Biblia Todo Logo
Internet tuqin Biblia

- Anuncios ukanaka -




ຄາລາເຕຍ 4:18 - ພຣະຄຳພີສັກສິ

18 ການ​ເອົາອົກ​ເອົາໃຈ​ດ້ວຍ​ຄວາມຫວັງ​ດີ ກໍ​ເປັນ​ການ​ດີ​ຢູ່​ທຸກ​ເວລາ ແລະ​ບໍ່ແມ່ນແຕ່​ເມື່ອ​ເວລາ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີລາວສະບັບສະໄໝໃໝ່

18 ຖ້າ​ຮ້ອນຮົນ​ເພາະ​ຄວາມຫວັງດີ​ກໍ​ດີ​ຢູ່ ແລະ ໃຫ້​ເປັນ​ເຊັ່ນ​ນັ້ນ​ຕະຫລອດ, ບໍ່ແມ່ນ​ສະເພາະ​ແຕ່​ເວລາ​ທີ່​ເຮົາ​ຢູ່​ກັບ​ພວກເຈົ້າ.

Uka jalj uñjjattʼäta Copia luraña




ຄາລາເຕຍ 4:18
13 Jak'a apnaqawi uñst'ayäwi  

ຂ້ານ້ອຍ​ໂກດຮ້າຍ​ຫຼາຍ​ດັ່ງ​ໄຟ​ເຜົາຜານ ເພາະ​ເຫຼົ່າ​ສັດຕູ​ໄດ້​ເມີນເສີຍ​ຕໍ່​ຂໍ້ຄຳສັ່ງ​ຂອງ​ພຣະອົງ.


ການ​ອຸທິດຕົວ​ຕໍ່​ພຣະວິຫານ​ລຸກ​ໄໝ້​ຄື​ໄຟ​ຢູ່​ພາຍ​ໃນ ຄຳໝິ່ນປະໝາດ​ຂອງ​ຜູ້​ທີ່​ເຍາະເຍີ້ຍ​ພຣະອົງ​ກໍ​ຖືກ​ຂ້ານ້ອຍ​ແລ້ວ.


ພຣະອົງ​ຈະ​ສວມ​ຄວາມ​ຍຸດຕິທຳ​ໄວ້ ດັ່ງ​ສວມ​ເສື້ອ​ຫຸ້ມເກາະ ແລະ​ສວມ​ໄຊຊະນະ​ໄວ້ ດັ່ງ​ໃສ່​ໝວກ​ແຫ່ງ​ຄວາມພົ້ນ. ພຣະອົງ​ຈະ​ປະດັບ​ຕົນເອງ​ດ້ວຍ​ຄວາມ​ປາຖະໜາ​ອັນ​ແຮງກ້າ ເພື່ອ​ເຮັດ​ທຸກສິ່ງ​ໃຫ້​ຖືກຕ້ອງ ທັງ​ລົງໂທດ​ແລະ​ແກ້ແຄ້ນ​ຄວາມຜິດ​ທີ່​ປະຊາຊົນ​ທົນທຸກ.


ພວກ​ສາວົກ​ຂອງ​ພຣະອົງ ຈຶ່ງ​ລະນຶກເຖິງ​ຖ້ອຍຄຳ​ທີ່​ໄດ້​ຂຽນ​ໄວ້​ວ່າ, “ຄວາມ​ຮ້ອນໃຈ​ສຳລັບ​ວິຫານ​ຂອງ​ພຣະອົງ ກໍ​ເປັນ​ດັ່ງ​ໄຟ​ທີ່​ໄໝ້​ຢູ່​ພາຍ​ໃນ​ຂ້ານ້ອຍ.”


ດັ່ງນີ້ແຫລະ ພີ່ນ້ອງ​ທີ່ຮັກ​ຂອງເຮົາ​ເອີຍ, ເຈົ້າ​ທັງຫລາຍ​ຈົ່ງ​ຕັ້ງໝັ້ນ​ຢູ່ ຢ່າ​ຫວັ່ນໄຫວ ຈົ່ງ​ປະຕິບັດ​ງານ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ​ໃຫ້​ຄົບ​ບໍຣິບູນ​ທຸກ​ເວລາ ດ້ວຍ​ຮູ້​ວ່າ ໃນ​ອົງພຣະ​ຜູ້​ເປັນເຈົ້າ ການ​ຂອງ​ພວກເຈົ້າ​ນັ້ນ​ຈະ​ບໍ່​ໄຮ້​ປະໂຫຍດ.


ເຈົ້າ​ທັງຫລາຍ​ຮູ້​ຢູ່​ວ່າ ໃນ​ຕອນ​ຕົ້ນ​ທີ່​ເຮົາ​ໄດ້​ປະກາດ​ເລື່ອງ​ຂ່າວປະເສີດ​ແກ່​ພວກເຈົ້າ ກໍ​ເປັນ​ເພາະ​ການ​ເຈັບປ່ວຍ​ທາງ​ຮ່າງກາຍ.


ຄົນ​ເຫຼົ່ານັ້ນ​ສົນໃຈ​ພວກເຈົ້າ ບໍ່ແມ່ນ​ດ້ວຍ​ຄວາມຫວັງ​ດີ ພວກເຂົາ​ພຽງແຕ່​ຢາກ​ແຍກ​ພວກເຈົ້າ​ອອກ​ຈາກ​ເຮົາ​ເທົ່ານັ້ນ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ສົນໃຈ​ພວກເຂົາ ດັ່ງ​ທີ່​ພວກເຂົາ​ໄດ້​ສົນໃຈ​ພວກເຈົ້າ.


ເຮົາ​ປາຖະໜາ​ຢາກ​ຢູ່​ກັບ​ພວກເຈົ້າ​ໃນ​ເວລາ​ນີ້ ແລະ​ຢາກ​ປ່ຽນ​ວິທີ​ເວົ້າຈາ​ກັບ​ພວກເຈົ້າ ເພາະ​ເຮົາ​ວິຕົກ​ກັງວົນ​ໃຈ​ນຳ​ພວກເຈົ້າ​ຫລາຍ.


ພຽງແຕ່​ໃຫ້​ເຈົ້າ​ທັງຫລາຍ ດຳເນີນ​ຊີວິດ​ໃຫ້​ສົມກັບ​ຂ່າວປະເສີດ​ເລື່ອງ​ພຣະຄຣິດ ເພື່ອ​ວ່າ​ຖ້າ​ເຮົາ​ມາ​ຫາ​ພວກເຈົ້າ ຫລື​ບໍ່​ມາ​ກໍຕາມ ເຮົາ​ກໍ​ຈະ​ໄດ້ຍິນ​ຂ່າວ​ຂອງ​ພວກເຈົ້າ​ວ່າ ເຈົ້າ​ທັງຫລາຍ​ຕັ້ງໝັ້ນຄົງ​ຢູ່​ເປັນ​ນໍ້າໜຶ່ງ​ໃຈ​ດຽວກັນ ຕໍ່ສູ້​ເໝືອນ​ຢ່າງ​ເປັນ​ຄົນ​ຄົນ​ດຽວ ເພື່ອ​ຄວາມເຊື່ອ​ອັນ​ເກີດ​ຈາກ​ຂ່າວປະເສີດ​ນັ້ນ.


ດ້ວຍເຫດນີ້ ພວກ​ທີ່ຮັກ​ຂອງເຮົາ​ເອີຍ, ເໝືອນ​ດັ່ງ​ເຈົ້າ​ທັງຫລາຍ​ເຄີຍ​ເຊື່ອຟັງ​ທຸກ​ເວລາ​ສັນໃດ ພວກເຈົ້າ​ຈົ່ງ​ອົດສາ​ພະຍາຍາມ​ດ້ວຍ​ຄວາມ​ຢຳເກງ​ແລະ​ຕົວສັ່ນ ເພື່ອ​ໃຫ້​ໄດ້​ຄວາມ​ພົ້ນ​ສັນນັ້ນ ບໍ່ແມ່ນ​ສະເພາະ​ແຕ່​ເມື່ອ​ເຮົາ​ຢູ່​ນຳ​ພວກເຈົ້າ​ເທົ່ານັ້ນ ແຕ່​ຈົ່ງ​ເຮັດ​ຫລາຍກວ່າ​ນັ້ນ​ອີກ​ໃນ​ເມື່ອ​ເຮົາ​ບໍ່​ຢູ່​ນຳ.


ພຣະອົງ​ໄດ້​ສະຫລະ​ພຣະອົງ​ເອງ ແທນ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ເອົາ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຊ້າ​ທັງໝົດ ແລະ​ເພື່ອ​ຊຳລະ​ພວກເຮົາ​ໃຫ້​ເປັນ​ຜູ້​ບໍຣິສຸດ ເພື່ອ​ເປັນ​ໄພ່ພົນ​ຂອງ​ພຣະອົງ​ໂດຍ​ສະເພາະ ແລະ​ມີ​ໃຈ​ຮ້ອນຮົນ​ສຳລັບ​ເຮັດ​ຄວາມດີ.


ຝ່າຍ​ເຮົາ ເຮົາ​ຮັກ​ຜູ້ໃດ ເຮົາ​ກໍ​ຕິຕຽນ​ຂ້ຽນ​ສອນ​ຜູ້ນັ້ນ. ເຫດສະນັ້ນ ຈົ່ງ​ມີ​ໃຈ​ຮ້ອນຮົນ​ແລະ​ກັບໃຈ​ເສຍ​ໃໝ່.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka