂອງພວກເຈົ້າຜູ້ໃດເປັນມົນທິນຕາມກົດບັນຍັດ ເຂົ້າມາໃກ້ເຄື່ອງຖວາຍອັນສັກສິດ ທີ່ປະຊາຊົນອິດສະຣາເອນໄດ້ນຳມາຖວາຍແກ່ພຣະເຈົ້າຢາເວ ຜູ້ນັ້ນຈະບໍ່ໄດ້ເຂົ້າມາຮັບໃຊ້ເຮົາທີ່ແທ່ນບູຊາຈັກເທື່ອ. ຂໍ້ຄຳສັ່ງທັງໝົດນີ້ໃຫ້ປະຕິບັດສືບຕໍ່ກັນໄປ. ເຮົາແມ່ນພຣະເຈົ້າຢາເວ.
ພວກເຂົາຕອບຄົນນັ້ນວ່າ, “ມຶງເກີດ ແລະໃຫຍ່ມາໃນບາບກຳທັງນັ້ນ ແລ້ວມຶງຈະມາສັ່ງສອນພວກເຮົາຊັ້ນບໍ?” ແລ້ວພວກເຂົາກໍໄລ່ຊາຍຄົນນັ້ນອອກໄປ.
ພວກເຮົາໄດ້ຍິນຂ່າວວ່າ ມີບາງຄົນໃນພວກເຮົາ ໄດ້ອອກໄປລົບກວນຈິດໃຈ ແລະເຮັດໃຫ້ພີ່ນ້ອງເກີດຄວາມສັບສົນໄປ ດ້ວຍຄຳເວົ້າຂອງພວກເຂົາ, ພວກເຮົາບໍ່ໄດ້ອອກຄຳສັ່ງໃດໆ ໃຫ້ພວກເຂົາເຮັດສິ່ງນີ້ເລີຍ.
ເມື່ອອານາເນຍໄດ້ຍິນຖ້ອຍຄຳເຫຼົ່ານີ້ ລາວກໍລົ້ມລົງສິ້ນໃຈຕາຍ ຝ່າຍຄົນທັງປວງທີ່ໄດ້ຍິນເຖິງເຫດການນັ້ນ ຕ່າງກໍຕົກໃຈຢ້ານກົວຢ່າງໃຫຍ່.
ດັ່ງນັ້ນ ເປໂຕຈຶ່ງກ່າວຕໍ່ນາງວ່າ, “ເປັນຫຍັງເຈົ້າກັບຜົວຂອງເຈົ້າ ຈຶ່ງພ້ອມໃຈກັນທົດລອງພຣະວິນຍານຂອງອົງພຣະຜູ້ເປັນເຈົ້າ? ບັດນີ້ ພວກຜູ້ຊາຍທີ່ໄດ້ໄປຝັງສົບຜົວຂອງເຈົ້າ ກໍມາເຖິງປະຕູແລ້ວ ແລະພວກເຂົາກໍຈະຫາມຊາກສົບຂອງເຈົ້າອອກໄປເໝືອນກັນ.”
ສ່ວນຄົນພາຍນອກນັ້ນ ແມ່ນພຣະເຈົ້າຈະຊົງຕັດສິນລົງໂທດ, “ຈົ່ງກຳຈັດຄົນຊົ່ວຊ້ານີ້ໃຫ້ອອກໄປຈາກພວກເຈົ້າເສຍ.”
ແຕ່ມີພີ່ນ້ອງທີ່ແປກປອມໄດ້ລັກລອບເຂົ້າມາ ເພື່ອຈະສອດແນມເບິ່ງເສລີພາບຂອງພວກເຮົາ ທີ່ມີຢູ່ເພາະພຣະເຢຊູຄຣິດເຈົ້າ ພວກເຂົາຫວັງຈະບັງຄັບພວກເຮົາ ໃຫ້ກັບໄປເປັນຂ້ອຍຂ້າຂອງກົດບັນຍັດອີກ
ເຮົາໄວ້ໃຈໃນອົງພຣະຜູ້ເປັນເຈົ້າວ່າ ເຈົ້າທັງຫລາຍຈະບໍ່ມີຄວາມຄິດຢ່າງອື່ນ ແຕ່ຝ່າຍຜູ້ທີ່ມາກໍ່ກວນພວກເຈົ້ານັ້ນ ຈະເປັນຜູ້ໃດກໍຕາມ ເຂົາຄົງຈະໄດ້ຮັບໂທດ.
“ຢ່ານັບຜູ້ທີ່ຖືກຕອນຫລືຜູ້ທີ່ມີອະໄວຍະວະສືບພັນພິການ ເຂົ້າເປັນປະຊາຊົນຂອງພຣະເຈົ້າຢາເວ.
ຄົນໃດທີ່ຍຸແຫຍ່ໃຫ້ເກີດການແຕກແຍກກັນ ເມື່ອໄດ້ເຕືອນເຂົາຄັ້ງໜຶ່ງ ຫລືສອງຄັ້ງແລ້ວ ຢ່າກ່ຽວຂ້ອງກັບຄົນນັ້ນອີກຕໍ່ໄປ.
ດ້ວຍເຫດນີ້ ຊາວອິດສະຣາເອນຈຶ່ງສູ້ຮົບເຫຼົ່າສັດຕູຂອງພວກເຂົາບໍ່ໄດ້. ພວກເຂົາຖືກຕີໃຫ້ຖອຍໜີໄປ ກໍຍ້ອນວ່າພວກເຂົາເປັນຝ່າຍທີ່ຕ້ອງຖືກທຳລາຍ ເຮົາຈະບໍ່ຢູ່ກັບພວກເຈົ້າຕໍ່ໄປ ຈົນກວ່າພວກເຈົ້າຈະທຳລາຍສິ່ງທີ່ເຮົາຫ້າມບໍ່ໃຫ້ເອົານັ້ນ.
ໂຢຊວຍໄດ້ກ່າວວ່າ, “ເປັນຫຍັງເຈົ້າຈຶ່ງໄດ້ເຮັດໃຫ້ພວກເຮົາເດືອດຮ້ອນຢ່າງນີ້? ບັດນີ້ພຣະເຈົ້າຢາເວຈະເຮັດໃຫ້ເຈົ້າເດືອດຮ້ອນ.” ພໍກ່າວສຸດແລ້ວ ທຸກຄົນກໍແກວ່ງກ້ອນຫີນໃສ່ອາການຈົນຕາຍ; ພວກເຂົາຍັງໄດ້ແກວ່ງກ້ອນຫີນໃສ່ຄົນໃນຄອບຄົວຂອງລາວ ແລະຈູດພວກເຂົາຕະຫລອດທັງທຸກສິ່ງທີ່ພວກເຂົາມີ.