Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 5:11 - ພຣະຄຳພີສັກສິ

11 ພີ່ນ້ອງ​ທັງຫລາຍ​ເອີຍ, ຖ້າ​ເຮົາ​ຍັງ​ເທດສະໜາ​ຊັກຊວນ​ໃຫ້​ຮັບ​ພິທີຕັດ ດ້ວຍເຫດໃດ​ເຮົາ​ຈຶ່ງ​ຍັງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ການ​ທີ່​ໄມ້ກາງແຂນ​ເປັນ​ເຫດ​ເຮັດ​ໃຫ້​ເກີດ​ສະດຸດ​ໃຈ ກໍ​ຄົງ​ຖືກ​ຍົກເລີກ​ເສຍ​ແລ້ວ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

11 ພີ່ນ້ອງ​ທັງຫລາຍ​ເອີຍ ຖ້າ​ເຮົາ​ຍັງ​ເທດສະໜາ​ໃຫ້​ຮັບ​ພິທີຕັດ​ຢູ່ ເປັນຫຍັງ​ເຮົາ​ຍັງ​ຕ້ອງ​ຖືກ​ຂົ່ມເຫັງ​ຢູ່? ຖ້າ​ເປັນ​ດັ່ງນັ້ນ ເລື່ອງ​ໄມ້ກາງແຂນ​ກໍ​ບໍ່​ຖືກ​ຕໍ່ຕ້ານ​ແລ້ວ.

Uka jalj uñjjattʼäta Copia luraña




ຄາລາເຕຍ 5:11
17 Jak'a apnaqawi uñst'ayäwi  

ແລ້ວ​ພຣະອົງ​ຈະ​ເປັນ​ສະຖານ​ບໍຣິສຸດ​ແລະ​ເປັນ​ດັ່ງ​ຫີນ​ທີ່​ໃຫ້​ປະຊາຊົນ​ຕຳ​ສະດຸດ ແລະ​ເປັນ​ດັ່ງ​ແຮ້ວ​ທີ່​ຈະ​ດັກຈັບ​ເອົາ ປະຊາຊົນ​ໃນ​ອານາຈັກ​ຢູດາຍ ແລະ​ອິດສະຣາເອນ ພ້ອມ​ທັງ​ຊາວ​ນະຄອນ​ເຢຣູຊາເລັມ​ດ້ວຍ.


ໂປໂລ​ຕ້ອງການ​ເອົາ​ຕີໂມທຽວ​ໄປ​ນຳ. ດັ່ງນັ້ນ ເພິ່ນ​ຈຶ່ງ​ໃຫ້​ລາວ​ຮັບ​ພິທີຕັດ ເພາະ​ເຫັນແກ່​ຊາວ​ຢິວ​ຢູ່​ໃນ​ເຂດ​ນັ້ນ. ເພິ່ນ​ກະທຳ​ເຊັ່ນນີ້ ເພາະ​ຊາວ​ຢິວ​ທຸກຄົນ​ທີ່​ຢູ່​ໃນ​ເມືອງ​ເຫຼົ່ານັ້ນ ຮູ້​ວ່າ​ພໍ່​ຂອງ​ຕີໂມທຽວ​ເປັນ​ຄົນ​ກຣີກ.


ພວກເຂົາ​ໄດ້ຍິນ​ຂ່າວ​ວ່າ ທ່ານ​ສັ່ງສອນ​ພວກ​ຢິວ​ທຸກຄົນ​ທີ່​ຢູ່​ທ່າມກາງ​ຄົນຕ່າງຊາດ​ນັ້ນ ໃຫ້​ປະຖິ້ມ​ກົດບັນຍັດ​ຂອງ​ໂມເຊ ໂດຍ​ບອກ​ພວກເຂົາ​ບໍ່​ໃຫ້​ເຮັດ​ພິທີຕັດ​ແກ່​ລູກໆ ແລະ​ບໍ່​ໃຫ້​ຢຶດຖື​ຮີດເກົ່າ​ຄອງຫລັງ​ຂອງ​ຢິວ​ຕໍ່ໄປ.


ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຊ່ວຍ​ແດ່ ຊາວ​ອິດສະຣາເອນ​ເອີຍ ຄົນ​ນີ້​ແຫຼະ ໄປ​ທຸກທີ່​ທຸກບ່ອນ​ໄດ້​ສັ່ງສອນ​ທຸກຄົນ​ໃຫ້​ຕໍ່ສູ້​ປະຊາຊົນ​ອິດສະຣາເອນ, ກົດບັນຍັດ​ຂອງ​ໂມເຊ ແລະ​ພຣະວິຫານ​ນີ້ ແລະ​ບັດນີ້ ລາວ​ຍັງ​ບັງອາດ​ນຳ​ເອົາ​ຄົນຕ່າງຊາດ​ເຂົ້າ​ມາ​ໃນ​ບໍລິເວນ​ພຣະວິຫານ ແລະ​ເຮັດ​ໃຫ້​ບ່ອນ​ສັກສິດ​ນີ້​ເສື່ອມເສຍ.” (


ເລື່ອງ​ຄວາມ​ຕາຍ​ຂອງ​ພຣະຄຣິດ​ທີ່​ໄມ້ກາງແຂນ​ນັ້ນ ເປັນ​ເລື່ອງ​ໂງ່​ສຳລັບ​ພວກ​ທີ່​ກຳລັງ​ຈິບຫາຍ​ໄປ, ແຕ່​ສຳລັບ​ພວກເຮົາ​ທີ່​ກຳລັງ​ຮັບ​ຄວາມ​ພົ້ນ​ນັ້ນ ຖື​ວ່າ​ເປັນ​ຣິດອຳນາດ​ຂອງ​ພຣະເຈົ້າ.


ແຕ່​ສຳລັບ​ພວກເຮົາ​ແລ້ວ ພວກເຮົາ​ປະກາດ​ເລື່ອງ​ພຣະຄຣິດ ຜູ້​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ນັ້ນ ອັນ​ເປັນ​ເລື່ອງ​ທີ່​ພວກ​ຢິວ​ຊຸນ​ສະດຸດ ແລະ​ເປັນ​ເລື່ອງ​ທີ່​ພວກ​ຕ່າງຊາດ​ຖື​ວ່າ​ໂງ່,


ສ່ວນ​ພວກເຮົາ​ນັ້ນ, ດ້ວຍເຫດໃດ​ຈຶ່ງ​ສ່ຽງ​ຕໍ່​ໄພ​ອັນຕະລາຍ​ຢູ່​ທຸກ​ເວລາ?


ເພື່ອນ​ຮ່ວມ​ເດີນທາງ​ກັບ​ເຮົາ​ຄື​ຕີໂຕ ເຖິງ​ແມ່ນ​ວ່າ​ລາວ​ເປັນ​ຄົນ​ກຣີກ​ກໍຕາມ ລາວ​ກໍ​ບໍ່ໄດ້​ຖືກ​ບັງຄັບ​ໃຫ້​ຮັບ​ພິທີຕັດ,


ໂອ ຊາວ​ຄາລາເຕຍ​ຜູ້​ບໍ່ມີ​ຄວາມຄິດ​ເອີຍ, ແມ່ນ​ຜູ້ໃດ​ໜໍ ທີ່​ໄດ້​ສະກົດ​ຈິດໃຈ​ຂອງ​ພວກເຈົ້າ​ໃຫ້​ຫລົງ​ເຊື່ອ​ໄປ ການ​ທີ່​ພຣະເຢຊູ​ຄຣິດເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ​ນັ້ນ ກໍໄດ້​ປາກົດ​ແຈ້ງ​ແກ່​ຕາ​ພວກເຈົ້າ​ຢ່າງ​ຄັກແນ່​ແລ້ວ


ໃນ​ຄາວ​ນັ້ນ ລູກ​ທີ່​ເກີດ​ຕາມ​ທຳມະດາ ໄດ້​ຂົ່ມເຫັງ​ຜູ້​ທີ່​ເກີດ​ຕາມ​ພຣະວິນຍານ​ສັນໃດ ແລະ​ປະຈຸບັນ​ນີ້ ກໍ​ຍັງ​ເປັນ​ເໝືອນກັນ​ສັນນັ້ນ.


ຄົນ​ທີ່​ຂົ່ມເຫັງ ບັງຄັບ​ພວກເຈົ້າ​ໃຫ້​ຮັບ​ພິທີຕັດ ເປັນ​ພວກ​ທີ່​ຢາກ​ໄດ້​ໜ້າ ຊື່ສຽງ ແລະ​ອວດອ້າງ​ເຖິງ​ເລື່ອງ​ພາຍນອກ ທີ່​ພວກເຂົາ​ເຮັດ​ໄປ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່ໄດ້​ຖືກ​ຂົ່ມເຫັງ​ຍ້ອນ​ເລື່ອງ​ໄມ້ກາງແຂນ​ຂອງ​ພຣະຄຣິດ​ເທົ່ານັ້ນ.


ແຕ່​ນີ້​ໄປ ຢ່າ​ໃຫ້​ຜູ້ໃດ​ລົບກວນ​ເຮົາ​ອີກ ເພາະ​ຮອຍ​ບາດແຜ​ທີ່​ມີ​ຢູ່​ໃນ​ຕົວ​ເຮົາ​ເປັນ​ຕາປະທັບ​ຊີ້​ໃຫ້​ເຫັນ​ວ່າ, ເຮົາ​ເປັນ​ຂ້ອຍຂ້າ​ຂອງ​ພຣະເຢຊູເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka