Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:2 - ພຣະຄຳພີສັກສິ

2 ເພາະ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້ປົກຄອງ ແລະ​ຜູ້ດູແລ​ຊັບສິນ ຈົນເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້​ໃຫ້​ຮັບ​ມໍຣະດົກ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

2 ຜູ້​ຮັບ​ມໍລະດົກ​ກໍ​ຍັງ​ຢູ່​ໃຕ້​ບັງຄັບ​ຂອງ​ຜູ້​ປົກຄອງ ແລະ ຜູ້ດູແລ​ຊັບສິນ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ທີ່​ພໍ່​ຂອງ​ລາວ​ໄດ້​ກຳນົດ​ໄວ້.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:2
7 Jak'a apnaqawi uñst'ayäwi  

ພາຍລຸນ​ມາ ລາວ​ຈະ​ບຸກຮຸກ​ເອຢິບ​ອີກ ຄາວ​ນີ້​ທຸກສິ່ງ​ກໍ​ຈະ​ບໍ່​ເປັນ​ດັ່ງ​ແຕ່​ກ່ອນ.


ຈົ່ງ​ຂຽນ​ນິມິດ​ນີ້​ໄວ້ ດ້ວຍວ່າ​ສິ່ງ​ທີ່​ເຮົາ​ໄດ້​ບອກ​ນັ້ນ ຍັງ​ບໍ່​ເຖິງ​ເວລາ​ທີ່​ຈະ​ເກີດຂຶ້ນ​ເປັນ​ຄວາມຈິງ​ເທື່ອ. ແຕ່​ກຳນົດ​ນັ້ນ​ກໍ​ຈະ​ມາ​ເຖິງ​ໃນ​ໄວໆ​ນີ້ ແລະ​ສິ່ງ​ທີ່​ເຮົາ​ສຳແດງ​ຕໍ່​ເຈົ້າ​ນັ້ນ​ຈະ​ກາຍເປັນ​ຄວາມຈິງ. ເບິ່ງ​ຄື​ວ່າ​ມັນ​ມາຮອດ​ຊ້າ​ແທ້ ແຕ່​ຈົ່ງ​ລໍຄອຍ​ເບິ່ງ; ມັນ​ຈະ​ມາຮອດ​ຕາມ​ເວລາ​ທີ່​ເຮົາ​ໄດ້​ກຳນົດ​ໄວ້​ແທ້ ແລະ​ມັນ​ຈະ​ບໍ່​ຊັກຊ້າ.


ຖ້າ​ເຈົ້າ​ທັງຫລາຍ​ເຂົ້າ​ສະໜິດ​ຢູ່​ໃນ​ເຮົາ ແລະ​ຖ້ອຍຄຳ​ຂອງເຮົາ​ຝັງ​ຢູ່​ໃນ​ພວກເຈົ້າ​ແລ້ວ ພວກເຈົ້າ​ປາຖະໜາ​ສິ່ງໃດ​ຈົ່ງ​ຂໍ ແລ້ວ​ສິ່ງ​ນັ້ນ​ຈະ​ເກີດ​ມີ​ແກ່​ພວກເຈົ້າ.


ເຖິງ​ແມ່ນ​ວ່າ ຊີວິດ​ໃນ​ພຣະຄຣິດ ພວກເຈົ້າ​ມີ​ຜູ້​ຄວບຄຸມ​ດູແລ​ເປັນ​ສິບພັນ​ຄົນ​ກໍຕາມ, ແຕ່​ພວກເຈົ້າ​ກໍ​ມີ​ພໍ່​ຄົນ​ດຽວ​ເທົ່ານັ້ນ ເພາະ​ຊີວິດ​ໃນ​ພຣະເຢຊູ​ຄຣິດເຈົ້າ​ນັ້ນ, ເຮົາ​ໄດ້​ໃຫ້​ກຳເນີດ​ພວກເຈົ້າ​ໂດຍ​ຂ່າວປະເສີດ.


ເພາະສະນັ້ນ ກົດບັນຍັດ​ຈຶ່ງ​ເປັນ​ຜູ້ດູແລ​ພວກເຮົາ ຈົນກວ່າ​ພຣະຄຣິດ​ສະເດັດ​ມາ ເພື່ອ​ວ່າ​ພວກເຮົາ​ຈະ​ໄດ້​ເປັນ​ຄົນ​ຊອບທຳ ໂດຍ​ທາງ​ຄວາມເຊື່ອ.


ເຮົາ​ຂໍ​ກ່າວ​ດັ່ງນີ້​ວ່າ, ຕາບໃດ​ທີ່​ເຈົ້າ​ຂອງ​ມໍຣະດົກ​ຍັງ​ເປັນ​ເດັກນ້ອຍ​ຢູ່ ກໍ​ບໍ່​ແຕກຕ່າງ​ຫຍັງ​ກັບ​ຂ້ອຍຂ້າ ເຖິງ​ແມ່ນ​ວ່າ​ເປັນ​ເຈົ້າ​ຂອງ​ຊັບສິນ​ທັງໝົດ​ກໍຕາມ.


ພວກເຮົາ​ກໍ​ເໝືອນກັນ ເມື່ອ​ຍັງ​ເປັນ​ເດັກນ້ອຍ ພວກເຮົາ​ກໍ​ຍັງ​ຕົກ​ເປັນ​ທາດຮັບໃຊ້ ຢູ່​ໃຕ້​ອຳນາດ​ຂອງ​ສິ່ງ​ສັກສິດ​ທຳມະດາ ແຫ່ງ​ສາກົນ​ຈັກກະວານ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka