Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:25 - ພຣະຄຳພີສັກສິ

25 ນາງ​ຮາກາ​ນັ້ນ ໄດ້​ແກ່​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ​ປຽບ​ເຖິງ ນະຄອນ​ເຢຣູຊາເລັມ​ໃນ​ປະຈຸບັນ ຕົກ​ເປັນ​ຂ້ອຍຂ້າ​ພ້ອມ​ທັງ​ຊາວ​ເມືອງ​ທຸກຄົນ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

25 ບັດນີ້ ນາງ​ຮາກາ​ໝາຍ​ເຖິງ​ພູເຂົາ​ຊີນາຍ​ໃນ​ປະເທດ​ອາຣາເບຍ ແລະ ກົງ​ກັບ​ນະຄອນ​ເຢຣູຊາເລັມ​ໃນ​ປັດຈຸບັນ ເພາະວ່າ​ນາງ​ກັບ​ບັນດາ​ລູກ​ຂອງ​ນາງ​ເປັນ​ຂ້າທາດ​ຢູ່.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:25
12 Jak'a apnaqawi uñst'ayäwi  

ດ້ວຍ​ລົດຮົບ​ຢ່າງດີ​ພັນໆ​ຄັນ​ຂອງ​ພຣະອົງ​ນັ້ນ ອົງພຣະ​ຜູ້​ເປັນເຈົ້າ​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ສູ່​ສະຖານທີ່​ສັກສິດ.


ແຜ່ນດິນ​ໂລກ​ໄດ້​ຫວັ່ນໄຫວ​ໄປ​ໝົດ ແລະ​ຟ້າ​ສະຫວັນ​ກໍ​ເທ​ຫ່າຝົນ​ລົງ​ມາ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ພູເຂົາ​ຊີນາຍ ຕໍ່ໜ້າ​ພຣະເຈົ້າ, ພຣະເຈົ້າ​ແຫ່ງ​ຊາດ​ອິດສະຣາເອນ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ຂ້າ​ບັນດາ​ຜູ້ທຳນວາຍ ເອົາ​ຫີນ​ແກວ່ງ​ໃສ່​ພວກ​ຜູ້ທຳນວາຍ​ທີ່​ໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ​ເຮົາ​ຢາກ​ຈະ​ຮວບຮວມ​ເອົາ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ດັ່ງ​ແມ່​ໄກ່​ຮວບຮວມ​ລູກ​ຂອງຕົນ​ໄວ້​ໃຕ້​ປີກ ແຕ່​ເຈົ້າ​ບໍ່​ຍິນຍອມ.


“ໂອ ເຢຣູຊາເລັມ ເຢຣູຊາເລັມ​ເອີຍ ເຈົ້າ​ໄດ້​ຂ້າ​ບັນດາ​ຜູ້​ປະກາດ​ພຣະທຳ ເຈົ້າ​ໄດ້​ແກວ່ງ​ກ້ອນຫີນ​ໃສ່​ພວກ​ທີ່​ຮັບໃຊ້​ມາ​ຫາ​ເຈົ້າ ຫລາຍ​ເທື່ອ​ແລ້ວ ທີ່​ເຮົາ​ປາຖະໜາ ອ້າ​ແຂນ​ໂອບກອດ​ປະຊາຊົນ​ທັງໝົດ​ຂອງ​ເຈົ້າ​ໄວ້ ເໝືອນ​ແມ່​ໄກ່​ຮວບຮວມ​ລູກ​ໄວ້​ໃຕ້​ປີກ​ຂອງ​ມັນ ແຕ່​ພວກເຈົ້າ​ຊໍ້າພັດ​ບໍ່​ຍິນຍອມ


ພວກເຂົາ​ຈະ​ທຳລາຍ​ເຈົ້າ ແລະ​ລູກ​ທັງຫລາຍ​ທີ່​ຢູ່​ນຳ​ເຈົ້າ​ໃຫ້​ລົງ​ພຽງ​ດິນ. ພວກເຂົາ​ຈະ​ບໍ່​ປະ​ກ້ອນຫີນ​ໃຫ້​ຊ້ອນ​ທັບ​ກັນ​ໄວ້​ພາຍ​ໃນ​ເຈົ້າ ເພາະວ່າ​ເຈົ້າ​ບໍ່​ຮູ້​ເວລາ​ທີ່​ພຣະເຈົ້າ​ໄດ້​ມາ​ຢ້ຽມຢາມ​ເຈົ້າ.”


ແລະ​ກ່າວ​ວ່າ, “ຊາວ​ຄາລີເລ​ເອີຍ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຢືນ​ເບິ່ງ​ທ້ອງຟ້າ? ພຣະເຢຊູເຈົ້າ​ອົງ​ນີ້​ທີ່​ຖືກ​ຮັບ​ໄປ​ຈາກ​ພວກເຈົ້າ ຂຶ້ນ​ສູ່​ສະຫວັນ​ແລ້ວ ພຣະອົງ​ຈະ​ມາ​ປາກົດ​ຢ່າງ​ທີ່​ພວກເຈົ້າ​ໄດ້​ເຫັນ​ພຣະອົງ​ຂຶ້ນ​ສູ່​ສະຫວັນ​ນັ້ນ​ແຫຼະ.”


ແມ່ນແຕ່​ພວກ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ​ໃນ​ນະຄອນ​ເຢຣູຊາເລັມ ເຮົາ​ກໍ​ຍັງ​ບໍ່ໄດ້​ໄປ​ຫາ ແຕ່​ເຮົາ​ໄດ້​ໄປ​ເຖິງ​ອາຣາເບຍ​ໃນ​ທັນທີ ແລ້ວ​ຈຶ່ງ​ກັບຄືນ​ມາ​ເມືອງ​ດາມັສກັດ.


ເລື່ອງ​ນັ້ນ​ຖື​ເປັນ​ການ​ປຽບທຽບ​ດັ່ງນີ້: ຍິງ​ທັງສອງ​ນັ້ນ ໄດ້​ແກ່​ພັນທະສັນຍາ​ສອງ​ຢ່າງ, ຜູ້ໜຶ່ງ​ຊື່​ວ່າ​ຮາກາ ນາງ​ເກີດ​ລູກ​ທີ່​ເປັນ​ຂ້ອຍຂ້າ ຈຶ່ງ​ໄດ້​ຮັບ​ພັນທະສັນຍາ​ມາ​ຈາກ​ພູເຂົາ​ຊີນາຍ.


ແຕ່​ນະຄອນ​ເຢຣູຊາເລັມ​ທີ່​ຢູ່​ເບື້ອງ​ເທິງ​ນັ້ນ ເປັນ​ອິດສະຫລະ ແລະ​ນາງ​ກໍ​ເປັນ​ແມ່​ຂອງ​ພວກເຮົາ.


ພຣະເຈົ້າຢາເວ​ໄດ້​ສະເດັດ​ມາ​ຈາກ​ພູເຂົາ​ຊີນາຍ ຊົງ​ໄດ້​ລຸກ​ຂຶ້ນ​ມາ​ເໝືອນ​ດັ່ງ​ຕາເວັນ​ເທິງ​ເອໂດມ​ນັ້ນ ແລະ​ຈາກ​ພູເຂົາ​ປາຣານ​ພຸ້ນ​ແສງໃສ​ແຈ້ງ​ສ່ອງ ຖືກ​ປະຊາຊົນ​ທົ່ວ​ໜ້າ​ສູ່​ຄົນ​ແທ້​ຂອງ​ພຣະອົງ. ມີ​ເທວະດາ​ເປັນ​ໝື່ນໆ​ອ້ອມລ້ອມ​ຢູ່​ກັບ​ພຣະອົງ ມີ​ໄຟ​ລຸກ​ຮຸ່ງເຮືອງ​ທີ່​ມື​ຂວາ ຂອງ​ພຣະອົງ​ດ້ວຍ.


ເຈົ້າ​ທັງຫລາຍ​ບໍ່ໄດ້​ມາ​ເຖິງ​ສິ່ງ​ທີ່​ຈັບ​ໄດ້ ເຖິງ​ໄຟ​ທີ່​ໄໝ້​ຢູ່ ເຖິງ​ທີ່​ມືດດຳ​ແລະ​ມືດມົວ ແລະ​ເຖິງ​ທີ່​ລົມພະຍຸ,


ພູຜາ​ກໍໄດ້​ໄຫວຫວັ່ນ​ຢູ່​ຕໍ່ໜ້າ ພຣະເຈົ້າຢາເວ​ແຫ່ງ​ພູເຂົາ​ຊີນາຍ ຄື​ຢູ່​ຕໍ່ໜ້າ​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຊາດ​ອິດສະຣາເອນ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka