ຄາລາເຕຍ 5:1 - ພຣະຄຳພີສັກສິ1 ເພື່ອເສລີພາບນັ້ນແຫຼະ ພຣະຄຣິດຈຶ່ງໄດ້ປົດປ່ອຍພວກເຮົາໃຫ້ເປັນອິດສະຫລະ. ສະນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະຢ່າຍອມປ່ອຍຕົວເອງໃຫ້ຕົກເປັນຂ້ອຍຂ້າອີກ. Uka jalj uñjjattʼätaພຣະຄຳພີລາວສະບັບສະໄໝໃໝ່1 ພຣະຄຣິດເຈົ້າປົດປ່ອຍພວກເຮົາໃຫ້ເປັນອິດສະຫລະກໍເພື່ອເສລີພາບ. ດັ່ງນັ້ນ ຈົ່ງຕັ້ງໝັ້ນຢູ່ ແລະ ຢ່າປ່ອຍໃຫ້ຕົນເອງ ຕົກຢູ່ໃຕ້ແອກແຫ່ງຄວາມເປັນຂ້າທາດອີກ. Uka jalj uñjjattʼäta |
ພຽງແຕ່ໃຫ້ເຈົ້າທັງຫລາຍ ດຳເນີນຊີວິດໃຫ້ສົມກັບຂ່າວປະເສີດເລື່ອງພຣະຄຣິດ ເພື່ອວ່າຖ້າເຮົາມາຫາພວກເຈົ້າ ຫລືບໍ່ມາກໍຕາມ ເຮົາກໍຈະໄດ້ຍິນຂ່າວຂອງພວກເຈົ້າວ່າ ເຈົ້າທັງຫລາຍຕັ້ງໝັ້ນຄົງຢູ່ເປັນນໍ້າໜຶ່ງໃຈດຽວກັນ ຕໍ່ສູ້ເໝືອນຢ່າງເປັນຄົນຄົນດຽວ ເພື່ອຄວາມເຊື່ອອັນເກີດຈາກຂ່າວປະເສີດນັ້ນ.
ເພື່ອນທີ່ຮັກຂອງເຮົາເອີຍ, ເຮົາອົດສາພະຍາຍາມຢ່າງສຸດຄວາມສາມາດ ເພື່ອຂຽນຈົດໝາຍມາເຖິງພວກເຈົ້າ ກ່ຽວກັບເລື່ອງຄວາມພົ້ນທີ່ພວກເຮົາມີຢູ່ຮ່ວມກັນ ເມື່ອເຮົາເຫັນມີຄວາມຈຳເປັນທີ່ຈະຕ້ອງຂຽນມາເຕືອນສະຕິພວກເຈົ້າ ໃຫ້ຕໍ່ສູ້ເພື່ອຄວາມເຊື່ອ ຊຶ່ງພຣະເຈົ້າໄດ້ມອບໃຫ້ແກ່ປະຊາຊົນຂອງພຣະອົງເທື່ອດຽວເປັນການສິ້ນສຸດ.