Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:21 - ພຣະຄຳພີສັກສິ

21 ເຮົາ​ຂໍ​ຖາມ​ພວກ​ທີ່​ຢູ່​ໃຕ້​ກົດບັນຍັດ​ວ່າ, ພວກເຈົ້າ​ບໍ່ໄດ້ຍິນ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ບໍ?

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

21 ພວກເຈົ້າ​ຜູ້​ທີ່​ຢາກ​ຢູ່​ໃຕ້​ກົດບັນຍັດ ຈົ່ງ​ບອກ​ເຮົາ​ມາ, ພວກເຈົ້າ​ບໍ່​ຮູ້​ເຖິງ​ສິ່ງ​ທີ່​ກົດບັນຍັດ​ກ່າວ​ໄວ້​ບໍ?

Uka jalj uñjjattʼäta Copia luraña




ຄາລາເຕຍ 4:21
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ໂດຍ​ຢ້ອນ​ຖາມ​ຄືນ​ວ່າ, “ໂມເຊ​ໄດ້​ໃຫ້​ຂໍ້ຄຳສັ່ງ​ໄວ້​ຢ່າງ​ໃດ?”


ອັບຣາຮາມ​ຕອບ​ວ່າ, ‘ອ້າຍນ້ອງ​ຂອງ​ເຈົ້າ ພວກເຂົາ​ມີ​ຖ້ອຍຄຳ​ຂອງ​ໂມເຊ ແລະ​ຂອງ​ພວກ​ຜູ້​ປະກາດ​ພຣະທຳ​ຢູ່​ແລ້ວ ໃຫ້​ພວກເຂົາ​ຟັງ​ຖ້ອຍຄຳ​ເຫຼົ່ານັ້ນ​ສາ’


ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ມີ​ຄຳ​ຂຽນ​ໄວ້​ໃນ​ກົດບັນຍັດ​ຂອງ​ພວກເຈົ້າ​ບໍ່ແມ່ນ​ບໍ​ວ່າ, ‘ເຈົ້າ​ທັງຫລາຍ​ເປັນ​ພຣະ.’


ຄົນ​ທັງຫລາຍ​ຈຶ່ງ​ຕອບ​ພຣະອົງ​ວ່າ, “ກົດບັນຍັດ​ຂອງ​ພວກເຮົາ​ບອກ​ວ່າ ພຣະຄຣິດ​ຈະ​ມີ​ຊີວິດ​ນິຣັນດອນ, ແລ້ວ​ເຫດ​ໃດ​ທ່ານ​ຈຶ່ງ​ກ່າວ​ວ່າ ບຸດ​ມະນຸດ​ຈະ​ຕ້ອງ​ຖືກ​ຍົກ​ຂຶ້ນ ບຸດ​ມະນຸດ​ນັ້ນ​ແມ່ນ​ຜູ້ໃດ?”


ທັງ​ນີ້​ກໍ​ເພື່ອ​ຈະ​ໄດ້​ເປັນ​ຈິງ​ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້ ໃນ​ກົດບັນຍັດ​ຂອງ​ພວກເຂົາ​ວ່າ, ‘ພວກເຂົາ​ໄດ້​ກຽດຊັງ​ເຮົາ​ໂດຍ​ບໍ່ມີ​ເຫດ.”’


ແຕ່​ເຮົາ​ທັງຫລາຍ​ຮູ້​ຢູ່​ວ່າ ກົດບັນຍັດ​ທຸກ​ຂໍ້​ທີ່​ໄດ້​ກ່າວ​ນັ້ນ​ກໍ​ກ່າວ​ແກ່​ຄົນ​ເຫຼົ່ານັ້ນ ທີ່​ຢູ່​ໃຕ້​ກົດບັນຍັດ​ເພື່ອ​ອັດ​ປາກ​ທຸກຄົນ ແລະ​ເພື່ອ​ໃຫ້​ມະນຸດ​ທຸກຄົນ​ໃນ​ໂລກ ຢູ່​ໃຕ້​ການ​ພິພາກສາ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ການບາບ​ຈະ​ບໍ່​ຄອບງຳ​ພວກເຈົ້າ​ອີກ​ຕໍ່ໄປ ເພາະວ່າ​ພວກເຈົ້າ​ບໍ່ໄດ້​ຢູ່​ໃຕ້​ກົດບັນຍັດ, ແຕ່​ຢູ່​ໃຕ້​ພຣະຄຸນ​ຂອງ​ພຣະເຈົ້າ.


ດ້ວຍວ່າ, ທຸກຄົນ​ທີ່​ອາໄສ​ການ​ປະຕິບັດ​ຕາມ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ ຕາມ​ທີ່​ມີ​ຄຳ​ຂຽນ​ໄວ້​ແລ້ວ​ວ່າ, “ຜູ້ໃດ​ກໍຕາມ​ທີ່​ບໍ່ໄດ້​ປະຕິບັດ​ຕາມ​ທຸກ​ຂໍ້ ທີ່​ຂຽນ​ໄວ້​ໃນ​ກົດບັນຍັດ ກໍ​ຢູ່​ໃຕ້​ຄຳສາບແຊ່ງ”


ແຕ່​ບັດນີ້​ເຈົ້າ​ທັງຫລາຍ​ຮູ້ຈັກ​ພຣະເຈົ້າ​ແລ້ວ (ຫລື​ຈະ​ເວົ້າ​ໃຫ້​ຖືກ​ກວ່າ ກໍ​ວ່າ​ພຣະເຈົ້າ​ຊົງ​ຮູ້ຈັກ​ເຈົ້າ​ທັງຫລາຍ​ແລ້ວ) ດ້ວຍເຫດໃດ​ພວກເຈົ້າ​ຈຶ່ງ​ຈະ​ກັບ​ໄປ​ຫາ​ອຳນາດ​ສິ່ງ​ສັກສິດ​ທຳມະດາ ອັນ​ອ່ອນແອ​ແລະ​ບໍ່ມີ​ປະໂຫຍດ? ພວກເຈົ້າ​ຢາກ​ຕົກ​ເປັນ​ຂ້ອຍຂ້າ​ຂອງ​ມັນ​ອີກ​ບໍ?


Jiwasaru arktasipxañani:

Anuncios ukanaka


Anuncios ukanaka