Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:9 - ພຣະຄຳພີສັກສິ

9 ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

9 ແຕ່​ບັດນີ້ ພວກເຈົ້າ​ຮູ້​ຈັກ​ພຣະເຈົ້າ​ແລ້ວ ຫລື ເວົ້າ​ໃຫ້​ຖືກ​ວ່າ​ພຣະເຈົ້າ​ຮູ້​ຈັກ​ພວກເຈົ້າ​ແລ້ວ ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບຄືນ​ໄປ​ຫາ​ຫລັກການ​ເກົ່າໆ​ເຫລົ່ານັ້ນ ເຊິ່ງ​ອ່ອນແອ ແລະ ບໍ່​ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້າທາດ​ໂດຍ​ສິ່ງ​ທັງປວງ​ນີ້​ອີກ​ບໍ?

Uka jalj uñjjattʼäta Copia luraña




ຄາລາເຕຍ 4:9
30 Jak'a apnaqawi uñst'ayäwi  

ຂໍໂຜດ​ຟັງ​ຄຳພາວັນນາ​ອະທິຖານ​ຂອງ​ເຂົາ​ດ້ວຍ. ທີ່​ສະຫວັນ​ບ່ອນ​ພຣະອົງ​ສະຖິດ​ຢູ່ ຂໍໂຜດ​ຟັງ​ເຂົາ ແລະ​ເຮັດ​ຕາມ​ທີ່​ເຂົາ​ຮ້ອງຂໍ​ດ້ວຍ​ເທີ້ນ ເພື່ອ​ວ່າ​ປະຊາຊົນ​ທົ່ວໂລກ​ຈະ​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ ແລະ​ຢຳເກງ​ພຣະອົງ, ເໝືອນດັ່ງ​ປະຊາຊົນ​ອິດສະຣາເອນ​ຂອງ​ພຣະອົງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ວິຫານ​ທີ່​ຂ້ານ້ອຍ​ໄດ້​ສ້າງ​ນີ້ ແມ່ນ​ບ່ອນ​ທີ່​ຮ້ອງຂໍ​ອອກ​ນາມຊື່​ຂອງ​ພຣະອົງ.


ຕໍ່ມາ​ເພິ່ນ​ໄດ້​ກ່າວ​ແກ່​ໂຊໂລໂມນ​ວ່າ, “ລູກເອີຍ ເຈົ້າ​ຈົ່ງ​ຮໍ່າຮຽນ​ໃຫ້​ຮູ້ຈັກ​ພຣະເຈົ້າ​ອົງ​ທີ່​ພໍ່​ໄດ້​ຮັບໃຊ້​ນີ້​ໃຫ້​ດີໆ ແລະ​ຈົ່ງ​ບົວລະບັດ​ຮັບໃຊ້​ພຣະອົງ​ດ້ວຍ​ສຸດໃຈ​ແລະ​ສຸດ​ຄວາມຄິດ. ພຣະເຈົ້າຢາເວ​ຮູ້​ຄວາມຄິດ​ແລະ​ຄວາມ​ປາຖະໜາ​ທັງໝົດ​ຂອງ​ພວກເຮົາ. ຖ້າ​ເຈົ້າ​ສະແຫວງ​ຫາ​ພຣະອົງ ພຣະອົງ​ກໍ​ຈະ​ໃຫ້​ເຈົ້າ​ໄດ້​ພົບ​ກັບ​ພຣະອົງ, ແຕ່​ຖ້າ​ເຈົ້າ​ຫັນໜ້າ​ໜີໄປ​ຈາກ​ພຣະອົງ ພຣະອົງ​ກໍ​ຈະ​ປະຖິ້ມ​ເຈົ້າ​ຕະຫລອດໄປ.


ເພາະວ່າ​ພຣະເຈົ້າຢາເວ ຊົງ​ພິທັກ​ຮັກສາ​ຄົນ​ຊອບທຳ ແຕ່​ທາງ​ຂອງ​ຄົນ​ອະທຳ​ຈະ​ຈິບຫາຍໄປ.


ຜູ້​ທີ່​ຮູ້ຈັກ​ພຣະນາມ​ຂອງ​ພຣະອົງ​ກໍ​ວາງໃຈ​ໃນ​ພຣະອົງ ຜູ້​ທີ່​ມາ​ຫາ​ພຣະເຈົ້າຢາເວ​ຈະ​ບໍ່​ຖືກ​ປະຖິ້ມ​ຈັກເທື່ອ.


ສະນັ້ນ ພຣະເຈົ້າຢາເວ​ຈຶ່ງ​ບອກ​ໂມເຊ​ວ່າ, “ເຮົາ​ຈະ​ເຮັດ​ຕາມ​ທີ່​ເຈົ້າ​ຂໍ​ມາ ຍ້ອນ​ວ່າ​ເຮົາ​ຮູ້ຈັກ​ເຈົ້າ​ດີ​ແລະ​ພໍໃຈ​ນຳ​ເຈົ້າ.”


ຖ້າ​ເຮັດ​ເຊັ່ນ​ນີ້ ເຈົ້າ​ກໍ​ຈະ​ຮູ້ຈັກ​ຄວາມ​ຢຳເກງ​ພຣະເຈົ້າຢາເວ ແລະ​ເຈົ້າ​ຈະ​ບັນລຸ​ຜົນ​ສຳເລັດ​ໃນ​ການ​ຮຽນຮູ້​ເຖິງ​ພຣະເຈົ້າ.


ຈະ​ບໍ່ມີ​ຜູ້ໃດ​ໃນ​ພວກເຂົາ​ສັ່ງສອນ​ເພື່ອນ​ຮ່ວມ​ຊາດ​ຂອງຕົນ​ໃຫ້​ຮູ້ຈັກ​ພຣະເຈົ້າຢາເວ ເພາະ​ທຸກຄົນ​ຈະ​ຮູ້ຈັກ​ເຮົາ ແຕ່​ຜູ້ນ້ອຍ​ທີ່ສຸດ​ຈົນເຖິງ​ຜູ້ໃຫຍ່​ທີ່ສຸດ. ພຣະເຈົ້າຢາເວ​ກ່າວ​ວ່າ ເຮົາ​ຈະ​ອະໄພ​ການບາບ​ຂອງ​ພວກເຂົາ ແລະ​ເຮົາ​ຈະ​ບໍ່​ຈົດຈຳ​ຄວາມຜິດ​ຂອງ​ພວກເຂົາ​ອີກ​ຕໍ່ໄປ.”


ທະເລ​ມີ​ນໍ້າ​ເຕັມ​ຢູ່​ສັນໃດ ແຜ່ນດິນ​ໂລກ​ກໍ​ຈະ​ເຕັມ​ໄປ​ດ້ວຍ​ຄວາມ​ຮອບຮູ້ ແຫ່ງ​ສະຫງ່າຣາສີ​ຂອງ​ພຣະເຈົ້າຢາເວ​ສັນນັ້ນ.


“ພຣະບິດາ​ຂອງເຮົາ​ໄດ້​ມອບ​ສິ່ງ​ສາລະພັດ​ໃຫ້​ແກ່​ເຮົາ ແລະ​ບໍ່ມີ​ຜູ້ໃດ​ຮູ້​ພຣະບິດາເຈົ້າ​ນອກຈາກ​ພຣະບຸດ ແລະ​ຜູ້​ທີ່​ພຣະບຸດ​ຢາກ​ຈະ​ເປີດເຜີຍ​ໃຫ້​ຮູ້.”


ແຕ່​ນໍ້າ​ອະງຸ່ນ​ໃໝ່​ຕ້ອງ​ໃສ່​ໄວ້​ໃນ​ຖົງ​ໜັງ​ໃໝ່


ເຮົາ​ນີ້​ແຫຼະ ເປັນ​ຜູ້​ລ້ຽງ​ທີ່​ດີ ເຮົາ​ຮູ້ຈັກ​ແກະ​ຂອງເຮົາ ແລະ​ແກະ​ຂອງເຮົາ​ກໍ​ຮູ້ຈັກ​ເຮົາ.


ແກະ​ຂອງເຮົາ​ກໍ​ຟັງ​ສຽງ​ຂອງເຮົາ, ເຮົາ​ຮູ້ຈັກ​ພວກເຂົາ ແລະ​ພວກເຂົາ​ກໍຕາມ​ເຮົາ​ໄປ.


ນີ້​ແມ່ນ​ຊີວິດ​ນິຣັນດອນ ຄື​ໃຫ້​ພວກເຂົາ​ຮູ້ຈັກ​ພຣະອົງ ຜູ້​ເປັນ​ພຣະເຈົ້າ​ທ່ຽງແທ້​ແຕ່​ອົງ​ດຽວ ແລະ​ຮູ້ຈັກ​ພຣະເຢຊູ​ຄຣິດເຈົ້າ​ຜູ້​ທີ່​ພຣະອົງ​ໃຊ້​ມາ.


ດ້ວຍວ່າ, ຄົນ​ທັງຫລາຍ​ທີ່​ພຣະອົງ​ໄດ້​ຊົງ​ສັງເກດ​ຮູ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍໄດ້​ຊົງ​ກຳນົດ​ໄວ້​ກ່ອນ ເພື່ອ​ໃຫ້​ເປັນ​ຕາມ​ແບບ​ລັກສະນະ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ນັ້ນ​ຈະ​ໄດ້​ເປັນ​ບຸດ​ກົກ​ໃນ​ທ່າມກາງ​ພວກ​ນ້ອງ​ຫລາຍ​ຄົນ.


ດ້ວຍວ່າ, ສິ່ງ​ທີ່​ກົດບັນຍັດ​ເຮັດ​ບໍ່ໄດ້ ເພາະ​ເນື້ອກາຍ ເຮັດ​ໃຫ້​ອ່ອນ​ກຳລັງ​ເສຍ ພຣະເຈົ້າ​ກໍໄດ້​ຊົງ​ເຮັດ​ແລ້ວ ໂດຍ​ໄດ້​ຊົງ​ໃຊ້​ພຣະບຸດ​ຂອງ​ພຣະອົງ​ມາ​ໃນ​ສະພາບ​ເໝືອນ​ເນື້ອກາຍ ​ທີ່​ຜິດບາບ ແລະ​ເພື່ອ​ຊົງ​ໄຖ່​ຄວາມ​ຜິດບາບ ພຣະອົງ​ຈຶ່ງ​ໄດ້​ຊົງ​ລົງໂທດ​ຄວາມ​ບາບ​ໃນ​ເນື້ອກາຍ ນັ້ນ.


ເພາະວ່າ​ດຽວ​ນີ້​ເຮົາ​ທັງຫລາຍ​ເຫັນ​ພໍ​ມົວໆ ເໝືອນ​ເບິ່ງ​ໃນ​ແວ່ນ, ແຕ່​ວ່າ​ເວລາ​ນັ້ນ​ຈະ​ໄດ້​ເຫັນ​ພຣະພັກ​ຢ່າງ​ຄັກ. ດຽວ​ນີ້​ຄວາມຮູ້​ຂອງເຮົາ​ບໍ່​ສົມບູນ, ແຕ່​ເວລາ​ນັ້ນ ເຮົາ​ຈະ​ຮູ້​ຢ່າງ​ສົມບູນ​ເໝືອນ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຮົາ​ແລ້ວ.


ຈົ່ງ​ກັບຄືນ​ມາ​ສູ່​ນິໄສ​ອັນ​ຖືກຕ້ອງ ແລະ​ເຊົາ​ເຮັດ​ບາບ​ສາ, ການ​ທີ່​ເຮົາ​ເວົ້າ​ດັ່ງນີ້ ກໍ​ເພື່ອ​ພວກເຈົ້າ​ຈະ​ລະອາຍ​ໃຈ ເພາະ​ມີ​ບາງຄົນ​ໃນ​ພວກເຈົ້າ​ຍັງ​ບໍ່​ຮູ້​ພຣະເຈົ້າ.


ແຕ່​ຖ້າ​ຜູ້ໃດ​ຮັກ​ພຣະເຈົ້າ ພຣະເຈົ້າ​ກໍ​ຊົງ​ຮູ້ຈັກ​ຜູ້ນັ້ນ.


ພວກເຈົ້າ​ຍອມ​ກົ້ມ​ໜ້າ​ໃຫ້​ພວກເຂົາ​ສັ່ງ​ພວກເຈົ້າ​ດັ່ງ​ທາດ ຫລື​ຍອມ​ໃຫ້​ພວກເຂົາ​ສວຍໃຊ້​ພວກເຈົ້າ​ເພື່ອ​ຜົນປະໂຫຍດ​ຂອງ​ພວກເຂົາ ຫລື​ຍອມ​ໃຫ້​ພວກເຂົາ​ຫລອກລວງ​ພວກເຈົ້າ ຫລື​ຍອມ​ໃຫ້​ພວກເຂົາ​ຍົກຍໍ​ພວກເຈົ້າ​ໃຫ້​ເປັນ​ໃຫຍ່ ຫລື​ຍອມ​ໃຫ້​ພວກເຂົາ​ຕົບ​ໜ້າ​ພວກເຈົ້າ.


ເພາະ​ພຣະເຈົ້າ​ອົງ​ທີ່​ໄດ້​ກ່າວ​ວ່າ, “ໃຫ້​ແສງແຈ້ງ​ສ່ອງ​ອອກ​ຈາກ​ຄວາມມືດ” ເປັນ​ພຣະເຈົ້າ​ອົງ​ທີ່​ສ່ອງ​ແສງ​ສະຫວ່າງ​ເຂົ້າ​ມາ​ໃນ​ຈິດໃຈ​ຂອງ​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ເຖິງ​ສະຫງ່າຣາສີ​ຂອງ​ພຣະເຈົ້າ ຊຶ່ງ​ສ່ອງ​ແສງ​ສະຫວ່າງ​ໃນ​ໃບ​ໜ້າ​ຂອງ​ພຣະເຢຊູ​ຄຣິດເຈົ້າ.


ເຈົ້າ​ທັງຫລາຍ​ຍັງ​ໂງ່​ເຖິງ​ພຽງ​ນັ້ນ​ບໍ? ພວກເຈົ້າ​ໄດ້​ຕັ້ງຕົ້ນ​ໂດຍ​ທາງ​ພຣະວິນຍານ​ແລ້ວ ບັດນີ້ ພວກເຈົ້າ​ຈະ​ສຳເລັດ​ລົງ​ໂດຍ​ທາງ​ມະນຸດ​ທຳມະດາ​ບໍ?


ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ.


ເຮົາ​ພາວັນນາ​ອະທິຖານ ຂໍ​ພຣະເຈົ້າ​ຂອງ​ອົງ​ພຣະເຢຊູ​ຄຣິດເຈົ້າ​ຂອງ​ເຮົາ​ທັງຫລາຍ ຄື​ພຣະບິດາເຈົ້າ​ຜູ້​ຊົງ​ພຣະ​ສະຫງ່າຣາສີ ຊົງ​ໂຜດ​ປະທານ​ໃຫ້​ເຈົ້າ​ທັງຫລາຍ​ມີ​ວິນຍານ​ແຫ່ງ​ສະຕິປັນຍາ ແລະ​ຄວາມ​ຮູ້​ແຈ້ງ​ເຫັນຈິງ​ເຖິງ​ເລື່ອງ​ພຣະອົງ.


ແຕ່​ຮາກຖານ​ອັນ​ແຂງແກ່ນ ຊຶ່ງ​ພຣະເຈົ້າ​ໄດ້​ວາງ​ລົງ​ແລ້ວ​ນັ້ນ​ຕັ້ງໝັ້ນຄົງ​ຢູ່ ໂດຍ​ມີ​ຄຳ​ຂຽນ​ໄວ້​ວ່າ, “ອົງພຣະ​ຜູ້​ເປັນເຈົ້າ​ຊົງ​ຮູ້ຈັກ​ຄົນ​ເຫຼົ່ານັ້ນ ທີ່​ເປັນ​ຂອງ​ພຣະອົງ” ແລະ “ທຸກຄົນ ຊຶ່ງ​ອອກ​ພຣະນາມ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ກໍ​ຕ້ອງ​ຫັນ​ໜີ​ຈາກ​ຄວາມ​ຊົ່ວຊ້າ.”


ດ້ວຍວ່າ, ກົດບັນຍັດ​ທີ່​ມີ​ກ່ອນ​ນັ້ນ ໄດ້​ຊົງ​ຍົກເລີກ​ເສຍ​ແລ້ວ ເພາະ​ມີ​ຂໍ້​ບົກຜ່ອງ​ແລະ​ໃຊ້​ການ​ບໍ່ໄດ້. (


ເພາະວ່າ ຖ້າ​ຫລັງຈາກ​ທີ່​ພວກເຂົາ​ພົ້ນ​ແລ້ວ ຈາກ​ກິເລດ​ຕັນຫາ​ຂອງ​ໂລກນີ້. ດ້ວຍ​ການ​ທີ່​ພວກເຂົາ​ຮູ້ຈັກ​ອົງພຣະ​ຜູ້​ເປັນເຈົ້າ​ຂອງ​ພວກເຮົາ ແລະ​ພຣະເຢຊູ​ຄຣິດເຈົ້າ ພຣະ​ຜູ້​ໂຜດ​ຊ່ວຍ​ໃຫ້​ພົ້ນ, ພວກເຂົາ​ກັບ​ໄປ​ພົວພັນ ແລະ​ຖືກ​ພ່າຍແພ້​ແກ່​ຄົນຊົ່ວຮ້າຍ​ນັ້ນ​ອີກ. ສະພາບ​ບັ້ນປາຍ​ຂອງ​ພວກເຂົາ ກໍ​ກັບ​ຊົ່ວຮ້າຍ​ກວ່າ​ບັ້ນຕົ້ນ.


ເຮົາ​ທັງຫລາຍ​ຮູ້​ວ່າ ພຣະບຸດ​ຂອງ​ພຣະເຈົ້າ​ສະເດັດ​ມາ ແລະ​ໄດ້​ຊົງ​ໂຜດ​ປະທານ​ສະຕິປັນຍາ​ໃຫ້​ແກ່​ພວກເຮົາ ເພື່ອ​ໃຫ້​ພວກເຮົາ​ຮູ້ຈັກ​ພຣະ​ຜູ້​ຊົງ​ທ່ຽງແທ້ ແລະ​ເຮົາ​ທັງຫລາຍ​ຢູ່​ໃນ​ພຣະ​ຜູ້​ຊົງ​ທ່ຽງແທ້​ນັ້ນ ຄື​ໃນ​ພຣະເຢຊູ​ຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ, ນີ້ແຫລະ ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ເປັນ​ຊີວິດ​ນິຣັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka