Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:8 - ພຣະຄຳພີສັກສິ

8 ໃນ​ເມື່ອ​ກ່ອນ​ນີ້ ເຈົ້າ​ທັງຫລາຍ​ຍັງ​ບໍ່​ຮູ້ຈັກ​ພຣະເຈົ້າ ພວກເຈົ້າ​ກໍ​ເປັນ​ທາດຮັບໃຊ້​ຂອງ​ສິ່ງ​ຕ່າງໆ ຊຶ່ງ​ຕາມ​ທຳມະດາ​ແລ້ວ ມັນ​ບໍ່ແມ່ນ​ພຣະ​ແທ້.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

8 ໃນ​ເມື່ອ​ກ່ອນ ພວກເຈົ້າ​ຍັງ​ບໍ່​ຮູ້​ຈັກ​ພຣະເຈົ້າ, ພວກເຈົ້າ​ໄດ້​ເປັນ​ຂ້າທາດ​ຂອງ​ບັນດາ​ຜູ້​ທີ່​ໂດຍ​ທຳມະດາ​ແລ້ວ​ບໍ່ແມ່ນ​ພະ​ທັງຫລາຍ​ເລີຍ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:8
31 Jak'a apnaqawi uñst'ayäwi  

ພວກທ່ານ​ໄດ້​ຂັບໄລ່​ບັນດາ​ປະໂຣຫິດ​ຂອງ​ພຣະເຈົ້າຢາເວ ເຊື້ອສາຍ​ຂອງ​ອາໂຣນ ໃຫ້​ອອກ​ໜີໄປ ແລະ​ພວກທ່ານ​ຍັງ​ໄດ້​ຂັບໄລ່​ຊາວ​ເລວີ​ໃຫ້​ອອກ​ໜີ​ດ້ວຍ. ພວກທ່ານ​ໄດ້​ແຕ່ງຕັ້ງ​ປະໂຣຫິດ​ຂຶ້ນ​ແທນ​ພວກເຂົາ​ໃນ​ແບບ​ດຽວ​ກັນ​ກັບ​ຊົນຊາດ​ອື່ນໆ​ໄດ້​ເຮັດ. ຄົນ​ໃດ​ທີ່​ນຳ​ເອົາ​ງົວເຖິກໜຸ່ມ ຫລື​ແກະເຖິກ​ເຈັດ​ໂຕ​ມາ​ມອບ​ໃຫ້​ພວກທ່ານ ຄົນນັ້ນ​ກໍໄດ້​ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ປະໂຣຫິດ​ສຳລັບ​ພະ​ຂອງ​ພວກທ່ານ.


ກະສັດ​ຟາໂຣ​ຖາມ​ວ່າ, “ພຣະເຈົ້າຢາເວ​ແມ່ນ​ໃຜ? ເປັນຫຍັງ​ເຮົາ​ຈະ​ຕ້ອງ​ຟັງ ແລະ​ປ່ອຍ​ປະຊາຊົນ​ພວກ​ນີ້​ໄປ? ເຮົາ​ບໍ່​ຮູ້ຈັກ​ພຣະເຈົ້າຢາເວ ແລະ​ເຮົາ​ຈະ​ບໍ່​ປ່ອຍ​ປະຊາຊົນ​ອິດສະຣາເອນ​ໄປ.”


ທັງ​ໄດ້​ຈູດ​ບັນດາ​ພະ​ຂອງ​ພວກເຂົາ​ຖິ້ມ​ຊຶ່ງ​ບໍ່ແມ່ນ​ພຣະ​ແທ້, ແຕ່​ເປັນ​ພຽງ​ຮູບ​ໄມ້ ແລະ​ຫີນ​ທີ່​ມື​ມະນຸດ​ໄດ້​ເຮັດ​ຂຶ້ນ​ເທົ່ານັ້ນ.


ຈົ່ງ​ໃຫ້​ຄວາມ​ໂກດຮ້າຍ​ຫັນໄປ​ສູ່​ຊົນຊາດ​ອື່ນ​ສາ ຄື​ຊົນຊາດ​ທັງຫລາຍ​ທີ່​ບໍ່​ນະມັດສະການ​ພຣະເຈົ້າ ແລະ​ຫັນໄປ​ສູ່​ປະຊາຊົນ​ທີ່​ໄດ້​ປະຖິ້ມ​ພຣະອົງ​ໄປ ພວກເຂົາ​ໄດ້​ສັງຫານ​ປະຊາຊົນ​ຂອງ​ພຣະເຈົ້າ ພວກເຂົາ​ໄດ້​ທຳລາຍ​ພວກ​ຂ້ານ້ອຍ​ໃຫ້​ດັບສູນໄປ ແລະ​ປ່ອຍ​ໃຫ້​ດິນແດນ​ຕ້ອງ​ເພພັງ​ຮົກຮ້າງ.


ຄົນ​ໜຶ່ງ​ເຮັດ​ພະ​ຂອງຕົນ​ໄດ້​ບໍ? ບໍ່ໄດ້​ດອກ; ຖ້າ​ລາວ​ເຮັດ​ໄດ້ ສິ່ງ​ທີ່​ລາວ​ເຮັດ​ນັ້ນ​ກໍ​ບໍ່ແມ່ນ​ພຣະແທ້.”


ບໍ່ມີ​ຊົນຊາດ​ອື່ນໃດ​ເຄີຍ​ສັບປ່ຽນ​ພຣະ​ຂອງຕົນ ເຖິງ​ວ່າ​ພວກມັນ​ບໍ່ແມ່ນ​ພຣະ​ແທ້​ກໍຕາມ. ແຕ່​ປະຊາຊົນ​ຂອງເຮົາ​ໄດ້​ສັບປ່ຽນ​ເຮົາ​ເດີ ພຣະເຈົ້າ​ຜູ້​ທີ່​ໄດ້​ນຳ​ສະຫງ່າຣາສີ​ມາ​ສູ່​ພວກເຂົາ ກັບ​ບັນດາ​ພະ​ທີ່​ບໍ່​ສາມາດ​ເຮັດ​ຫຍັງ ແລະ​ທີ່​ຊ່ວຍເຫລືອ​ພວກເຂົາ​ຫຍັງ​ບໍ່ໄດ້.


ພຣະເຈົ້າຢາເວ​ຖາມ​ວ່າ, “ເປັນຫຍັງ​ເຮົາ​ຈຶ່ງ​ຍົກໂທດ​ໃຫ້​ປະຊາຊົນ​ຂອງ​ເຮົາ​ນໍ? ພວກເຂົາ​ປະຖິ້ມ​ເຮົາ​ໄປ​ຂາບໄຫວ້​ພະ​ທີ່​ບໍ່ແມ່ນ​ພຣະເຈົ້າ. ເຮົາ​ລ້ຽງ​ພວກເຂົາ​ຈົນ​ອີ່ມ ແຕ່​ກໍ​ນອກ​ໃຈ​ເຮົາ ແລະ​ມົ້ວສຸມ​ຢູ່​ກັບ​ພວກ​ຍິງ​ແມ່ຈ້າງ.


ພຣະອົງ​ໄດ້​ສະຖິດ​ຢູ່​ໃນ​ໂລກ, ຊຶ່ງ​ພຣະເຈົ້າ​ໄດ້​ສ້າງ​ຂຶ້ນ​ໂດຍ​ທາງ​ພຣະອົງ ແຕ່​ໂລກ​ບໍ່ໄດ້​ຮູ້ຈັກ​ພຣະອົງ.


ພວກເຂົາ​ໃສ່​ຊື່​ໃຫ້​ບາຣະນາບາ​ວ່າ ພະ​ຊູດ ແລະ​ໃສ່​ຊື່​ໃຫ້​ໂປໂລ​ວ່າ ພະ​ເຮຣະເມ ເພາະ​ເພິ່ນ​ເປັນ​ຫົວໜ້າ​ໃນ​ການ​ກ່າວ.


ເພາະວ່າ ເມື່ອ​ຂ້າພະເຈົ້າ​ກຳລັງ​ເດີນທາງ​ຜ່ານ​ເມືອງ​ຂອງ​ພວກທ່ານ​ມາ ແລະ​ເບິ່ງ​ຕາມ​ສະຖານທີ່​ຕ່າງໆ ທີ່​ພວກທ່ານ​ນະມັດສະການ ຂ້າພະເຈົ້າ​ເຫັນ​ແທ່ນບູຊາ​ແທ່ນ​ໜຶ່ງ ຊຶ່ງ​ມີ​ຄຳ​ຈາລຶກ​ວ່າ, ‘ແດ່​ພຣະເຈົ້າ​ທີ່​ເຮົາ​ບໍ່​ຮູ້ຈັກ.’ ພຣະເຈົ້າ​ທີ່​ທ່ານ​ທັງຫລາຍ​ນະມັດສະການ ແຕ່​ບໍ່​ຮູ້ຈັກ ແມ່ນ​ພຣະເຈົ້າ​ອົງ​ນັ້ນ​ແຫຼະ ທີ່​ຂ້າພະເຈົ້າ​ມາ​ປະກາດ​ແກ່​ພວກທ່ານ.


ພວກເຂົາ​ໄດ້​ເອົາ​ຮູບ​ມະນຸດ​ທີ່​ຕາຍ​ເປັນ ຫລື​ຮູບ​ນົກ ຮູບ​ສັດ​ສີ່​ຕີນ ແລະ​ຮູບ​ສັດ​ເລືອ​ຄານ ມາ​ປ່ຽນ​ແທນ​ສະຫງ່າຣາສີ​ຂອງ​ພຣະເຈົ້າ​ອົງ​ຕາຍ​ບໍ່​ເປັນ.


ຍ້ອນ​ຄົນ​ເຫຼົ່ານີ້​ບໍ່​ຮັບ​ຮູ້​ພຣະເຈົ້າ ພຣະອົງ​ຈຶ່ງ​ປ່ອຍ​ໃຫ້​ພວກເຂົາ​ຈົມ​ຢູ່​ໃນ​ຄວາມ​ຄິດ​ຊົ່ວ ເພື່ອ​ພວກເຂົາ​ຈະ​ເຮັດ​ໃນ​ສິ່ງ​ທີ່​ບໍ່​ສົມຄວນ​ເຮັດ.


ເພາະ​ຕາມ​ພຣະ​ສະຕິປັນຍາ​ຂອງ​ພຣະເຈົ້າ ເຫັນ​ວ່າ ມະນຸດ​ບໍ່​ສາມາດ​ຮູ້ຈັກ​ພຣະອົງ​ໄດ້​ດ້ວຍ​ປັນຍາ​ຂອງ​ເຂົາ​ເອງ ແຕ່​ພຣະອົງ​ພໍໃຈ​ໃຊ້​ຂ່າວ​ເລື່ອງ​ທີ່​ເຂົາ​ຖື​ວ່າ​ໂງ່ ຊຶ່ງ​ພວກເຮົາ​ປະກາດ​ຢູ່​ນັ້ນ ເພື່ອ​ຊ່ວຍ​ຜູ້​ທີ່​ເຊື່ອ​ໃຫ້​ພົ້ນ.


ເຈົ້າ​ທັງຫລາຍ​ກໍ​ຮູ້​ຢູ່​ວ່າ​ແຕ່​ກ່ອນ ເມື່ອ​ພວກເຈົ້າ​ຍັງ​ເປັນ​ຄົນ​ທີ່​ບໍ່​ເຊື່ອ​ນັ້ນ ພວກເຈົ້າ​ໄດ້​ຖືກ​ຊັກນຳ​ໃຫ້​ຫລົງ​ໄປ​ຫາ​ຮູບເຄົາຣົບ​ທີ່​ປາກ​ບໍ່​ເປັນ ຕາມ​ທີ່​ມີ​ຜູ້​ຊັກນຳ​ໄປ​ນັ້ນ.


ເລື່ອງ​ການ​ກິນ​ອາຫານ ທີ່​ເຂົາ​ເອົາ​ບູຊາ​ແກ່​ພະທຽມ​ນັ້ນ, ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ, “ພະທຽມ​ນັ້ນ ບໍ່​ເປັນ​ຂອງ​ແທ້” ແລະ “ມີ​ພຣະເຈົ້າ​ແທ້​ແຕ່​ອົງ​ດຽວ.”


ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ.


ໂດຍ​ທີ່​ຄວາມ​ຄິດ​ຂອງ​ພວກເຂົາ​ມືດມົນ​ໄປ ແລະ​ພວກເຂົາ​ຢູ່​ຫ່າງ​ຈາກ​ຊີວິດ ຊຶ່ງ​ມາ​ຈາກ​ພຣະເຈົ້າ ເພາະ​ເຫດ​ຄວາມ​ຮູ້ເທົ່າບໍ່​ເຖິງການ ທີ່​ມີ​ຢູ່​ໃນ​ຕົວ​ພວກເຂົາ ອັນ​ເນື່ອງ​ຈາກ​ໃຈ​ແຂງ​ກະດ້າງ​ຂອງ​ພວກເຂົາ.


ຄົນ​ທັງໝົດ​ເຫຼົ່ານັ້ນ ຕ່າງ​ກໍ​ເວົ້າ​ເຖິງ​ພວກເຈົ້າ​ວ່າ ພວກເຈົ້າ​ໄດ້​ຕ້ອນຮັບ​ພວກເຮົາ​ຢ່າງ​ໃດ ເມື່ອ​ພວກເຮົາ​ມາ​ຢ້ຽມຢາມ​ພວກເຈົ້າ ແລະ​ພວກເຂົາ​ເວົ້າ​ວ່າ, ພວກເຈົ້າ​ໄດ້​ຫັນ​ໜີ​ຈາກ​ຮູບເຄົາຣົບ​ມາ​ຫາ​ພຣະເຈົ້າ​ຢ່າງ​ໃດ ເພື່ອ​ບົວລະບັດ​ຮັບໃຊ້​ພຣະເຈົ້າ​ອົງ​ທ່ຽງແທ້​ແລະ​ຊົງ​ຊີວິດ​ຢູ່,


ບໍ່ແມ່ນ​ດ້ວຍ​ຣາຄະ​ຕັນຫາ​ຊົ່ວ​ຕາມ​ຄວາມ​ຕ້ອງການ ເໝືອນ​ດັ່ງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ.


ເພື່ອ​ລົງໂທດ​ຜູ້​ທີ່​ປະຕິເສດ​ພຣະເຈົ້າ ແລະ​ຜູ້​ທີ່​ບໍ່​ຍອມ​ເຊື່ອຟັງ​ຂ່າວປະເສີດ​ເລື່ອງ​ອົງ​ພຣະເຢຊູເຈົ້າ​ຂອງ​ພວກເຮົາ.


ຖ້າ​ພວກເຈົ້າ​ບໍ່​ເຕັມໃຈ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ ຈົ່ງ​ຕັດສິນໃຈ​ໃນ​ມື້ນີ້​ວ່າ ພວກເຈົ້າ​ຈະ​ບົວລະບັດ​ຮັບໃຊ້​ຜູ້ໃດ ບັນດາ​ພະ​ທີ່​ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ຂາບໄຫວ້​ໃນ​ເມໂຊໂປຕາເມຍ ຫລື​ບັນດາ​ພະ​ຂອງ​ຊາວ​ອາໂມ​ໃນ​ດິນແດນ​ທີ່​ພວກເຈົ້າ​ອາໄສ​ຢູ່​ນີ້. ສ່ວນ​ຂ້າພະເຈົ້າ​ກັບ​ຄອບຄົວ​ຂອງ​ຂ້າພະເຈົ້າ​ແລ້ວ ພວກເຮົາ​ຈະ​ບົວລະບັດ​ຮັບໃຊ້​ພຣະເຈົ້າຢາເວ.”


ໂຢຊວຍ​ໄດ້​ກ່າວ​ແກ່​ຄົນ​ເຫຼົ່ານີ້​ວ່າ, “ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ໄດ້​ກ່າວ​ດັ່ງນີ້: ‘ດົນນານ​ມາ​ແລ້ວ ປູ່ຍ່າຕາຍາຍ​ຂອງ​ພວກເຈົ້າ​ໄດ້​ອາໄສ​ຢູ່​ທາງ​ຟາກ​ແມ່ນໍ້າ​ເອີຟຣັດ​ພຸ້ນ ແລະ​ໄດ້​ຂາບໄຫວ້​ບັນດາ​ພະອື່ນ. ຜູ້ໜຶ່ງ​ໃນ​ຄົນ​ເຫຼົ່ານັ້ນ​ແມ່ນ​ເຕຣາ ພໍ່​ຂອງ​ອັບຣາຮາມ​ແລະ​ນາໂຮ.


ດ້ວຍວ່າ, ຜ່ານ​ມາ​ນັ້ນ ພວກເຈົ້າ​ໄດ້​ໃຊ້​ເວລາ​ດົນນານ ເຮັດ​ໃນ​ສິ່ງ​ທີ່​ຄົນ​ຕ່າງ​ຄວາມເຊື່ອ​ມັກ​ເຮັດ ຄື​ເມື່ອ​ພວກເຈົ້າ​ໄດ້​ດຳເນີນ​ຊີວິດ​ຕາມ​ຣາຄະ​ຕັນຫາ, ໃນ​ຄວາມ​ປາຖະໜາ​ອັນ​ຊົ່ວຊ້າ, ດື່ມ​ເຫຼົ້າ​ເມົາ​ສຸຣາ, ກິນລ້ຽງ​ຢ່າງ​ມົວເມົາ, ຮ່ວມ​ສັງສັນ​ກິນ​ເຫຼົ້າ​ຢ່າງ​ເກີນສ່ວນ ແລະ​ຂາບໄຫວ້​ຮູບເຄົາຣົບ​ທີ່​ໜ້າລັງກຽດ.


ເບິ່ງແມ! ພຣະບິດາເຈົ້າ​ຊົງ​ໂຜດ​ປະທານ​ຄວາມຮັກ​ແກ່​ເຮົາ​ທັງຫລາຍ ເປັນ​ຢ່າງ​ໃດ​ທີ່​ພຣະເຈົ້າ​ຊົງ​ເອີ້ນ​ພວກເຮົາ​ວ່າ ບຸດ​ຂອງ​ພຣະອົງ ແລະ​ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດ​ທີ່​ໂລກ​ບໍ່​ຮູ້ຈັກ​ເຮົາ​ທັງຫລາຍ ກໍ​ເພາະ​ເຂົາ​ບໍ່​ຮູ້ຈັກ​ພຣະອົງ​ນັ້ນ​ແຫຼະ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka